ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ຊ່ຽວ​ຊານ​ພະ​ຍາດ​ເດັກ​ນ້ອຍ ສິ້ນ​ສຸດ​ຄຳ​ແນະ​ນຳ​ເກົ່າຫຼາຍ​ທົດ​ສະ​ວັດ ກ່ຽວ​ກັບ ການ​ປ້ອນ​ລູກ​ດ້ວຍ​ນົມ​ຈາກ​ເຕົ້າ​ສຳ​ລັບ​ແມ່ນ​ທີ່​ຕິດ​ເຊື້ອHIV


ນາງ ຊີ ຊີ ໂຄວິນ ປ້ອນ​ນົມ​ໃຫ້​ລູກ​ທີ່​ຫາ​ກໍ​ເກີດ​ໃໝ່​ຂອງ​ລາວ, ນາງ ຊູ​ຣີ ໃນ​ນະ​ຄອນ ຟິ​ລາ​ແດ​ລ​ເຟຍ, ລັດ ເພັນ​ຊິ​ລ​ເວ​ເນຍ ໃນ​ປີ 2021. ນາງ ໂຄວິນ ເປັນ​ແມ່​ທີ່​ຕິດ​ເຊື້ອ HIV. (Ci Ci Covin via AP)
ນາງ ຊີ ຊີ ໂຄວິນ ປ້ອນ​ນົມ​ໃຫ້​ລູກ​ທີ່​ຫາ​ກໍ​ເກີດ​ໃໝ່​ຂອງ​ລາວ, ນາງ ຊູ​ຣີ ໃນ​ນະ​ຄອນ ຟິ​ລາ​ແດ​ລ​ເຟຍ, ລັດ ເພັນ​ຊິ​ລ​ເວ​ເນຍ ໃນ​ປີ 2021. ນາງ ໂຄວິນ ເປັນ​ແມ່​ທີ່​ຕິດ​ເຊື້ອ HIV. (Ci Ci Covin via AP)

ກຸ່ມ​ຜູ້​ຊ່ຽວ​ຊານ​ພະ​ຍາດ​ເດັກ​ນ້ອຍ​ລະ​ດັບ​ສູງ​ຂອງ ສະ​ຫະ​ລັດ ກຸ່ມ​ນຶ່ງ​ແມ່ນ​ກຳ​ລັງ​ທຳ​ການ​ປ່ຽນ​ແປງ​ນະ​ໂຍ​ບາຍ​ຢ່າງ​ກະ​ທັນ​ຫັນ ກ່ຽວ​ກັບ ການ​ປ້ອນ​ນົມ​ຈາກ​ເຕົ້າ​ໂດຍ​ຄົນ​ທີ່​ຕິດ​ເຊື້ອ HIV.

ກຸ່ມ​ດັ່ງ​ກ່າວ​ເວົ້າ​ວ່າ​ເຂົາ​ເຈົ້າ​ສາ​ມາດ​ປ້ອນ​ນົມ​ລູກ​ຈາກ​ເຕົ້າ​ຖ້າ​ເຂົາ​ເຈົ້າ​ກິນ​ຢາ​ປິ່ນ​ປົວ​ທີ່​ຍັບ​ຢັ້ງ​ໄວ​ຣັ​ສ​ດັ່ງ​ກ່າວ​ທີ່​ກໍ່​ໃຫ້​ເກີດ​ໂຣກ​ເອ​ດ​ສ໌ ຢ່າງ​ມີ​ປະ​ສິດ​ທິ​ຜົນ​. ມັນ​ເປັນ​ການ​ຕ່າ​ວ​ປີ້ນ​ໃນ​ນະ​ໂຍ​ບາຍ​ທີ່​ມີ​ມາ​ຍາວ​ນານ​ຈາກ​ສະ​ຖາ​ບັນ​ການ​ສຶ​ກ​ສາ​ກ່ຽວ​ກັບ​ເດັກ​ນ້ອຍ​ ອາ​ເມ​ຣິ​ກັນ.

ກຸ່ມ​ດັ່ງ​ກ່າວ​ໄດ້​ທຳ​ການ​ປ່ຽນ​ແປງ​ໃນ​ວັນ​ຈັນ​ວານນີ້, ເຊິ່ງ​ໄດ້​ຕ່າວ​ປີ້ນ​ການ​ແນະ​ນຳ​ທີ່​ຢ້ອນ​ກັບ​ຄືນ​ໄປຫຼາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ບັນ​ດາ​ຜູ້​ຊ່ຽວ​ຊານ​ເວົ້າ​ວ່າ ຢາ​ທີ່​ຖືກ​ໃຊ້​ເພື່ອ​ປິ່ນ​ປົວ​ເຊື້ອ HIV ສາ​ມາດຫຼຸດ​ຜ່ອນ​ຄວາມ​ສ່ຽງ​ຂອງ​ການ​ສົ່ງ​ຕໍ່​ໄວ​ຣັ​ສ​ໄປ​ໃຫ້​ເດັກ​ທາ​ຣົກ​ເຖິງ​ຕ່ຳ​ກວ່າ 1 ເປີ​ເຊັນ.

ປະ​ມານ 5000 ຄົນ​ຜູ້​ທີ່​ມີ​ເຊື້ອ HIV ເກີດ​ລູກ​ໃນ ສະ​ຫະ​ລັດ ໃນ​ແຕ່​ລະ​ປີ.

A top U.S. pediatricians’ group is making a sharp policy change about breastfeeding by people with HIV. The group says they can breastfeed if they are taking medications that effectively suppress the virus that causes AIDS. It’s a reversal in a longstanding policy from the American Academy of Pediatrics. The group made the changes Monday, effectively overturning guidance that dated back decades. Experts say drugs used to treat HIV can reduce the risk of passing the virus to infants to less than 1%. About 5,000 people who have HIV give birth in the U.S. each year.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG