ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ຈະໃຫ້ການຊ່ວຍເຫຼືອ ຟີລິບປິນ ແຕ່ຕ້ອງປະຕິບັດຕາມ ພັນທະສິດທິມະນຸດ


ສະມາຊິກຂອງກອງທັບນາວິກະໂຍທິນ ຟີລິບປິນ ຈັບປືນຂອງພວກເຂົາເຈົ້າ ໃນພາກໃຕ້ຂອງປະເທດ. 15 ກັນຍາ 2013.
ສະມາຊິກຂອງກອງທັບນາວິກະໂຍທິນ ຟີລິບປິນ ຈັບປືນຂອງພວກເຂົາເຈົ້າ ໃນພາກໃຕ້ຂອງປະເທດ. 15 ກັນຍາ 2013.

ສະຫະລັດ ມີຄວາມ​ໝາຍໝັ້ນ ທີ່ຈະຊ່ວຍເຫຼືອ ຟີລິບປິນ ​ໃນຄວາມພະຍາຍາມບັງຄັບໃຊ້ ກົດໝາຍຂອງພວກເຂົາເຈົ້າ ແຕ່ກໍຢາກ​ໃຫ້​ເປັນ ທີ່​ແນ່​ໃຈວ່າ ມະນີລາ ມີຄວາມໝາຍໝັ້ນ ຕໍ່ ພັນທະດ້ານສິດທິມະນຸດຂອງຕົນ ນັ້ນຄື​ຄຳ​ເວົ້າຂອງໂຄສົກກະຊວງການຕ່າງປະເທດ ສະຫະລັດ ທີ່ໄດ້ກ່າວໃນວັນອັງຄານວານນີ້.

ໂຄສົກທ່ານ John Kirby ໄດ້ກ່າວວ່າ “ໂຄງການການຊ່ວຍເຫຼືອຂອງພວກເຮົາ​ແມ່ນແນ​ໃສ່ ເພື່ອ​ແກ້​ໄຂຄວາມເປັນຫ່ວງ ດ້ານສິດທິມະນຸດ ໂດຍການຂະຫຍາຍຄວາມສາມາດ ຂອງ ຟີລິບປິນ ທີ່ຈະດຳເນີນການສືບສວນສອບສວນ​ແບບມີປະສິດທິພາບ, ຖືກຕ້ອງ ຕາມກົດໝາຍ ແລະ ເຮັດໃຫ້ລະບົບຍຸຕິທຳດ້ານ​ກົດໝາຍ​ອາຍຸມີຄວາມເປັນມືອາຊີບ ​ເພື່ອ​ໃຫ້ມີຄວາມຮັບຜິດຊອບເພີ່ມຂຶ້ນ, ຄວາມໂປ່ງໃສ, ມີປະສິດທິພາບ ແລະ ເປັນທຳ.”

ອົງການຂ່າວ Reuters ໄດ້ອ້າງຄຳ​ເວົ້າຈາກແຫຼງຂ່າວລັດຖະສະພາ ຜູ້ທີ່ກ່າວວ່າ ກະຊວງ ການຕ່າງປະເທດ ໄດ້ຢຸດ​ແຜນການ ຂາຍປືນກົນ 26,000 ກະບອກໃຫ້ກັບຕຳຫຼວດແຫ່ງ ຊາດຂອງ ຟີລິບປິນ ຫຼັງຈາກສະມາຊິກສະພາສູງ Ben Cardin, ສະມາຊິກຄົນ​ສຳຄັນ​ໃນ ຄະນະກຳ ມະການ ພົວພັນກັບຕ່າງປະເທດຂອງສະພາສູງ ໄດ້ສະແດງການຄັດຄ້ານຍ້ອນ ມີລາຍງານ ກ່ຽວ​ກັບ​ ການ​ສັງຫານ​ແບບ​ຮວບ​ຮັດ​ຕັດ​ຕອນ ແລະ ການລະເມີດສິດທິມະນຸດ ໃນ ຟີລິບປິນ.

ທ່ານ Kirby ກໍບໍ່ໄດ້ຢືນຢັນ ຫຼື ປະຕິເສດ ກ່ຽວກັບ ການຂາຍອາວຸດທີ່ໄດ້ມີ​ລາຍງານນັ້ນ.

ໃນຂະນະທີ່ກະຊວງຕ່າງປະ​ເທດແມ່ນ “ມຸ່ງໝັ້ນທີ່ຈະເຮັດວຽກຢ່າງໃກ້ຊິດກັບບັນດາສະ ມາຊິກຂອງລັດຖະສະພາ ເພື່ອໃຫ້ການຊ່ວຍເຫຼືອດ້ານຄວາມປອດໄພຕໍ່ບັນດາພັນທະ ມິດ. ພວກເຂົາເຈົ້າ “ໄດ້ຖືກຫ້າມພາຍໃຕ້ກົດລະບຽບຂອງລັດຖະບານກາງໃນການໃຫ້ ຄຳເຫັນ ກ່ຽວກັບສະຖານະພາບຂອງການສົ່ງອອກສິນຄ້າທີ່ໄດ້ຮັບລາຍເຊັນການຮອງ ຮັບ ກ່ຽວກັບການຂາຍອາວຸດທີ່ຖືກສະເໜີນັ້ນ.”.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG