ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທະຫານ ສະຫະລັດ ແລະ ຟີລິບປິນ ເສັດສິ້ນ ການຊ້ອມລົບ ປະຈໍາປີ ຮ່ວມກັນ


ທະຫານມາຣິນສະຫະລັດແລະຟີລິບປິນ ກຳລັງຂຶ້ນເຮືອບິນເຮລີຄອບເຕີ ເພື່ອຝຶກຊ້ອມລົບແລະຊ່ອຍເຫຼືອໃນ
ດ້ານມະນຸດສະທຳ ຮ່ວມກັນທີ່ຖານທັບ Gregorio Lim, Ternate, Cavite ວັນທີ 20, 2013.
ທະຫານມາຣິນສະຫະລັດແລະຟີລິບປິນ ກຳລັງຂຶ້ນເຮືອບິນເຮລີຄອບເຕີ ເພື່ອຝຶກຊ້ອມລົບແລະຊ່ອຍເຫຼືອໃນ ດ້ານມະນຸດສະທຳ ຮ່ວມກັນທີ່ຖານທັບ Gregorio Lim, Ternate, Cavite ວັນທີ 20, 2013.
ພວກ​ທະຫານ​ມາຣີນ ຫລື​ນາວິກ​ກະ​ໂຍທິນ ຂອງ​ສະຫະລັດ​ແລະ
​ຟີ​ລິບ​ປິນຈຳນວນ​ຫຼາຍ​ກວ່າ 2 ພັນ​ຄົນ ​ໄດ້​ເສັດ​ສິ້ນ​ການ​ຊ້ອມ​ລົບ
ສະ​ເທີນບົກ​ສະ​ເທີນ​ນ້ຳ​ຮ່ວມກັນ ​ເປັນ​ເວລາ 3 ສັບປະດາ ຢູ່​ພາກ
​ເໜືອ​ຂອງ​ຟີ​ລິບ​ປິນ​ໃນ​ວັນ​ສຸກ​ຜ່ານ​ມາ ອັນ​ເປັນ​ລາຍການ​ສຸດ​
ທ້າຍ​ຂອງໂຄງການຝຶກ​ແອບ​ຮ່ວມ​ປະຈຳ​ປີຊຶ່ງ​ບັນດາ​ເຈົ້າ​ໜ້າ​ທີ່​
ຂອງ​ສອງ​ປະ​ເທດ​ຫວັງ​ວ່າ ຈະ​ຂະຫຍາຍ​ອອກ​ອີກ​ໃນ​ອະນາຄົດ
ອັນໃກ້​ນີ້ໆ.ແຕ່​ການ​ປິດກິດຈະ​ການຂອງ​ລັດຖະບານ​ສະຫະລັດ​
ລົງ ໄດ້​ສ້າງ​ຄວາມມືດ​ມົນຂຶ້​ນ ​ໃນ​ຂະນະ​ທີ່​ທັງ​ສອງລັດຖະບານ
​ທຳ​ການ​ໂອ້​ລົມ​ກັນ​ກ່ຽວ​ກັບ​ການ​ຢາກ​ໃຫ້​ທະຫານ​ອະ​ເມຣິກັນ​
ໄປ​ຢ້ຽມຢາມ​ຟີ​ລິບ​ປິນ ຫຼາຍ​ຂຶ້ນ​ນັ້ນ. Simon Orendain ​ຜູ້​ສື່​
ຂ່າວ ວີ​ໂອ​ເອທີ່​ກຸງ​ມາ​ນີລາ ສົ່ງ​ລາຍງານກ່ຽວກັບ​ເລື້ອງນີ້​ມາ
ຊຶ່ງສິງ​ຈະນໍາ​ມາສະ​ເໜີທ່ານ.


ການ​ຊ້ອມ​ລົບ​ຮ່ວມ​ກັນ​ໄດ້ເສັດ​ສິ້ນ​ລົງ​ໃນ​ມື້​ທີ່ ປະທານາທິບໍດີບາຣັກ ​ໂອ​ບາ​ມາ ​ມີ
​ແຜນ​ຈະອອກ​ເດີນທາງ​ໄປ​ຍັງ​ຟີ​ລິບ​ປີນ.​ແຕ່​ທ່ານ ​ໂອ​ບາ​ມາ ​ໄດ້​ລົບລ້າງແຜນການ​
ຢ້ຽມຢາມ​ດັ່ງກ່າວ​ ຍ້ອນ​ການ​ຢຸດ​ການ​ປະຕິບັດ​ງານ​ຂອງລັດຖະບານສະຫະລັດ​.

ທ່ານ John Kerry ລັດຖະມຸນຕີ​ຕ່າງປະ​ເທດສະຫະລັດ ມີ​ໝາຍ​ກຳນົດ​ຈະ​ເດີນທາງ
​ໄປ​ຍັງ​ຟີ​ລິບ​ປີນ ​ແທນ​ທ່ານ​ໂອ​ບາ​ມາ​ ແຕ່ແຜນການ​ຢ້ຽມຢາມ​ຂອງ​ທ່ານ Kerry ກໍໄດ້
​ຖືກ​ລົບລ້າງ​ໃນ​ຕອນ​ບ່າຍ​ໃນ​ວັນ​ພະຫັດ​ຜ່ານ​ມາ ​ຍ້ອນ​ພາຍຸ​ໄຕ້​ຝຸ່ນ ນາຣີ ທີ່​ກໍາລັງຈະ
​ພັດ​ເຂົ້າ​ຖະຫລົ່ມ​ຟີ​ລິບ​ປີນ​.

ເຖິງ​ແມ່ນໄດ້ມີ​ການ​ລົບ​ລ້າງ​ການ​ຢ້ຽມຢາມ​ສອງ​ຄັ້ງນີ້​ກໍ​ຕາມ ​ແຕ່​ຮອງລັດຖະມົນຕີ
ກະຊວງ​ປ້ອງ​ກັນ​ປະ​ເທດ​ຟີ​ລິບ​ປິນ ທ່ານ Edilberto Adan ທີ່​ເປັນຫົວໜ້າ​ບໍລິຫານ
ຄະນະ​ກຳມະການຮັບຜິດຊອບ​ກອງກຳລັງຢ້ຽມຢາມ​ຟີ​ລິບ​ປີນ ກ່າວ​ວ່າຟີລິບ​ປີນຍັງ
ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ການ​ເປັນ​ຄູ່​ພາຄີ​ກັນ​ກັບ​ສະຫະລັດ​ນັ້ນ​ຢູ່.

ພວກ​ເຮົາ​ມີ​ຄ່າ​ນິຍົມ​ຫລາຍໆ​ຢ່າງຮ່ວມ​ກັນ ພວກ​ເຮົາ​ຢາກ​ມີ​ລະບອບ
​ປະຊາທິ ປະ​ໄຕ​ທີ່​ມີ​ຊີວິດ​ຊີວາ. ​ປະ​ເທດ​ພວກ​ເຮົາ ທັງ​ສອງ​ເຄົາລົບ​ນັບ
ຖື​ຕົວ​ບົດ​ກົດໝາຍ. ພວກເຮົາ​ຕ້ອງການເສລີພາບ​ໃນ​ການ​ເດີນ​ເຮືອ​ ຢູ່
ໃນ​ທະ​ເລ​ຂອງ​ພວກ​ເຮົາ. ສະ​ນັ້ນ ການ​ເປັນ​ພັນທະ​ມິດກັນ​ດັ່ງກ່າວ​ນີ້ ​
ຈຶ່ງໄດ້ຮັບການ​ເນັ້ນ​ຢໍ້າ ໂດຍ​ຜ່ານ​ການ​ຊ້ອມ​ລົບ​ເຫລົ່າ​ນີ້ ​ວ່າ​ທັງ​ສອງ​
ປະ​ເທດ​ຍັງ​ມີຄວາມ​ມຸ້ງໝັ້ນ​ ​ຕໍ່​ຈຸດປະສົງ​ແລະ​ວັດຖຸ​ປະສົງ​ຕ່າງໆ​ຂອງ ​
ສົນທິສັນ​ຍາວ່າ​ດ້ວຍ​ການ​ປ້ອງ​ກັນ​ຮ່ວມ​ກັນ​ນັ້ນ.”


​ເວລາ​ນີ້ ບັນດາ​ນັກ​ເຈລະຈາ​ຈາກ​ຟີ​ລິບ​ປິນ​ແລະ​ສະຫະລັດ​ ກຳລັງ​ທົບ​ທວນ​ເບິ່ງສົນທິ
ສັນຍາດັ່ງກ່າວ ​ແລະ​ຂໍ້​ຕົກລົງ​ວ່າດ້ວຍ​ກອງ​ກໍາລັງ​ຢ້ຽມຢາມ​ນັ້ນ​ຢູ່ ​ເພື່ອ​ຫາທາງ​ເຮັດ
ວິທີ​ໃດ​ດີ​ ເພື່ອ​ໃຫ້​ທະຫານ​ຂອງ​ສະຫະລັດ​ໄດ້ໄປ​ຢ້ຽມຢາມ​ຟີ​ລິບ​ປີນຫຼາຍ​ຂຶ້ນນັ້ນ.

ສະຫະລັດ​ຢາກ​ມີ​ທາງ​ເຂົ້າຫາໄດ້ງ່າຍໆ ​ຂົງ​ເຂດ​ຕ່າງໆ​ ບ່ອນ​ທີ່​ຕົນ​ສາມາດ​ຈອດເຮືອ
ສາມາດ​ເອົາ​ເຮືອບິນ​ລົງ​ຈອດ ​ແລະເອົາ​ອຸປະກອນ​ໄປ​ຕິດ​ຕັ້ງ ເພື່ອ​ພ້ອມ​ທີ່​ຈະໃຊ້ໃນ
​ເວລາ​ທີ່​ຕ້ອງການ. ບັນດາ​ນັກ​ເຈລະຈາ​ຟີ​ລິບ​ປິນ ກ່າວ​ວ່າ ​ແຜນການ​ດັ່ງກ່າວເຂົ້າກັນ
​ດີ​ກັບ​ໂຄງການ​ປັບປຸງ​ ທີ່​ຈະ​ໃຊ້​ເງິນ​ຈຳນວນ​ 1800 ລ້ານ​ດອນ​ລ່າຂອງກອງທັບ​ທີ່​ອ່ອນ
​ແອ​ແລະເກົ່າ​ແກ່​ຂອງ​ຕົນ ​ແລະ​ກ່າວ​ຕື່ມ​ວ່າ ການ​ມີ​ໂອກາດ​ຝຶກຊ້ອມ​ຫຼາຍຂຶ້ນ​ກັບ​ກອງ​
ທະຫານ​ສະຫະລັດທີ່​ມີໜ້າ​ຢູ່​ໃນ​ປະ​ເທດ​ ​ແມ່ນຈະ​ຊ່ອຍ​ສ້າງຕັ້ງທ່າ​ທີ​ປ້ອງ​ກັນທີ່ໜ້າ
ເຊື່ອ​ຖື​ໄດ້ໃນ​ຂັ້ນ​ຕໍ່າ​ສຸດ​ນັ້ນ. ຟີ​ລິບ​ປີນມີ​ບັນຫາ​ຂັດ​ແຍ້​ງທາງເຂດ​ນ້ຳ​ແດນ​ດິນ​ກັນ​ກັບ
​ຈີນ ກ່ຽວ​ກັບພວກເກາະ​ຫິນນ້ອຍໆຢູ່​ໃນ​ເຂດທະ​ເລ​ຈີນ​ໃຕ້ ຊຶ່ງ​ຈີນ​ໄດ້​ອ້າງ​ເອົາ​ກຳມະ
​ສິດ ໃນ​ຂົງ​ເຂດ​ດັ່ງກ່າວ ​ເກືອບທັງ​ໝົດ.

​ໃນ​ຂະນະ​ທີ່​ລາຍ​ລະອຽດ​ຕ່າງໆ​ຂອງ​ຂໍ້​ຕົກລົງ​ກັນ​ພວມ​ຖືກ​ກວດກາ​ໂດຍ​ທັງ​ສອງຝ່າຍ​
ໃນ​ການ​ໂອ້​ລົມ​ສົນທະນາ​ກັນ​ຫຼາຍ​ຮອບ​ທີ່​ກຸງ​ວໍ​ຊິງ​ຕັນ​ແລະ​ກຸງ​ມາ​ນີລາຢູ່​ນີ້ ພວກ​ທະ
ຫານ​ມາຣີນ​ຈາກ​ທັງ​ສອງ​ປະ​ເທດ​ກໍໄດ້​ທຳ​ການ​ຊ້ອມ​ລົບ​ກັນ​ມາ​ຫຼາຍ​ຄັ້ງໃນ​ເຂດ​ນ່ານ
ນ້ຳ​ ໃກ້ໆ​ກັບ​ເຂດ​ນ້ຳ​ແດນ​ດິນ​ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງກັນ​ນັ້ນ.

