ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະສະພາ ສະຫະລັດ ບັນລຸການຕົກລົງ ກ່ຽວກັບ ການຕັດພາສີເງິນເດືອນແລ້ວ (ເບິ່ງວີດີໂອ)


ພາຍໃນສະພາຄອງແກຣັສສະຫະລັດ
ພາຍໃນສະພາຄອງແກຣັສສະຫະລັດ

ພວກ​ສະມາຊິກລັດຖະສະພາ​ສະຫະລັດ​ໄດ້​ບັນລຸ​ການ​ຕົກລົງ​ກັນ ​ທີ່ຍັງ​ບໍ່ທັນ​ເປັນ​ທາງ​ການ
ເພື່ອ​ຕໍ່​ອາຍຸ​ການ​ຕັດ​ພາສີ​ເງິນ​ເດືອນ ​ແລະ​ເງິນຫ​ວ່າງ​ງານ​ໄປ​ຈົນ​ເຖິງ​ທ້າຍ​ປີ 2012.

ຄະນະ​ກໍາ​ມະ​ການ​ເຈລະຈາ​ຂອງ​ທັງສອງ​ພັກ ຈາກສະພາ​ຕໍ່າ ​ແລະ​ສະພາ​ສູງ​ ​ໄດ້​ບັນລຸ​ການ
ຕົກລົງ​ກັນ​ເມື່ອ​ວັນ​ອັງ​ຄານ​ວານ​ນີ້ທີ່​ຈະ​ຮັກສາ​ລະດັບການຕັດພາສີ​ເງິນ​ເດືອນ ປະມານ 20
ໂດ​ລາ​ຕໍ່​ອາທິດ​ຂອງ​ຄົນ​ງານ​ອາ​ເມຣິກັນຈໍານວນ 160 ລ້ານ​ຄົນ. ການ​ຕັດ​ພາສີ​ເງິນ​ເດືອນ
ດັ່ງກ່າວ​ຊຶ່ງ​ຈະ​ໝົດອາ ຍຸ​ລົງ ​ໃນ​ທ້າຍ​ເດືອນ​ກຸມພາ​ນີ້ ຈະເພີ່ມໃສ່ການ​ຂາດ​ດຸນ​ງົບປະມານ
ຂອງ ລັດຖະບານ​ກາງຂຶ້ນອີກປະມານ 100 ພັນ​ລ້ານ​ໂດ​ລາ.

ນອກ​ນີ້​ແລ້ວຄະນະ​ກໍາມະການ ຍັງເຫັນ​ພ້ອມນຳ​ກັນ​ ທີ່​ຈະ​ຕັດໄລຍະເວລາໃນ​ການ​ກິ​ນ​ເງິນ
ຫວ່າງງານ​ ຈາກ 99 ອາທິດ ລົງ​ມາ ​ເປັນ 73 ອາທິດ.

ຄາດ​ວ່າ​ພວກ​ເຈລະຈາ​ກັນ​ໃນ​ເລື່ອງນີ້ ຈະ​ສະ​ລຸບຂໍ້ຕົກລົງ​ແບບ​ຜ່ອນ​ສັ້ນ​ຜ່ອນ​ຍາວກັນ​ໃນ​
ວັນ​ພຸດ​ມື້​ນີ້ ​ແລະ​ຍື່ນ​ສະ​ເໜີ​ໃຫ້​ສະພາ​ຕໍ່າ​ສະຫະລັດ​ທີ່ ຄວບ​ຄຸມ​ໂດຍ​ພັກຣີພັບ​ບລິ​ກັນ ສໍາ
ລັບ​ລົງ​ຄະ​ແນນ​ສຽງ​ທີ່​ອາດ​ເປັນ​ໄປ​ໄດ້ ກ່ອນ​ຈະ​ໝົດ​ອາທິດ​ນີ້.

ໃນ​ຕອນ​ເຊົ້າຂອງ​ວັນ​ອັງຄານ​ວານ​ນີ້ ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີສະຫະລັດ​ໄດ້​
ຮຽກຮ້ອງ​ໃຫ້​ສະພາ​ຄ​ອງ​ແກຣສຈົ່ງ​ບັນລຸ​ຂໍ້​ຕົກລົງ​ກັນ​ກ່ຽວ​ກັບການ​ຕໍ່​ອາຍຸ​ການ​ຕັດ​ພາສີ
ເງິນ​ເດືອນ ແລະ​ເງິນ​ຫວ່າງ​ງານ​ນັ້ນ. ປະທາ ນາທິບໍດີ ​ໂອ​ບາ​ມາ ​ເວົ້າອີກ​ວ່າ ສິ່ງ​ສຸດ​ທ້າຍ​
ຂອງ​ການ​ປັບປຸງ​ເສດຖະກິດ​ສະຫະລັດ​ທີ່​ຕ້ອງການ​ນັ້ນກໍ​ຄື​ໃຫ້​ວໍ​ຊິງ​ຕັນ​ຍຶດໝັ້ນ​ຢູ່​ໃນ​ແນວ
ທາງຂອງ​ການ ​ຟື້ື້ນ​ຕົວຄືນ​ມາ​ຂອງ​ອາ​ເມຣິກາ.

ເບິ່ງວີດີໂອລາຍງານ ທ່ານໂອບາມາຮຽກຮ້ອງລັດຖະສະພາ ໃຫ້ຕໍ່ກໍານົດການຕັດພາສີ
ເງິນເດືອນຂງລັດຖະກອນ ເພື່ອຊຸກຍູ້ເສດຖະກິດ:

XS
SM
MD
LG