ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການແຂ່ງຂັນ ກ໊ອຟ US PGA Tour ຂະຫຍາຍ ເຂົ້າໄປ ໃນຈີນ


US PGA Tour ກໍາລັງຂະຫຍາຍ ເຂົ້າໄປໃນຈີນ
US PGA Tour ກໍາລັງຂະຫຍາຍ ເຂົ້າໄປໃນຈີນ
ອົງການ​ຈັດການ​ແຂ່ງຂັນກ໊ອຟມື​ອາຊີບ​ຂອງ​ສະຫະລັດ ​ຫລື The U.S. PGA Tour ​ໄດ້​ປະກາດ​ວ່າ ​ຕົນ​ກໍາລັງ​ຂະຫຍາຍ​ເຂົ້າ​ໄປ​ຍັງ​ຈີນໃນ​ປີໜ້າ​ນີ້ ພ້ອມ​ກັບ​ການ​ພັດທະນາ​ວົງ​ການ​ກິລາ​ກ໊ອຟ ມື​ອາຊີບໃໝ່.

ການ​ຈັດການແຂ່ງຂັນ​ຕີກ໊ອຟມື​ອາຊີບ​ຢູ່​ຈີນຫລື PGA Tour China ຈະມີ​ການ​ແຂ່ງ ຂັນ ​ທັງ​ໝົດ 12 ນັດ ​ໃນ​ປີ 2014 ພ້ອມ​ກັບ​ເງິນ​ລາງວັນ 200,000 ​ໂດ​ລ່າ ສໍາລັບການ​ແຂ່ງຂັນ​ແຕ່​ລະ​ນັດ.

ທ່ານ Tim Fincham ຫົວໜ້າ​ກຳມາ​ທິການ​ຈັດການ​ແຂ່ງຂັນ​ຕີກ໊ອຟມື​ອາ ຊີບ PGA Tour ​ໄດ້​ອອກ​ປະກາດ​ ເມື່ອ​ວັນອາທິດ​ມື້​ນີ້ ທີ່​ນ​ຄອນ Shanghai ຊຶ່ງ​ທ່ານ​ກ່າວ​ວ່າ PGA Tour China ຈະ​ຈັດ​ໃຫ້​ມີ​ການ​ແຂ່ງຂັນ​ທີ່​ເປີດກວ້າງ ​ໃນ​ລາຍການ​ແຂ່ງ​ຂັນ​ທີ່​ມີ​ຄຸນ​ນະພາບສໍາລັບ​ພວກ​ນັກ​ກິລາຕີ​ກ໊ອຟຫົວ​ກະທິ​ທັງຫຼາຍຈາກ​ຈີນ ​ແລະ​ປະ​ເ​ທດອື່ນໆ ​ພ້ອມ​ກັບ​ ເປີດ​ໂອກາດໃຫ້​ມີ​ຄວາມ​ກ້າວໜ້າ​ໄດ້​ໄປ​ຮ່ວມ​ການ​ແຂ່ງ​ຂັນຕີກ໊ອຟມືອາຊີບ​ລະດັບ​ໂລກ.

ທ່ານ Fincham ​ເວົ້າ​ວ່າ ລາຍການ​ແຂ່ງຂັນຕີກ໊ອຟ​ໃໝ່​ຢູ່ນີ້ ​ໄດ້​ສ້າງຈາກ ຄວາມ​ສໍາພັນ​ທີ່​ມີ​ມາ​ດົນ​ນານ​ຂອງ​ສະມາຄົມ​ກ໊ອຟມືອາຊີບ​ສະຫະລັດ ກັບ​ສະມາຄົມ​ກ໊ອຟຈີນ.

​ທ່ານ Zhang Xiaoning ເຈົ້າໜ້າ​ທີ່​ລະດັບ​ສູງ​ທ່ານ​ນຶ່ງ ປະ​ຈໍາສະມາຄົມ ຕີກ໊ອຟຈີນ ​ເວົ້າ​ວ່າ ການ​ເປັນ​ພາຄີ​ກັນ​ຄັ້ງ​ນີ້ ຈະ​ຍົກ​ລະດັບ​ກິລາ​ກ໊ອຟ​ໃນ​ປະ​ເທດ​ຂຶ້ນ​ໄປອີກ ແລະ​ຕຽມ​ພວກ​ນັກຫຼິ້ນກ໊ອຟທັງຫຼາຍ​ເຂົ້າ​ຮ່ວມ​ການແຂ່ງ ​ໃນ​ລະດັບ​ໂລກ​ບັ້ນ​ສໍາຄັນ.
XS
SM
MD
LG