​ໃນ​ວັນ​ສຸກ​ທີ່​ມີ​ລົມແຮງ​ມື້​ນຶ່ງ ​ໃນ​ເຂດ Ternate Cavite ປະມານ 220 ຫຼັກ​ກິ​ໂລແມັດ
​ໄປ​ທາງທິດຕາ​ເວັນ​ອອກສຽງ​ໃຕ້​ ຂອງເກາະ​ຫິນປະ​ກາ​ລັງ Scarborough Shoal
ໃນ​ທະ​ເລ​ຈີນ​ໃຕ້​ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງກັນນັ້ນ ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ຂະໜາດໃຫຍ່
ລຸ້ນ CH-53 ​ບິນ​ເວີ່ນ​ຢູ່​ເທິງໜ້ານ້ຳ​ທີ່​ມີ​ຄື້ນຟອງຂອງ​ຊາ​ຍຫາດ​ນ້ອຍໆ​ແຫ່ງ​ນຶ່ງ. ພວກ
​ທະຫານ​ມາຣິນ ຈຳນວນ​ປະມານ 30 ຄົນ ​ໄດ້​ພາກັນ​ຟ້າ​ວໂຕນ​ຈາກເຮືອບິນ​ເຮ​ລີ​ຄອບ
ເຕີ ລົງ​ໄປ​ຫາ​ເຮືອ​ຢາງ​ຢູ່​ໜ້າ​ນໍ້າທາງ​ລຸ່ມ.

ພວກ​ທະຫານ​ເຫຼົ່າ​ນີ້​ພາກັນຝຶກ​ແອບ ວິທີ​ເຂົ້າ​ຫາ​ສະຖານ​ທີ່​ຕ່າງໆ​ໂດຍ​ທາງ​ນ້ຳ ເພື່ອ
ທຳ​ການ​ບຸກ​ໂຈມ​ຕີ​ ​ແລະ​ເຂົ້າ​ໄປ​ຊ່ອຍ​ເຫຼືອທາງ​ດ້ານມະນຸດສະທຳ​.

ຂໍ້​ຕົກລົງ​ສະບັບ​ໃໝ່ທີ່​ກໍາລັງ​ພິຈາລະນາ​ກັນ​ຢູ່ນີ້ ບົ່ງ​ອອກ​ມາ​ຢ່າງຈະ​ແຈ້ງວ່າ ຈະ​ບໍ່​ມີ
​ຖານ​ທັບ​ໃດໆ​ຂອງ​ສະຫະລັດໃນ​ຟີ​ລິບ​ປິນ. ຖານ​ທັບ​ເກົ່າຂອງ​ສະຫະລັດ ຫລາຍໆ
​ແຫ່ງ ​ທີ່​ໄດ້ໄຂ​ຂຶ້ນ​ຢູ່​ໃນ​ຟີ​ລິບ​ປີນເປັນ​ເວລາດົນ​ເຖິງ​ນຶ່ງ​ສັດຕະວັດນັ້ນ​ ໄດ້ປິດ​ລົງ​ໃນ​ປີ
1992 ພາຍ​ໃຕ້​ຄວາມ​ກົດ​ດັນຈາກພາຍ​ໃນ​ປະ​ເທດ. ບັນດາ​ນັກ​ເຈລະຈາ​ຟີ​ລິບ​ປິນ
ກ່າວວ່າ ​ເຂົາ​ເຈົ້າ​ບໍ່​ຄາດ​ວ່າ ຈະ​ມີ​ການ​ເພີ່ມ​ຈຳນວນ​ທະຫານອາ​ເມຣິກັນ ​ທີ່​ມາ​ຊ້ອມ​
ລົບ​ຮ່ວມ​ກັນ​ໃນ​ທຸກໆ​ປີນັ້ນ ຂຶ້ນ​ຫລາຍຮອດສອງ​ເທົ່າໂຕ.

ຄະນະ​ກຳມະການ​ປ້ອງ​ກັນ​ຮ່ວມ ຊຶ່ງ​ປະກອບ​ດ້ວຍ​ບັນດາ​ເຈົ້າ​ໜ້າ​ທີ່​ຈາກທັງ 2 ປະ
​ເທດ ມີ​ກໍານົດຈະ​ພົບ​ປະກັນ​ໃນ​ສັບປະດານີ້ ​ເພື່ອວາງ​ແຜນການ​ຊ້ອມ​ລົບ​ຮ່ວມ ສໍາ
ລັບ​ປີໜ້າ​ນັ້ນ. ທ່ານ Adan ຮອງລັດຖະມຸນຕີກະຊວງ​ ປ້ອງ​ກັນ​ປະ​ເທດ​ຟີ​ລິບ​ປິນ
ກ່າວ​ວ່າ ​ເຂົາ​ເຈົ້າ​ຫວັງ​ວ່າຈະ​ມີ​ການ​ຝຶກ​ຊ້ອມ​ຮ່ວມ​ກັນ​ຕື່ມ​ອີກ ພາຍ​ໃຕ້​ຂໍ້​ຕົກລົງ​ສະບັບ​
ໃໝ່​ທີ່​ຄາດ​ໝາຍ​ກັນວ່າ ຈະ​ມີການ​ລົງ​ນາມ​ກັນໃນ​ໄວໆ​ນີ້.
XS
SM
MD
LG