ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ໄດ້ຈັດ ຣັດເຊຍ ເຂົ້າໃນບັນຊີລາຍຊື່ ປະເທດທີ່ມີການຄ້າມະນຸດ ແລະນໍາໃຊ້ທະຫານ ທີ່ເປັນເດັກນ້ອຍ


ລັດຖະມົນຕີກະຊວງການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ກ່າວ​ປາໄສໃນລະຫວ່າງພິທີ​ເປີດ​ເຜີຍລາຍງານ ກ່ຽວກັບການຄ້າມະນຸດ ປະຈໍາປີ 2022 ຢູ່ທີ່ກະຊວງການຕ່າງປະເທດ, ເມື່ອວັນທີ 19 ກໍລະກົດ 2022, ໃນນະຄອນຫຼວງວໍຊິງຕັນ.
ລັດຖະມົນຕີກະຊວງການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ກ່າວ​ປາໄສໃນລະຫວ່າງພິທີ​ເປີດ​ເຜີຍລາຍງານ ກ່ຽວກັບການຄ້າມະນຸດ ປະຈໍາປີ 2022 ຢູ່ທີ່ກະຊວງການຕ່າງປະເທດ, ເມື່ອວັນທີ 19 ກໍລະກົດ 2022, ໃນນະຄອນຫຼວງວໍຊິງຕັນ.

ສະຫະລັດ, ໃນມື້ວັນອັງຄານວານນີ້ ໄດ້ຈັດ​ເອົາຣັດເຊຍ ເຂົ້າໃນ​ບັນ​ຊີລາຍຊື່ຂອງບັນດາປະເທດ ທີ່ມີສ່ວນ​ພົວ​ພັນໃນ “ນະໂຍບາຍ ຫຼືຮູບແບບ” ຂອງການຄ້າມະນຸດ ແລະການບັງຄັບໃຊ້ແຮງງານ, ​ຫຼືກອງກໍ​າລັງຮັກສາຄວາມປອດໄພ ​ຫຼືກຸ່ມຕິດອາວຸດທີ່ລັດຖະບານໜຸນຫຼັງ ໄດ້​ເກັບ​ເກນຫຼືນໍາໃຊ້ທະຫານທີ່ເປັນເດັກ ນ້ອຍ, ອີງຕາມລາຍ​ງານ​ຂອງອົງການຂ່າວຣອຍເຕີສ໌.

ກະຊວງການຕ່າງປະເທດຂອງສະຫະລັດ ໄດ້ລວມເອົາລາຍຊື່ດັ່ງກ່າວນັ້ນ ເຂົ້າເປັນບົດລາຍງານປະຈໍາປີ, ເຊິ່ງເປັນການດໍາເນີນງານຄັ້ງທໍາອິດພາຍໃຕ້ຄໍາສັ່ງຂອງລັດຖະສະພາຂອງປີ 2019 ໃນພາກສ່ວນ “ການຄ້າມະນຸດທີ່ໄດ້ຮັບການສະໜັບສະໜຸນຈາກລັດຖະບານ.”

ຣັດເຊຍ ປາ​ກົດ​ວ່າ​ມີ​ຊື່​ຢູ່​ໃນ​ຫຼາຍໆ​ບ່ອນຢູ່ໃນບົດລາຍງານ ເນື່ອງຈາກການຮຸກຮານເຂົ້າ​ໄປ​ໃນຢູເຄຣນ ເມື່ອວັນທີ 24 ກຸມພາ, ແລະສິ່ງທີ່ເອກະສານໄດ້ຮ້ອງວ່າເປັນການຄ້າ​ພວກ​ອົບ​ພະ​ຍົບຢູເຄຣນ​ທີ່​ຕົກ​ຢູ່​ໃນ​ຄວາມ​ຫລໍ່​ແຫຼມຫຼາຍລ້ານຄົນ ຢູ່ໃນປະເທດຕ່າງໆທີ່ພວກເຂົາເຈົ້າໄດ້ໜີໄປ.

“ປະຊາຊົນຊາວຢູເຄຣນຈໍານວນນຶ່ງຕ້ອງໄດ້​ພັດ​ພາກຈາກບ້ານເຮືອນຂອງພວກເຂົາເຈົ້າ...ຈໍານວນນຶ່ງພາກັນໜີອອກນອກປະເທດໄປ​ເລີຍ, ສ່ວນຫຼາຍແມ່ນໜີອອກໄປພ້ອມກັບເຄື່ອງຂອງ ທີ່ພວກເຂົາເຈົ້າແບກຫາບໄປໄດ້,” ລັດຖະມົນຕີກະຊວງການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ກ່າວຢູ່ໃນພິທີທີ່ທ່ານໄດ້ ນໍາສະເໜີບົດລາຍງານດັ່ງກ່າວ. “ນັ້ນ ຍິ່ງເຮັດໃຫ້ພວກເຂົາເຈົ້າມີຄວາມສ່ຽງສູງຕໍ່ການຖືກຂູດຮີດຂົ່ມເຫັງ.”

ສະຖານທູດ ຣັດເຊຍ ປະຈໍາຢູ່ໃນນະຄອນຫຼວງວໍຊິງຕັນ ບໍ່ໄດ້ຕອບຕໍ່ການຂໍ ຄໍາເຫັນໃດໆກ່ຽວກັບຂໍ້ກ່າວຫາຕ່າງໆທີ່ຢູ່ໃນບົດລາຍງານດັ່ງກ່າວນັ້ນໃນທັນທີ.

ທ່ານບລິງເກັນ ກ່າວວ່າ ນະເວລານີ້ ຜູ້ເຄາະຮ້າຍຈາກການຄ້າມະນຸດຢູ່ໃນທົ່ວໂລກມີຈໍານວນເກືອບ 25 ລ້ານຄົນ.

ນອກຈາກ ຣັດເຊຍ ແລ້ວ, ລາຍຊື່ໃນພາກສ່ວນທີ່ລັດຖະບານສະໜັບສະໜຸນຍັງລວມມີອັຟການິສຖານ, ມຽນມາ, ຄິວບາ, ອີຣ່ານ, ເກົາຫຼີເໜືອ, ແລະ ອີກ 5 ປະເທດ ທີ່ “ໄດ້ຮັບການບັນທຶກກ່ຽວກັບ ‘ນະໂຍບາຍ ຫຼື ຮູບແບບ’ ຂອງການຄ້າມະນຸດ,” ການບັງຄັບໃຊ້ແຮງງານ ໃນພາກສ່ວນຕ່າງໆ ທີ່ຢູ່ໃນລະບົບຂອງລັດຖະບານ, ການເປັນທາດທາງເພດຢູ່ໃນສູນລີ້ໄພຂອງລັດຖະບານ, ການຈ້າງງານ ຫຼື ການຮັບສະໝັກເອົາທະຫານທີ່ເປັນເດັກນ້ອຍ.

ລາຍງານດັ່ງກ່າວນັ້ນ ປະກອບມີລາຍຊື່ຂອງ 12 ປະເທດທີ່ຈ້າງງານ ຫຼື ຮັບສະໝັກ​ເອົາກໍາລັງທະຫານທີ່ເປັນເດັກນ້ອຍ ເຊິ່ງລວມມີຣັດເຊຍ, ໂດຍຈໍານວນໂຕເລກເຫຼົ່ານັ້ນ ໄດ້ລວມເອົາພາກສ່ວນໃໝ່ທີ່ມີການສະໜັບສະໜຸນໂດຍລັດຖະ ບານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG