ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະຟີລິບປິນ ຊ້ອມລົບຮ່ວມ ປະຈຳປີ ທີ່ທະເລຈີນໃຕ້


ໝູ່ເກາະ Spratly ທີ່ຈີນອ້າງເອົາກຳມະສິດໃນທະເລຈີນໃຕ້
ໝູ່ເກາະ Spratly ທີ່ຈີນອ້າງເອົາກຳມະສິດໃນທະເລຈີນໃຕ້

ຟີ​ລິບ​ປິນ ​ແລະ ສະຫະລັດ ​ໄດ້​ເປີດ​ສາກ​ທຳການ​ຊ້ອມ​ລົບຮ່ວມ​
ປະຈຳ​ປີ​ຢູ່​ທະ​ເລ​ຈີນ​ໃຕ້ ​ໃກ້​ກັບ​ບໍລິ​ເວນນ່ານນ້ຳທີ່​ຈີນ​ມີ​ບັນຫາ
​ຂັດ​ແຍ້​ງ​ເລື້ອງເຂດ​ນ້ຳ​ແດນ​ດິນ​ຢ່າງ​ຂົມ​ຂື່ນ ​ກັບ​ບັນດາ​ປະ​ເທດ​
ເພື່ອນ​ບ້ານ​ໃກ້​ຄຽງຂອງ​ຕົນ​ນັ້ນ.

ພວກ​ທະຫານ​ເຮືອ​ແລະ​ນາວິກ​ກະ​ໂຍທິນ ປະມານ 5 ພັນ​ຄົນ
ຈາກ​ສອງ​ປະ​ເທດ ​ໄດ້​ເລີ້ມ​ການ​ຊ້ອມ​ລົບ​ທາງ​ທະ​ເລ​ ເປັນ​ເວລາ
11 ມື້​ໃນ​ວັນ​ຈັນ​ມື້​ນີ້. ການ​ຊ້ອມ​ລົບ​ຮ່ວມ ທີ່​ເອີ້ນ​ວ່າ “Phiblex”
ມີ​ວັດຖຸ​ປະສົງ ​ເພື່ອ​ທົດ​ສອບ​ຄວາມ​ຕຽມ​ພ້ອມ​ຂອງ​ສອງ​ປະ​ເທດ
​ພັນທະ​ມິດ ​ເພື່ອ​ຕອບ​ໂຕ້ຕໍ່​ພາວະ​ສຸກ​ເສີນ​ໃດໆ ​ທີ່​ອາດ​ຈະ​ເກີດ​
ຂຶ້ນ​ນັ້ນ.

ສອງ​ປະ​ເທດ​ຈະ​ທຳ​ການ​ເຝິກຊ້ອມ​ ​ການ​ບຸກ​ລຸກ​ໂຈມ​ຕີ​ທາງ​ເຮືອ ການ​ຍົກ​ພົນ​ຂຶ້ນ​ຝັ່ງ​ ການ​ຊ້ອມ​ຍິງ​ປືນ​ດ້ວຍ​ລູກປືນ​ແທ້ໆ ​ແລະ​ການຊ້ອມລົບ​ກັບ​ລົດ​ກຸ້ມ​ເກາະ ​ໃກ້ໆ​ກັບ​ໝູ່​ເກາະ Spratly ​ແລະໂຂ​ດຫີນ Scarborough ບ່ອນ​ທີ່​ຈີນ​ໄດ້​ມີ​ການ​ປະ​ເຊີນ​ໜ້າ​ກັນຢ່າງ​ເຄັ່ງຕຶງ​
ມາຕິດ​ຕໍ່​ກັນຫຼາຍ​ຄັ້ງ ກັບ​ພວກ​ປະ​ເທດ​ເພື່ອນ​ບ້ານ.

ຫລາຍ​ພາກສ່ວນ​ທີ່​ອຸດົມ​ຮັ່ງມີ​ດ້ວຍແຫຼ່ງຊັບພະຍາກອນ​ທຳ​ມະ​ຊາດນີ້ ​ໄດ້​ມີ​ການ​ອ້າງ​ເອົາ​ກຳມະສິດເຊັ່ນ​ກັນ ​ໂດ​ຍ​ມາ​ເລ​ເຊຍ ​ໄຕ້​ຫວັນ ​ແລະ​ຫວຽດນາມ.

XS
SM
MD
LG