ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໔ ມິຖຸນາ ໒໐໒໓

ບໍລິສັດຢາ ທີ່ສຳຄັນຂອງ ສະຫະລັດ ເວົ້າວ່າ ຢາວັກຊີນ COVID ອາດພ້ອມສຳລັບ ການໃຊ້ສຸກເສີນ ໃນຕົ້ນປີ 2021


ນັກຄົ້ນຄວ້າຄົນນຶ່ງຢູ່ບໍລິສັດ Protein Sciences ເຮັດວຽກໃນຫ້ອງທົດລອງ, ເມືອງ ເມຣິເດັນ, ລັດຄອນແນຕິຄັດ. 12 ມີນາ, 2020.

ບໍລິສັດຢາ ທີ່ສຳຄັນຂອງ ສະຫະລັດ Johnson & Johnson ເວົ້າວ່າການ ທົດລອງສັກຢາວັກຊີນກັນໄວຣັສໂຄໂຣນາໃສ່ມະນຸດຂອງເຂົາເຈົ້າ ຈະເລີ່ມຕົ້ນ ພາຍໃນເດືອນກັນຍາ ແລະ ເວົ້າວ່າຢາວັກຊີນດັ່ງກ່າວ ອາດມີໃຫ້ໃຊ້ໃນພາວະ ສຸກເສີນພາຍໃນຕົ້ນປີໜ້າ.

ບໍລິສັດທີ່ວ່ານັ້ນໄດ້ກ່າວໃນວັນຈັນວານນີ້ວ່າ ເຂົາເຈົ້າໄດ້ຮ່ວມປະກອບສ່ວນເງິນ. ຫຼາຍກວ່າ 1 ພັນ ລ້ານໂດລາເພື່ອພັດທະນາ ແລະ ທົດລອງຢາວັກຊີນ ກັບກະຊວງສາທາລະນະສຸກ ແລະ ການບໍລິ ການມະນຸດຂອງ ສະຫະລັດ. ເຂົາເຈົ້າໄດ້ ເວົ້າວ່າ ຖ້າການທົດລອງຢາວັກຊີນໃສ່ມະນຸດ ຫາກປະ ສົບຄວາມສຳເລັດ, ເຂົາ ເຈົ້າຈະກຽມ ຜະລິດຢາວັກຊີນນັ້ນຫຼາຍກວ່າ 1 ພັນລ້ານອັນ.

ບໍລິສັດ Johnson & Johnson ໄດ້ກ່າວວ່າ ເຂົາເຈົ້າຫວັງວ່າຢາວັກຊີນຊຸດທຳອິດ ຈະມີພ້ອມສຳ ລັບການໃຊ້ ພາຍໃຕ້ສະຖານະການສຸກເສີນ ໃນຕົ້ນປີ 2021.

ຜູ້ບໍລິຫານໃຍຫ່ຂອງບໍລິສັດ ທ່ານ ອາເລັກສ໌ ກໍສກີ ໄດ້ກ່າວໃນລາຍການ Today ຂອງໂທລະ ພາບ NBC ວ່າການລະບົ່ງບອກໃນເບື້ອງຕົ້ນຈາກການ ຄົ້ນຄວ້າໄດ້ສະແດງໃຫ້ເຫັນວ່າ ການທົດລອງຢາກວັກຊີນນັ້ນແມ່ນເບິ່ງຄືວ່າ ຈະມີປະສິດທິພາບ.

ທ່ານໄດ້ກ່າວວ່າ “ພວກເຮົາມີຜູ້ສະໝັກທົດລອງທີ່ມີຄວາມເປັນໄປໄດ້ ທີ່ຈະປະ ສົບຄວາມສຳເລັດໃນລະດັບສູງ ສຳລັບການທົດລອງໄວຣັສ COVID-19.”

ທ່ານໄດ້ກ່າວຕື່ມວ່າ “ພວກເຮົາມີຄວາມສາມາດໃນການຜະລິດ ທີ່ຈະເລັ່ງ ຜະລິດຢາວັກຊີນໃນໄລຍະເວລາທີ່ສັ້ນ ສະນັ້ນມັນຈຶ່ງມີອອກມາໃຫ້ໃຊ້ໄດ້.”

ທ່ານ ກໍສກີ ໄດ້ກ່າວວ່າ ບໍລິສັດແມ່ນກຳລັງວາງແຜນທີ່ຈະຂະຫຍາຍການຜະ ລິດຢາວັກຊີນໃນສອງສາມອາທິດຂ້າງໜ້າ, ດ້ວຍເປົ້າໝາຍທີ່ຈະຜະລິດຫຼາຍ ຮ້ອຍລ້ານອັນພາຍໃນກາງປີໜ້າ ແລະ ເຖິງນຶ່ງພັນລ້ານອັນ ພາຍໃນທ້າຍປີ 2021.

ອ່ານຂ່າວນີ້ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG