ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວວ່າ ວໍຊິງ
ຕັນຍັງສືບຕໍ່ມີຄວາມໝາຍໝັ້ນໃນດ້ານຄວາມປອດໄພ ຂອງຟິລິບປີນ ແຕ່ວ່າ ສະຫະ
ລັດຈະບໍ່ເຂົ້າຂ້າງອອກຂາກ່ຽວກັບການປະເຊີນໜ້າທາງທະເລທີ່ຍັງດຳເນີນຢູ່ຕໍ່ມາ
ລະຫວ່າງຟີລິບປິນກັບປັກກິ່ງໃນທະເລຈີນໃຕ້.
ທ່ານນາງ Clinton ໃຫ້ຄວາມເຫັນດັ່ງກ່າວໃນວັນຈັນວານນີ້ທີ່ກຸງວໍຊິງຕັນ ໃນລະ
ຫວ່າງການສົນທະນາກັບນັກການທູດອະວຸໂສແລະເຈົ້າໜ້າທີ່ກະຊວງປ້ອງກັນປະ
ເທດຈາກກຸງມະນີລາ.
ທ່ານນາງ Clinton ໄດ້ສະແດງຄວາມ “ກັງວົນຢ່າງເລິກເຊິ່ງ” ກ່ຽວກັບການປະເຊີນ
ໜ້າເປັນເວລາເກືອບສາມອາທິດ ລະຫວ່າງຟິລິບປີນ ແລະຈີນທີ່ເກາະ Scarbo
rough ຊຶ່ງທັງສອງປະເທດຕ່າງກໍໄດ້ອ້າງ ເອົາກຳມະສິດນັ້ນ. ທ່ານນາງກ່າວອີກວ່າ
ສະຫະລັດໃຫ້ການສະໜັບ ສະໜຸນຕໍ່ການແກ້ໄຂທາງດ້ານການທູດຕໍ່ບັນຫາຂັດແຍ້ງ
ກ່ຽວກັບເລື່ອງດິນແດນທຳນອງນີ້.
ຖະແຫລງການຮ່ວມສະບັບນຶ່ງທີ່ໄດ້ນຳອອເຜີຍແຜ່ຫລັງຈາກການເຈລະຈາຫາລືກ່າວ
ວ່າ ສະຫະລັດຈະສືບຕໍ່ເສີມຂະຫຍາຍໃຫ້ຟິລິບປີນມີຄວາມສາມາດໃນການລາດຕະ
ເວນເຂດນ່ານນໍ້າຂອງຕົນພາຍໃຕ້ສົນທິສັນຍາການປ້ອງກັນຮ່ວມກັນທີ່ມີອາຍຸ 60 ປີ
ລະຫວ່າງປະເທດທັງສອງ.