ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ແລະ ຟີລິບປິນ ເລີ້ມຕົ້ນ ການຊ້ອມລົບຮ່ວມ ປະຈຳປີ ຄັ້ງໃຫຍ່ທີ່ສຸດ


ກອງທະຫານຂອງ ສຫລ ແລະ ຟີລິບປິນ ພາກັນຄຳນັບ ໃນລະຫວ່າງ ການເປີດພິທີ ຂອງການຊ້ອມລົບຮ່ວມກັນ ທີ່ມີຊື່ວ່າ "Balikatan 2015" ຢູ່ທີ່ຄ້າຍ Aguinaldo ໃນນອກເມືອງ Quezon ທາງພາກຕາເວັນອອກສຽງເໜືອ ຂອງນະຄອນຫລວງມານີລາ ປະເທດຟີລິບປິນ, ວັນທີ 20 ເມສາ 2015.
ກອງທະຫານຂອງ ສຫລ ແລະ ຟີລິບປິນ ພາກັນຄຳນັບ ໃນລະຫວ່າງ ການເປີດພິທີ ຂອງການຊ້ອມລົບຮ່ວມກັນ ທີ່ມີຊື່ວ່າ "Balikatan 2015" ຢູ່ທີ່ຄ້າຍ Aguinaldo ໃນນອກເມືອງ Quezon ທາງພາກຕາເວັນອອກສຽງເໜືອ ຂອງນະຄອນຫລວງມານີລາ ປະເທດຟີລິບປິນ, ວັນທີ 20 ເມສາ 2015.

ສະຫະລັດ ​ແລະ ຟີ​ລິບ​ປິນ ເປີດ​ສາກ ການ​ເຝິກຊ້ອມລົບຮ່ວມ​ກັນ
ໃນ​ວັນ​ຈັນ​ມື້​ນີ້ ຊຶ່ງ​ເປັນ​ຄັ້ງ​ໃຫຍ່ທີ່​ສຸດ​ ​ໃນ​ໄລຍະ​ 15 ປີຜ່ານ​ມາ ​
ໂດຍ​ຈະ​ເພັ່ງເລັງ​ໃສ່ ​ການເສີມ​ຂະ​ຫຍາ​ຍຄວາມ​ພ້ອມພຽງ ຢູ່​ໃນ
​ຂົງ​ເຂດ​.

ການ​ຊ້ອມ​ລົບ ໄລຍະ 10 ມື້ ປະຈຳ​ປີນີ້ ທີ່​ມີຊື່ວ່າ Balikatan ຫຼື
ຄຽງ​ບ່າ​ຄຽງ​ໄຫລ່ກັນນັ້ນແມ່ນໃຫຍ່​ກວ່າ​ປີ​ແລ້ວ​ນີ້ ສອງ​ເທົ່າ​ຕົວ ​
ໂດຍ​ມີ​ທະຫານ ຈາກທັງສອງ​ປະ​ເທດ ປະມານ 11,000 ຄົນ
​ເຂົ້າຮ່ວມ. ການ​ເຝິກຊ້ອມ ທີ່ເພີ້​ມກຳລັງ​ຂຶ້ນ​ຕື່ມອີກ​ນີ້ ​ແມ່ນ​
ສ່ວນ​ນຶ່ງ ຂອງໂຄງການແຜ້ວທາງ ໃນພາກ​ພື້ນ​ປາຊີ​ຟິກ ຂອງ​
ວໍ​ຊິ​ຕັນ ຊຶ່ງ​ເປັນຄວາມ​ພະຍາຍາມເພື່ອເສີມ​ຂະຫຍາຍ ​ການມີ
ໜ້າທາງ​ທະຫານ ​ຂອງ​ສະຫະລັດ ຢູ່​ໃນຂົງເຂດປາຊີ​ຟິກ ​ຕໍ່​ໜ້າການ​ຂະຫຍາຍ​ດິນແດນ​
ຂອງ​ຈີນ ອອກ​ໄປຢ່າງ​ວ່ອງ​ໄວ ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້ນັ້ນ.

ກິດຈະກຳອ້າງ​ເອົາ​ພື້ນ​ທີ່​ຄືນຢ່າງ​ວ່ອງ​ໄວຂອງຈີນ ​ໃນ​ບໍລິ​ເວນອ້ອມ​ແອ້ມ 7 ​ໂຂ​ດຫິນ​ ໃນ​
ໝູ່​ເກາະ Spratly ນັ້ນ ​ໄດ້​ເຮັດ​ໃຫ້​ ບັນດາ​ປະ​ເທດ​ເພື່ອນ​ບ້ານ ​ທີ່ຍາດກັນອ້າງ​ເອົາ​
ກຳມະສິດ ພາກັນ​ຕື່ນ​ຕົກ​ໃຈ ຊຶ່ງມີຮວມທັງ ຟີ​ລິບ​ປິນ ​ແລະ ຫວຽດນາມ ນັ້ນ.

ປະທານາທິບໍດີ​ສະຫະລັດ ທ່ານ ບາ​ຣັກ ​ໂອ​ບາ​ມາ ​ໄດ້​ກ່າວ​ວ່າ ວໍ​ຊິງ​ຕັນ ​ແມ່ນ​ມີ​ຄວາມ​
ເປັນ​ຫ່ວງ ທີ່​ຈີນໃຊ້ຄວາມ “​ໃຫຍ່​ໂຕ​ ​ແລະ ກຳລັງ” ຂອງ​ຕົນ ກົດ​ດັນ​ປະ​ເທດ​ເພື່ອນ​ບ້ານ
ທີ່​ນ້ອຍ​ກວ່າ ​ໃນ​ເຂດ​ທະ​ເລ ​ທີ່ເປັນ​ບັນຫາ​ໂຕ້​ຖຽງ​ກັນ​ນັ້ນ.

US Philippines Military
please wait

No media source currently available

0:00 0:01:14 0:00

XS
SM
MD
LG