ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ຟິລິບປິນ ດຳເນີນການລາດຕະເວນທາງອາກາດ ແລະທາງທະເລ ຮ່ວມກັນ ໃນທະເລຈີນໃຕ້


ຮູບພາບໃນເອກະສານແຈກຍາຍນີ້ ໄດ້ຖືກເຜີຍແຜ່ໂດຍກອງທັບອາກາດຟິລິບປິນ ເຊິ່ງເປັນຮູບເຮືອບິນຂັບໄລ່ອາຍພົ່ນ FA-50PH ຂອງກອງທັບອາກາດຟິລິບປິນ, ເຂົ້າຮ່ວມການລາດຕະເວນທາງທະເລ ຂອງຟິລິບປິນ ແລະ ສະຫະລັດ ຢູ່ເໜືອເມືອງບາເຕນສ໌ ແລະ ພື້ນທີ່ໃນທະເລຟິລິບບິນຕາເວັນຕົກ ໃນວັນທີ 21 ພະຈິກ 2023.
ຮູບພາບໃນເອກະສານແຈກຍາຍນີ້ ໄດ້ຖືກເຜີຍແຜ່ໂດຍກອງທັບອາກາດຟິລິບປິນ ເຊິ່ງເປັນຮູບເຮືອບິນຂັບໄລ່ອາຍພົ່ນ FA-50PH ຂອງກອງທັບອາກາດຟິລິບປິນ, ເຂົ້າຮ່ວມການລາດຕະເວນທາງທະເລ ຂອງຟິລິບປິນ ແລະ ສະຫະລັດ ຢູ່ເໜືອເມືອງບາເຕນສ໌ ແລະ ພື້ນທີ່ໃນທະເລຟິລິບບິນຕາເວັນຕົກ ໃນວັນທີ 21 ພະຈິກ 2023.

ສະຫະລັດ ​ແລະ​ຟີ​ລິບ​ປິນ ​ໄດ້​ດຳ​ເນີນ​ການ​ລາດຕະ​ເວນ​ທາງ​ອາກາດ ​ແລະທາງທະ​ເລ​ຮ່ວມ​ກັນ ໃນ​ທະ​ເລ​ຈີນ​ໃຕ້, ​ເຊິ່ງໄດ້ມີ​ຂຶ້ນ ​ໃນ​ຂະນະ​ທີ່​ສອງ​ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ປະ​ເຊີນ​ໜ້າ​ກັບ​ການ​ເຄື່ອນ​ໄຫວແບບບຸກລຸກ​ຂອງ​ຈີນ​ທີ່​ນັບ​ມື້​ນັບ​ຮຸນແຮງຂຶ້ນ ​ຢູ່​ໃນເຂດ​ດັ່ງກ່າວ.

ກອງທັບ​ອາກາດ​ຟີ​ລິບ​ປິນ ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ​ເຮືອບິນ​ຂອງ​ຕົນ​ໄດ້​ເຂົ້າ​ຮ່ວມ ​ການ​ລາດຕະ​ເວນ​ຮ່ວມ ​ໃນ​ວັນ​ອັງຄານວານ​ນີ້ ຢູ່​ໃກ້ໆ​ເມືອງບາເຕນສ໌ (Batanes) ​ແຂວງ​ທາງ​ເໜືອ​ສຸດ​ຂອງ​ຟີ​ລິບ​ປິນ ຢູ່​ຫ່າງ​ຈາກ​ໄຕ້​ຫວັນ​ປະມານ 200 ກິ​ໂລ​ແມັດ ​ເຊິ່ງເປັນ​ເກາະ​ທີ່​ປົກຄອງ​ຕົນ​ເອງ​ທີ່​ຈີນ​ອ້າງ​ວ່າ​ເປັນ​ຂອງ​ຕົນ.

ການ​ລາດຕະ​ເວນ​ຈະ​ດຳ​ເນີນ​ໄປ​ຈົນເຖິງ​ວັນ​ພະຫັດ​ ​ແລະ​ຮວມມີ​ກອງທັບ​ເຮືອ​ສະຫະລັດ ​ແລະ​ຟີ​ລິບ​ປິນ.

​ສິ່ງເ​ຫລົ່ານີ້ ເກີດຂຶ້ນພຽງ​ແຕ່​ບໍ່​ເທົ່າ​ໃດ​ມື້ ​ຫລັງ​ຈາກ​ ປະທານາທິບໍດີ​ຟີ​ລິບ​ປິນ ທ່ານເຟີດີນານ ມາໂກສ ຈູເນຍ (Ferdinand Marcos Jr.) ​ໄດ້​ເອີ້ນ​ສະ ຖານະ​ການ​ຢູ່​ທະ​ເລ​ຈີນ​ໃຕ້​ວ່າ “ຮ້າຍ​ແຮງ” ​ຫຼາຍຂຶ້ນເລື້ອຍໆ ໃນ​ຂະນະ​ທີ່​ຈີນ​ພະຍາຍາມ​ທີ່ຈະຢືນຢັນການມີ​ໜ້າຂອງຕົນ ​ໃນ​ຂົງ​ເຂດ​ທີ່ຫຼາຍ​ປະ​ເທດ​ ​ຕ່າງກໍຍາດ​ແຍ່​ງກັນ​ ອ້າງ​ເອົາກຳ​ມະ​ສິດ​ຢູ່ໃນ​ດິນ​ແດນ.

ຈີນ​ອ້າງ​ເອົາ​ກຳ​ມະສິດໃນ​ເຂດ​ທະ​ເລ​ຈີນ​ໃຕ້ເກືອບ​ທັງ​ໝົດວ່າ​ເປັນ​ເຂດ​ນ່ານ​ນ້ຳ​ຂອງ​ຕົນ, ອັນໄດ້​ພາ​ໃຫ້​ເກີດ​ການ​ຂັດ​ແຍ້ງ​ກັນ ​ບໍ່​ພຽງ​ແຕ່​ກັບ​ຟີ​ລິບ​ປິນ​ເທົ່າ​ນັ້ນ​ ແຕ່​ຍັງ​ມີ​ຫວຽດ​ນາມ, ມາ​ເລ​ເຊຍ, ໄຕ້​ຫວັນ ແລະ ບຣູ​ໄນອີກດ້ວຍ ຊຶ່ງ​ຖື​ວ່າ​ອາດເປັນໄປໄດ້ທີ່ມັນຈະກາຍເປັນຈຸດ​ລະ​ເບີດ​ຢູ່ໃນ​ພາກ​ພື້ນ ​ໃນການແຂ່ງຂັນລະຫວ່າງ ສະຫະລັດ ແລະ ຈີນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG