ຟີລິບປິນກ່າວວ່າ ຕົນກຳລັງພິຈາລະນາເບິ່ງຂໍ້ສະເໜີຂອງສະຫະລັດ ທີ່ຈະສົ່ງເຮືອບິນສັງເກດ
ການ ບິນປະຕິບັດງານຢູ່ໃນເຂດແດນຂອງຟີລິບປິນ ເພື່ອເສີມຂະຫຍາຍຄວາມສາມາດຂອງ
ມະນີລາ ໃນການລາຕະເວນຢູ່ຕາມເຂດທີ່ມີການຂັດແຍ້ງໃນທະເລຈີນໃຕ້.
ການເອົາທ່າທີດັ່ງກ່າວ ໄດ້ມີການແຈ້ງໃຫ້ຊາບໃນມື້ວັນສຸກວານນີ້ ໂດຍລັດຖະມົນຕີກະຊວງ
ປ້ອງກັນປະເທດຂອງຟີລິບປິນ ທ່ານ Voltair Gazmin.
ດັ່ງດຽວກັນກັບປະເທດອື່ນໆຢູ່ໃນຂົງເຂດ ຟີລິບປິນໄດ້ອ້າງກຳມະສິດບາງສ່ວນຢູ່ໃນເຂດທະ
ເລຈີນໃຕ້ທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ. ແຕ່ຈີນໄດ້ຢືນຢັນໜັກຂຶ້ນນັບມື້
ໃນການກົດດັນ ກ່ຽວກັບການອ້າງກຳມະນິດຂອງຕົນທີ່ນັ້ນ. ຟີລິບປິນ ພ້ອມກັບຫວຽດນາມ
ໄດ້ກ່າວຫາປັກກິ່ງວ່າລົບກວນໃນການດຳເນີນຄວາມພະຍາຍາມເພື່ອສຳຫຼວດຊອກຫານໍ້າມັນ
ແລະແກັສທຳມະຊາດຂອງຕົນ ຢູ່ໃນເຂດດັ່ງກ່າວ.
ເຈົ້າໜ້າທີ່ສະຫະລັດແລະຟີລິບປິນໄດ້ພົບປະກັນທີ່ກຸງວໍຊິງຕັນໃນວັນພະຫັດແລ້ວແລະມີແຜນ
ການທີ່ຈະທຳການເຈລະຈາຕື່ມອີກໃນເດືອນມີນາຈະມານີ້.
ລັດຖະມົນຕີການຕ່າງປະເທດຟີລິບປິນທ່ານ Albert del Rosario ກ່າວໃນວັນສຸກວານນີ້
ວ່າ ນອກນັ້ນມະນີລາຍັງຊອກຫາຊ່ອງທາງທີ່ຈະເພີ່ມການຊ້ອມລົບທາງທະຫານຮ່ວມກັນກັບ
ວໍຊິງຕັນ. ທ່ານກ່າວໃນຖະແຫຼງການສະບັບນຶ່ງວ່າ ມັນເປັນການໄດ້ປຽບຢ່າງຈະແຈ້ງຂອງມະ
ນີລາ ເພື່ອເສີມຂະຫຍາຍການເປັນພັນ ທະມິດຢ່າງສຸດຂີດກັບສະຫະລັດ.
ມີກຳລັງພິເສດຂອງສະຫະລັດປະມານ 600 ຄົນປະຈຳການຢູ່ທີ່ຟີລິບປິນໃນເວລານີ້ເພື່ອໃຫ້
ຄຳແນະນຳແກ່ກຳລັງທ້ອງຖິ່ນຂອງຟີລິບປິນໃນການຕໍ່ສູ້ກັບພວກຫົວຮຸນແຮງທີ່ເປັນເຄືອຂ່າຍ
ຂອງກຸ່ມກໍການຮ້າຍອາລກາຍດາ.