ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດ​ສັນ​ຕິ​ພາບ ສະ​ຫະ​ລັດ ຢ້ຽມ​ຢາມ ອັ​ຟ​ກາ​ນິ​ສ​ຖານ ຄັ້ງ​ທຳ​ອິດ ຫຼັງ​ຈາກ​ທ່ານ ທ​ຣຳ ໄດ້​ຢຸດ ການ​ເຈ​ລະ​ຈາ​ກັບ ກຸ່ມ​ຕາ​ລີ​ບານ


ທູດ​ພິ​ເສດ ສະ​ຫະ​ລັດ ສຳ​ລັບ​ສັນ​ຕ​ິ​ພາບ​ໃນ ອັ​ຟ​ກາ​ນິ​ສ​ຖານ ທ່ານ ຊາ​ລ​ເມ ຄາ​ລິ​ລ​ຊາດ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງ​ການ​ໂຕ້​ວາ​ທີຢູ່​ໂທ​ລະ​ພາບ ໂຕ​ໂລ ໃນ​ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ. 28 ເມ​ສາ, 2019.
ທູດ​ພິ​ເສດ ສະ​ຫະ​ລັດ ສຳ​ລັບ​ສັນ​ຕ​ິ​ພາບ​ໃນ ອັ​ຟ​ກາ​ນິ​ສ​ຖານ ທ່ານ ຊາ​ລ​ເມ ຄາ​ລິ​ລ​ຊາດ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງ​ການ​ໂຕ້​ວາ​ທີຢູ່​ໂທ​ລະ​ພາບ ໂຕ​ໂລ ໃນ​ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ. 28 ເມ​ສາ, 2019.

ຫົວ​ຫນ້າ​ນັກ​ເຈ​ລະ​ຈາ​ສັນ​ຕິ​ພາບ ສະ​ຫະ​ລັດ ສຳ​ລັບ ອັ​ຟ​ກາ​ນິ​ສ​ຖານ ໄດ້​ພົບ​ປະ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ນະ​ຄອນຫຼວງ ກາ​ບູ​ລ ໃນ​ວັນ​ອາ​ທິດ​ວານນີ້ ຫຼັງ​ຈາກ​ໄດ້​ເດີນ​ທາງ​ຮອດ​ປະ​ເທດ​ດັ່ງ​ກ່າວ​ໃນ​ການ​ຢ້ຽມ​ຢາມ​ທີ່​ບໍ​ໄດ້​ປະ​ກາດ, ເປັນ​ການ​ເດີນ​ທາງ​ຄັ້ງ​ທຳ​ອິດ​ນັບ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ຢຸດ​ການ​ເຈ​ລະ​ຈາ​ກັບ​ກຸ່ມ​ກະ​ບົດ ຕາ​ລິ​ບານ ກ່ຽວ​ກັບ ການ​ສິ້ນ​ສຸດ​ສົງ​ຄາມ ອັ​ຟ​ກາ​ນິ​ສ​ຖານ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ວ່າ ທ່ານ ຊາ​ລ​ເມ ຄາ​ລິ​ລ​ຊາດ ໄດ້​ໄປ​ພ້ອມ​ກັບ​ທ່າ​ນ ນາງ ລີ​ຊາ ເຄີ​ທິ​ສ, ຜູ້​ອຳ​ນວຍ​ການ​ອາ​ວຸ​ໂສ​ທີ່​ຮັບ​ຜິດ​ຊອບ​ສຳ​ລັບ ເອ​ເຊຍ​ໃຕ້ ແລະ ກາງ ຢູ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ສະ​ຫະ​ລັດ.

ການ​ຢ້ຽມ​ຢາມ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ ​ໃນ​ວັນ​ທີ່​ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ​ອິ​ດ​ສະຫຼະ ອັ​ຟ​ກາ​ນິ​ສ​ຖານ ໄດ້​ກຳ​ນົດ​ວັນ​ທີ 14 ພະ​ຈິກ ເປັນ​ວັນ​ໃໝ່​ສຳ​ລັບ​ການ​ເປີດ​ເຜີຍ​ຜົນຄະ​ແນນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ສຳ​ລັບ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ການ​ໂຕ້​ແຍ້ງ​ເມື່ອ​ວັນ​ທີ 28 ກັນ​ຍາ​ທີ່​ຜ່ານ​ມາ.

ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ດັ້ງ​ເດີມ​ແລ້ວ ມີ​ກຳ​ນົດ​ທີ່​ຈະ​ປະ​ກາດ​ຜົນ​ຄະ​ແນນ​ທຳ​ອິດ​ໃນ​ວັນ​ທີ 19 ຕຸ​ລາ ແຕ່​ເຮັດ​ບໍ່​ທັນ​ຂີດ​ເສັ້ນ​ຕາຍ, ໂດຍ​ອ້າງ​ເຖິງ​ບັນ​ຫາ​ທາງ​ເຕັກ​ນິກ ແລະ ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ປົກ​ປ້ອງ​ຄວາມ​ໂປ່ງ​ໃສຂອງ​ຂະ​ບວນ​ການ​ດັ່ງ​ກ່າວ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ເວົ້າ​ວ່າ ທ່ານ ຄາ​ລິ​ລ​ຊາດ ໄດ້​ຈັດ​ການປະ​ຊຸມ​ຕ່າງ​ຫາກ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຄົນ​ປັດ​ຈຸ​ບັນ ທ່ານ ອາ​ສ​ຣັ​ຟ ກາ​ນີ ແລະ ຜູ້​ບໍ​ລິ​ຫານ​ລະ​ດັບ​ສູງ ອັ​ຟ​ກາ​ນິ​ສ​ຖານ ທ່ານ ອັບ​ດຸ​ລ​ລາ ອັບ​ດຸ​ລ​ລາ, ຜູ້​ນຳ​ໜ້າ​ໃນ​ການ​ແຂ່ງ​ຂັນ​ສອງ​ທ່ານ ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ເດືອນ​ແລ້ວນີ້.

ໂຄ​ສົກ​ປະ​ທາ​ນາ​ທິ​ບໍ​ດີ ອັ​ຟ​ກາ​ນິ​ສ​ຖານ ທ່ານ ເຊ​ດິກ ເຊ​ດິກ​ກີ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ທູດ​ພິ​ເສດ​ສັນ​ຕິ​ພາບ ສະ​ຫະ​ລັດ ທ່ານ ຄາ​ລິ​ລ​ຊາດ ໄດ້​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ກາ​ນີ ແລະ ໄດ້ທຳ​ການລາຍ​ງານ​ສັ້ນ​ຕໍ່​ທ່ານ ກ່ຽວ​ກັບ ຄວາມ​ຄືບ​ໜ້າ​ໃນ​ປັດ​ຈຸ​ບັນ.” ແຕ່​ທ່ານ​ບໍ່​ໄດ້​ອະ​ທິ​ບາຍ​ຕື່ມ​ອີກ.

ຄວາມ​ພະ​ຍາ​ຍາມ​ທາງການ​ທູດສາ​ກົນທີ່​ໄດ້​ຟື້ນ​ຟູ​ໃໝ່ ໃນ​ສອງ​ສາມ​ວັນ​ທີ່​ຜ່ານ​ມາ ໄດ້​ກໍ່​ໃຫ້​ມີ​ຄວາມ​ຫວັງ​ວ່າ ການ​ເຈ​ລະ​ຈາທີ່​ຢຸດ​ຊະ​ງັກ​ລະ​ຫວ່າງ ສະ​ຫະ​ລັດ ກັບ ກຸ່ມ​ຕາ​ລິ​ບາຍ ອາດ​ດຳ​ເນີນ​ຕໍ່​ໃນ​ໄວໆ​ນີ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG