ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ຟີລິບປິນ ຮ່ວມກັນຊ້ອມຮົບ


ຈາກຊ້າຍຫາຂວາ, ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ຟີລິບປິນ ທ່ານ Sung Kim, ຫົວໜ້າປ້ອງກັນປະເທດ ຟີລິບປິນ ທ່ານ Delfin Lorenzana, ລັດຖະ ມົນຕີຊ່ວຍ
ວ່າການກະຊວງການຕ່າງປະເທດ ທ່ານ Ariel Abadilla, ຢືນເຄົາລົບໃນລະຫວ່າງ ການເດີນຂະບວນຂອງທະຫານ ໃນພິທີເປີດການຊ້ອມທະຫານ ຮ່ວມປະຈຳປີ ລະຫວ່າງ ສະຫະລັດ ແລະ ຟີລິບປິນ. 8 ພຶດສະພາ, 2017.
ຈາກຊ້າຍຫາຂວາ, ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ຟີລິບປິນ ທ່ານ Sung Kim, ຫົວໜ້າປ້ອງກັນປະເທດ ຟີລິບປິນ ທ່ານ Delfin Lorenzana, ລັດຖະ ມົນຕີຊ່ວຍ ວ່າການກະຊວງການຕ່າງປະເທດ ທ່ານ Ariel Abadilla, ຢືນເຄົາລົບໃນລະຫວ່າງ ການເດີນຂະບວນຂອງທະຫານ ໃນພິທີເປີດການຊ້ອມທະຫານ ຮ່ວມປະຈຳປີ ລະຫວ່າງ ສະຫະລັດ ແລະ ຟີລິບປິນ. 8 ພຶດສະພາ, 2017.

ສະຫະລັດ ແລະ ຟີລິບປິນ ໄດ້ເລີ່ມຫຼຸດຂະໜາດຂອງການຊ້ອມຮົບຮ່ວມປະຈຳປີໃນວັນ
ຈັນມື້ນີ້, ໃນຂະນະທີ່ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte ໄດ້ກ່າວວ່າທ່ານ ກຳລັງພະຍາຍາມຂະຫຍາຍສາຍພົວພັນກັບ ຈີນ ແລະ ຣັດເຊຍຢູ່ນັ້ນ.

ການຝຶກຊ້ອມຂອງປີນີ້ໃນ ຟີລິບປິນ ຈະເພັ່ງເລັງໃສ່ການຕອບສະໜອງຕໍ່ໄພພິບັດ ແລະ ການຕໍ່ສູ້ປາບປາມລັດທິກໍ່ການຮ້າຍ.

ການປະຕິບັດການປ້ອງກັນເຂດແດນ ຈະຖືກຕັດອອກຈາກການຝຶກຊ້ອມໃນປີນີ້. ຈີນ ໄດ້ ອ້າງເອົາກຳມະສິດເຂດແດນຂອງທະເລຈີນໃຕ້ ເກືອບທັງໝົດ, ແມ່ນກະທັ້ງທີ່ຫຼາຍປະ
ເທດ, ລວມທັງ ຟີລິບປິນນຳ, ໄດ້ຮ່ວມອ້າງເອົາກຳມະສິດຢູ່ໃນພາກພື້ນດັ່ງກ່າວເຊັ່ນກັນ.
ທ່ານ Duterte ໄດ້ມີທ່າທາງທີ່ອ່ອນນ້ອມກວ່າຜູ້ດຳລົງຕຳແໜ່ງກ່ອນໜ້າທ່ານ ກ່ຽວກັບ ການຂັດແຍ້ງເຂດແດນກັບ ຈີນ.

ຈຳນວນທະຫານຈາກທັງສອງຝ່າຍ ທີ່ເຂົ້າຮ່ວມໃນການຝຶກຊ້ອມຮ່ວມແມ່ນໜ້ອຍກວ່າປີ
ກາຍນີ້ຫຼາຍເທົ່າ, ເມື່ອທະຫານປະມານ 11,500 ຄົນໄດ້ເຂົ້າຮ່ວມໃນການເປັນຄູ່ຮ່ວມກັນ
ນັ້ນ. ບັນດາເຈົ້າໜ້າທີ່ກ່າວວ່າ ປີນີ້ມີທະຫານປະມານ 5,400 ຄົນເທົ່ານັ້ນເຂົ້າຮ່ວມໃນ
ການຝຶກຊ້ອມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG