ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ຟີລິບປິນ ພົບປະ ປ. ສະຫະລັດ ທີ່ກຸງວໍຊິງຕັນ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາຈັບມືກັບປະທານາທິບໍດີ ຟີລິບປິນ ທ່ານ Benigno Aquino III ທີ່ນະຄອນນິວຢອກ (20 ກັນຍາ 2011)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາຈັບມືກັບປະທານາທິບໍດີ ຟີລິບປິນ ທ່ານ Benigno Aquino III ທີ່ນະຄອນນິວຢອກ (20 ກັນຍາ 2011)

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ແລະ​ປະທານາທິບໍດີ​ຟີ​ລິບ​ປິນ ທ່ານ
Benigno Aquino ​ໄດ້​ຕົກລົງ​ທີ່​ຈະ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື​ທາງ​ດ້ານທະຫານທ່າມ
ກາງ​ທີ່​ໄດ້​ເກີດ​ຄວາມ​ເຄັ່ງ​ຕຶງ​ຢ່າງ​ຮ້າຍ​ແຮງ​ລະຫວ່າງ​ຟີ​ລິບ​ປິນ​ແລະຈີນ.

ຄວາມ​ໝັ້ນຄົງ​ໃນ​ເຂດ​ເອ​ເຊຍ​ແມ່ນນຶ່ງ​ໃນ​ບັນຫາ​ສຳຄັນ​ທີ່​ໄດ້​ມີ​ການ​ສົນທະນາ​ຫາລື​ກັນ
​ໃນ​ມື້ວັນ​ສຸກ​ວານ​ນີ້ລະຫວ່າງ​ການ​ເດີນທາງ​ມາ​ຢ້ຽມຢາມ​ທຳນຽບຂາວ​ເທື່ອທຳ​ອິດ​ຂອງ​
ປະທານ​າທິບໍດີ Aquino.

ຫຼັງຈາກ​ການ​ພົບ​ປະ​ກັນ​ແລ້ວ​ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ ທ່ານ​ແລະ​ປະທານາ​ທິ
ບໍດີ Aquino ​ໄດ້​ຕົກລົງທີ່​ຈະ​ປຶກສາ​ຫາລື​ກັນ​ຢ່າງ​ໃກ້ຊິດ ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ຢູ່​ໃນ​
ຂົງ​ເຂດ ​ແລະ​ເພີ່ມ​ການ​ຮ່ວມ​ມື​ໃນ​ການ​ຝຶກ​ແອບ​ທະຫານ.

​ໃນ​ເມື່ອ​ຈີນ​ເອົາ​ທ່າ​ທີ​ແບບຢືນຢັນ ​ຢ່າງ​ໝັ້ນ​ໃຈ​ຫຼາຍຂຶ້ນຢູ່​ໃນ​ຂົງ​ເຂດ ຟີ​ລິບ​ປິນກໍພວມ
ຊອກສະ​ແຫວ​ງຫາ​ການ​ຊ່ອຍ​ເຫຼືອ ເພື່ືອ​ເສີມ​ຂະຫຍາຍກອງທັບ​ເຮືອ​ແລະກອງທັບ​ອາ
ກາດ​ຂອງ​ຕົນ. ​ຂະນະ​ດຽວ​ກັນ ສະຫະລັດ​ກໍ​ພວມ​ດຳ​ເນີນ​ງານ​ເພື່ອຍົກ​ລະດັບ​ການ​ມີ
ໜ້າ​ຂອງ​ຕົນ​ໃນ​ເຂດ​ເອ​ເຊຍປາຊີ​ຟິກ​ໃນ​ການ​ປະ​ເຊີນ​ໜ້າ​ກັບອິດ​ທິພົນ​ທີ່​ມີ​ເພີ່ມ​ຂຶ້ນຂອງ
​ຈີນ.

ຖະ​ແຫຼງຂ່າວ​ສະບັບ​ນຶ່ງ​ຂອງ​ທຳນຽບຂາວ​ກ່າວ​ວ່າ ທ່ານ​ໂອ​ບາ​ມາ​ໄດ້​ຢືນຢັນ​ອີກຄັ້ງນຶ່ງ​
ກ່ຽວ​ກັບ​ການ​ໃຫ້​ຄວາມ​ສະໜັບສະໜຸນ​ຂອງ​ສະຫະລັດ​ ຕໍ່​ການ​ດຳ​ເນີນ​ງານຂອງ​ຟີ​ລິບ​
ປິນ​ເພື່ອ​ເສີມ​ຂະຫຍາຍ​ການ​ປ້ອງ​ກັນ​ປະ​ເທດ​ຂອງ​ຕົນ. ​ເມື່ອ​ໄວໆ​ມານີ້ວໍ​ຊິງ​ຕັນ​ໄດ້​ໂອນ
​ກຳ​ປັ່ນ​ລຳ​ທີ​ສອງ​ຂອງ​ໜ່ວຍ​ຍາມ​ຝັ່ງ​ສະຫະລັດໄປ​ໃຫ້​ຟີ​ລິບປິນ.

ສະຫະລັດ​ແລະ​ຟີ​ລິບ​ປິນມີ​ສົນທິສັນຍາ​ປ້ອງ​ກັນ​ປະ​ເທດ​ຮ່ວມ​ກັນນັບ​ແຕ່​ປີ 1951​ ເປັນ
​ຕົ້ນມາ ຊຶ່ງ​ເປັນສົນທິສັນຍາການ​ເປັນ​ພັນທະມິດກັບ​ຫ້າ​ປະ​ເທດ​ໃນ​ເອ​ເຊຍ​ທີ່​ເກົ່າ​ແກ່​ທີ່​
ສຸດ.

ກຳ​ປັ່ນຂອງ​ຟີ​ລິບ​ປິນ​ແລະ​ຈີນ​ໄດ້​ພົວພັນ​ກັບ​ການ​ປະ​ເຊີນ​ໜ້າ​ກັນ​ເປັນ​ເວລາ​ສອງ​ເດືອນ
​ໃນ​ບໍລິ​ເວນ​ໝູ່​ເກາະ​ທີ່​ມີ​ການ​ຂັດ​ແຍ້​ງ​ເຖິງ​ແມ່ນທ່ານ Aquino ​ເວົ້າວ່າ ຄວາມ​ເຄັ່ງ​ຕຶງ​ໄດ້
​ຜ່ອນ​ເບົາ​ລົງ​ແດ່​ແລ້ວ​ກໍຕາມ.

ສະຫະລັດ​ບໍ່​ໄດ້​ເອົາ​ທ່າ​ທີ​ໃດໆ​ ກ່ຽວ​ກັບ​ການ​ຍາດ​ແຍ່ງ​ແຂ່ງຂັນ​ຢູ່​ໃນ​ເຂດ​ທະ​ເລີ​ຈີນ​ໃຕ້
ແຕ່​ຊຸກຍູ້​ໃຫ້​ປະ​ເທດ​ຕ່າງໆ​ຢູ່​ໃນ​ຂົງ​ເຂດ ຮວມທັງ​ປະ​ເທດ​ທີ່​ເປັນ​ຄູ່​ແຂ່ງ​ໃນການ​ອ້າງ​ກຳ
​ມະ​ສິດ ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງ ດ້ວຍ​ການ​ໃຊ້​ກົດ​ໃນ​ການ​ປະຕິບັດ​ທີ່ ພວມຮ່າງ​ຂຶ້ນ​ໂດຍ
ມີ​ຈີນ​ເຂົ້າຮ່ວມ​ນຳ.

XS
SM
MD
LG