ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຖະສະພາ ສະຫະລັດ ບັນລຸຂໍ້ຕົກລົງ ກ່ຽວກັບ ການຕັດພາສີເງິນເດືອນ


ສະມາຊິກສະພາສູງເຈລະຈາກັນເລຶ່ອງຕັດພາສີເງິນເດືອນພວກຄົນງານອາເມຣິກັນ ທີ່ໄດ້ບັນລຸຂໍ້ຕົກລົງກັນແລ້ວ ເພື່ອວັນພຸດທີ່ 15 ກຸມພາວານນີ້
ສະມາຊິກສະພາສູງເຈລະຈາກັນເລຶ່ອງຕັດພາສີເງິນເດືອນພວກຄົນງານອາເມຣິກັນ ທີ່ໄດ້ບັນລຸຂໍ້ຕົກລົງກັນແລ້ວ ເພື່ອວັນພຸດທີ່ 15 ກຸມພາວານນີ້

ສະມາຊິກ​ສະພາ​ສະຫະລັດ​ທັງ​ສອງ​ພັກ ​ໄດ້ບັນລຸ​ຂໍ້​ຕົກລົງກ່ຽວ​ກັບ​ກົດໝາຍ​ເພື່ອຕໍ່​ອາຍຸ​
ການ​ຕັດ​ພາສີ​ເງິນ​ເດືອນ ​ແລະ​ເງິນຫ​ວ່າງ​ງານ​ໄປ​ຈົນ​ເຖິງ​ທ້າຍ​ປີ 2012 ນີ້.

ສະມາຊິກ​ສະພາ​ສູງ Max Baucus ສັງກັດ​ພັກ​ເດໂມ​ແຄຣັທ ປະກາດ​ກ່ຽວ​ກັບ​ຂໍ້​ຕົກລົງ
ດັ່ງກ່າວ​ເມື່ອ​ຕອນ​ບ່າຍໆ​ວັນ​ພຸດ​ວານ​ນີ້ ຫຼັງ​ຈາກໄດ້​ໃຊ້​ເວລາ​ເຈລະຈາ​ກັນ​ເກືອບ​ໝົດ​ມື້ ລະ
ຫວ່າງ​ສະມາຊິກ​ສະພາ​ຕໍ່າ​ແລະ​ສະພາ​ສູງ. ມາດ​ຕະການ​ດັ່ງກ່າວ​ຄາດ​ວ່າຈະ​ມີ​ການລົງ​ຄະ
ແນນ​ສຽງ​ໃນ​ທ້າຍ​ອາທິດ​ນີ້ ​ໂດຍທັງ​ສະພາ​ຕໍ່​ແລະ​ສະພາ​ສູງ.

ພວກ​ສະ​ມາ​ຊິກລັດຖະ​ສະພາ​ສະຫະລັດ ​ເຫັນ​ພ້ອມນຳ​ກັນ​ທີ່​ຈະ​ຮັກສາ​ການ​ຕັດ​ເງິນປະມານ
20 ​ໂດ​ລາ​ຕໍ່​ອາທິດຈາກ​ພາສີ​ເງິນ​ເດືອນ​ຂອງ​ຄົນ​ງານ​ອາ​ເມຣິກັນ 160 ລ້ານ​ຄົນ ທີ່​ຈະ​ໝົດ
ອາຍຸ​ລົງ​ໃນ​ທ້າຍ​ເດືອນ​ກຸມພາ​ນີ້. ພວກ​ສະ​ນັບ​ສະ​ໜຸນ​ການຕັດພາສີ​ເງິນ​ເດືອນກ່າວ​ວ່າ
ມັນ​ຈະ​ຊ່ວຍ​ກະຕຸກ​ຊຸກຍູ້​ເສດຖະກິດ​ຂອງ​ຊາດ​ໄດ້ ​ໂດຍ​ອຳນວຍໃຫ້ພວກ​ຄົນ​ງານ​ມີ​ເງິນ
ສຳ​ຫຼັບ​ໃຊ້​ຈ່າຍເພີ່ມ​ຂຶ້ນ ນຶ່ງ​ພັນ​ໂດ​ລາຕໍ່​ປີ.

ນອກ​ນີ້​ແລ້ວພວກ​ເຈລະຈາ ຍັງ​ໄດ້​ເຫັນ​ພ້ອມ​ນຳກັນ​ຕໍ່​ບົດ​ບັນ​ຢັດ​ທີ່ປ້ອງ​ກັນ​ບໍ່​ໃຫ້​ຕັດ​ເ​ງິນ
ບໍາລຸງ​ແກ່​ພວກ​ໝໍ​ທີ່​ປິ່ນປົວ​ຄົນ​ເຈັບ​ເມ​ດິແຄ ລົງ​ຫຼາຍ​ເກີນ​ໄປ ຊຶ່ງ​ເປັນ​ໂຄງການປະກັນ​ໄພ​
ສຸຂະພາບ​ສໍາ​ຫຼັບພວກ​ຜູ້​ເຖົ້າອາ​ເມຣິກັນ.

ການ​ຕັດ​ພາສີ​ເງິນ​ເດືອນ ​ແລະ​ບົດ​ບັນ​ຢັດ​ອື່ນໆນັ້ນ​ຈະ​ໄດ້​ຮັບ​ການ​ຊົດ​ເຊີຍບາງ​ສ່ວນ​ໂດຍ
ການ​ປະມູນ​ຕ່າງໆ​ຂອງ​ລັດຖະບານ​ທີ່​ມີ​ມູນ​ຄ່າ 22 ພັນລ້ານ​ໂດ​ລາຂອງ​ລະບົບຄື້ນ​ວິທະຍຸ
ໃຫ້​ກັບ​ພວກ​ບໍລິສັດ​ໄຮ້​ສາຍ​ເຄຶ່ອນທີ່​ນັ້ນ.

XS
SM
MD
LG