ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ແລະ ຟີລິບປິນ ທຳການຊ້ອມລົບຮ່ວມ ປະຈຳປີ (ວີດີໂອ)


US PHILIPPINES MILITARY VOSOT
please wait

No media source currently available

0:00 0:01:16 0:00

ເບິ່ງວີດີໂອເລື້ອງນີ້

ທະຫານ​ສະຫະລັດ​ແລະ​ຟີ​ລິບ​ປິນ​ໄດ້ເລີ້ມ​ການ​ຊ້ອມ​ລົບ​
ປະຈຳ​ປີ​ຄັ້ງ​ໃຫຍ່​ເປັນ​ເວລາ 10 ມື້ ທ່າມກາງ​ຄວາມ​ເຄັ່ງ​ຕຶງ
​ທີ່​ພວມ​ເພີ້​ມທະວີ​ຂຶ້ນ​ໃນ​ທະ​ເລ​ຈີນ​ໃຕ້​ ທີ່​ເປັນ​ບັນຂັດ​ແຍ້​ງ
ກັນ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ກ່າວ ໃນ​ພິທີ​ເປີດການ​ຊ້ອມ​ລົບ ​ໃນ​ວັນ
​ຈັນມື້​ນີ້ ວ່າການ​ຊ້ອມ​ລົບ​ປີ​ນີ້ ທີ່​ເອີ້ນ​ວ່າ “Balikitan” ຫລື
Shoulder to shoulder” ທີ່​ແປ​ວ່າ“ຄຽງ​ບ່າ​ຄຽງ​ໄຫລ່”
ນັ້ນ ຈະ​ເພ່ງ​ເລັງ​ໃສ່​ ຄວາ​ມປອດ​ໄພ​ໃນ​ການ​ເດີນທະ​ເລ.

ລັດຖະມົນຕີ​ຕ່າງປະ​ເທດ​ຟີ​ລິບ​ປິນ ທ່ານ Albert Del
Rosario ກ່າວ​ວ່າ ຄວາມ​ເຄັ່ງ​ຕຶງ​ໃນ​ຂົງ​ເຂດ​ໄດ້​ເພີ້​ມຂຶ້ນ ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້ ຍ້ອນ​ການ​ຜິດ​ຖຽງ​ກັນເລື້ອງ​ການ​ເດີນ​ທະ​ເລ ​ແລະເຂດ​ນ້ຳ​ແດນ​ດິນ ​ໄດ້ຂະຫຍາຍ​ໂຕ​ອອກ​.

ທ່ານ Rosario ບໍ່​ໄດ້​ເອີ່ຍ​ຊື່​ຈີນ​ອອກ​ມາ ​ແຕ່​ປັກ​ກິ່ງ​ໄດ້ເອົາ​ບາດກ້າວ​ຢືນຢັນ​ສິດທິ​ຂອງ
​ຕົນ​ເພີ່ມ​ຂຶ້ນເລື້ອຍໆ ກ່ຽວ​ກັບ​ການ​ອ້າງ​ເອົາ​ກຳມະສິດໃນ​ໝູ່​ເກາະ​ຕ່າງໆ ​ທີ່​ເປັນ​ບັນຫາ
​ຂັດ​ແຍ້​ງກັນ​ໃນ​ທະ​ເລ​ຈີນ​ຕາ​ເວັນ​ອອກ​ນັ້ນ.

ລັດຖະບານ​ ວໍ​ຊິງ​ຕັນ ​ແລະ​ມະນີລາ​ໄດ້​ລົງ​ນາມ​ໃນ​ສັນຍາ​ປ້ອງ​ກັນ​ປະ​ເທດ​ຮ່ວມ​ກັນ
​ໃນສັບປະດາ​ແລ້ວ​ນີ້ ທີ່​ອຳນວຍ​ໃຫ້​ທະຫານ​ຂອງ​ສະຫະລັດ​ ເຂົ້າໄປ​ໃຊ້ຖານ​ທັບ​ແຫ່ງ​
ຕ່າງໆ​ໄດ້​ຫຼາຍ​ຂຶ້ນ ​ໃນ​ຟີ​ລິບ​ປິນນັ້ນ.

​ໃນ​ການ​ກ່າວ​ຕໍ່ ​ພວກ​ທະຫານ​ສະຫະລັດ​ແລະ​ຟີ​ລິບ​ປິນ ທີ່​ມະນີ​ລາ​ ໃນ​ວັນ​ອັງຄານ​
ສັບປະດາ​ແລ້ວ​ນີ້ ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ
“ໝົດ​ທຸກ​ປະ​ເທດ​ແລະທຸກຊົນ​ຊາດ ​ມີ​ສິດ​ທີ່ຈະ​ດຳລົງ​ຊີວິດ​ຢູ່​ໃນ​ຄວາມ​ໝັ້ນຄົງ​
ແລະ​ສັນຕິພາບ ​ແລະ​ອະທິປະ​ໄຕ​ ພ້ອມກັບເຂດ​ນ້ຳ​ແດນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​
ເຂົາ​ເຈົ້າ ຕ້ອງ​ໄດ້​ຮັບ​ການ​ເຄົາລົບ​ນັບຖື.”


ວີດີໂອ ກ່ຽວກັບການເຊັນສັນຍາຮ່ວມປ້ອງກັນ ລະຫວ່າງສະຫະລັດກັບຟີລິບປິນ:
CN- Philippine Defense Deal Caps Obama Asia Tour
please wait

No media source currently available

0:00 0:01:54 0:00

XS
SM
MD
LG