ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ໂຈະການສັກຢາວັກຊີນ ຈອນສັນ ແລະຈອນສັນໄວ້ ເນື່ອງຈາກ ເກີດເລືອດກ້າມ


ກັບຢາວັກຊີນປ້ອງກັນໂຄວິດ-19 ຂອງບໍລິສັດ ຈອນສັນ ແລະຈອນສັນ (ພາບຖ່າຍວັນທີ 1 ມີນາ 2021)
ກັບຢາວັກຊີນປ້ອງກັນໂຄວິດ-19 ຂອງບໍລິສັດ ຈອນສັນ ແລະຈອນສັນ (ພາບຖ່າຍວັນທີ 1 ມີນາ 2021)

ພວກເຈົ້າໜ້າທີ່ສາທາລະນະສຸກສະຫະລັດ ໄດ້ກົດດັນໃຫ້ໂຈະການໃຊ້ຢາວັກຊີນ ຈອນສັນ ແລະຈອນສັນ ຫຼັງຈາກຫຼາຍຄົນໄດ້ມີອາການເລືອດກ້າມຜິດປົກກະຕິ ທີ່ບໍ່ຄ່ອຍມີ ຢ່າງຮ້າຍແຮງຫຼັງຈາກໄດ້ສັກຢານັ້ນແລ້ວ.

ເທົ່າທີ່ຜ່ານມາມີຫົກກໍລະນີ ທີ່ໄດ້ລາຍງານເຊັ່ນນັ້ນ ໃນຈຳນວນເກືອບ 7 ລ້ານໂດສ ທີ່ໄດ້ນຳອອກໄປສັກແລ້ວ.

ຢາວັກຊີນຈອນສັນ ແລະຈອນສັນ ແມ່ນເປັນພາກສ່ວນອັນນ້ອຍໆ ຢູ່ໃນການ ສະໜອງຢາວັກຊີນຂອງສະຫະລັດ ເພາະສະນັ້ນຜົນກະທົບຈາກການງົດໃຊ້ ຢາທີ່ວ່ານີ້ ອາດຈະມີພຽງເລັກນ້ອຍ. ແຕ່ບັນດາ ຜູ້ຊ່ຽວຊານກ່າວວ່າບັນຫາດັ່ງ ກ່າວອາດເຮັດໃຫ້ຄົນລັ່ງເລໃຈ ທີ່ຈະພາກັນໄປສັກຢາ.

ຫົກກໍລະນີທີ່ເກີດຂຶ້ນຮ່ວມມີພວກແມ່ຍິງອາຍຸລະຫວ່າງ 18 ແລະ 48 ປີ ຢູ່ໃນໄລຍະ
ປະມານຫົກ ແລະ13 ມື້ ຫຼັງຈາກສັກຢາແລ້ວ. ພວກຄົນເຈັບພາກັນເກີດອາການ ສົນ
ແບບຜິດປົກກະຕິຂອງເລືອດກ້າມກັບຈໍານວນເກັດເລືອດຕໍ່າ. ແມ່ຍິງຄົນນຶ່ງໄດ້ ເສຍ
ຊີວິດໄປ ແລະອີກຄົນນຶ່ງໄດ້ເຂົ້າໂຮງໝໍ.

“ບັນດາເຫດການເຫລົ່ານີ້ປາກົດວ່າບໍ່ຄ່ອຍມີທີ່ສຸດເລີຍ” ນັ້ນຄືຄໍາເວົ້າຂອງ ທ່ານປີເຕີ ມາກສ໌, ຫົວໜ້າສູນກາງທົບທວນ ແລະຄົ້ນຄວ້າທາງຊີວະວິທະຍາ ຢູ່ອົງການອາຫານ ແລະຢາສະຫະລັດ (FDA) . ແຕ່ທ່ານມາກສ໌ ກໍກ່າວວ່າ ຄວາມປອດໄພເປັນບູລິມະສິດສູງສຸດ “ແລະພວກເຮົາເອົາໃຈໃສ່ຕໍ່ລາຍງານທັງ ໝົດກ່ຽວກັບເຫດການທີ່ບໍ່ປອດໄພຫຼັງຈາກການສັກຢານັ້ນຢ່າງເຄັ່ງຄັດ.”

ຄະນະຜູ້ຊ່ຽວຊານຄົນນຶ່ງຈະປະຊຸມກັນໃນວັນພຸດມື້ນີ້ ເພື່ອສືບສວນສາເຫດເລືອດກ້າມ
ແລະຕັດສິນໃຈວ່າຈະເໜີໃຫ້ດຳເນີນໃຊ້ການສັກຢາຈອນສັນ ແລະ ຈອນສັນຕໍ່ໄປຫລືບໍ່.
ໂດຍທີ່ຊາວອາເມຣິກັນເກືອບ 560,000 ຄົນ ເສຍຊີວິດຍ້ອນ ໂຄວິດ-19 ສະນັ້ນ ບັນດາ
ຜູ້ອອກກົດລະບຽບຈະທົບທວນເບິ່ງວ່າ ຜົນປະໂຫຍດ ຂອງຢາວັກຊິນ ຫລາຍກວ່າຄວາມ
ສ່ຽງຂອງເລືອດກ້າມທີ່ຜິດປົກກະຕິນັ້ນບໍ່. ເຂົາເຈົ້າ ຄາດວ່າຈະສາມາດຕັດສິນໃຈໄດ້ “ໃນ
ບໍ່ເທົ່າໃດມື້ນີ້” ອີງຕາມຄໍາເວົ້າ ຂອງທ່ານນາງຈາແນັດ ວູດກັອກ, ຜູ້ວ່າຫົວໜ້າກຳມະການ
ຂອງ FDA.

ສຳລັບຜູ້ທີ່ໄດ້ຮັບການສັກຢາວັກຊີນໄປແລ້ວນັ້ນ ພວກເຈົ້າໜ້າທີ່ໄດ້ເນັ້ນຢໍ້າວ່າ ການສ່ຽງຂອງເລືອດກ້າມນັ້ນມີຕໍ່າທີ່ສຸດ ແລະພຽງແຕ່ໄດ້ມີລາຍງານປະມານ ນຶ່ງອາທິດ ຫຼືສອງອາທິດ ຫຼັງຈາກການສັກຢາ.

ບັນດາອາການຄວາມຮ້າຍແຮງຂອງເລືອດກ້າມ ຮວມທັງເຈັບຫົວແຮງ ເຈັບທ້ອງນ້ອຍ ຫຼືເຈັບຂາ ແລະຫັນໃຈບໍ່ພໍ. ພວກຄົນເຈັບທີ່ມີປະສົບການກັບອາ ການເຫລົ່ານີ້ສົມຄວນບອກໃຫ້ນາຍແພດເຈົາເຈົ້າຮູ້ ຖ້າຫາກເຂົາເຈົ້າໄດ້ຮັບການ ສັກຢາວັກຊີນມໍ່ໆມານີ້ ເພາະວ່າການປິ່ນປົວເລືອດກ້າມເຫລົ່ານີ້ຕ້ອງການ ການປິ່ນປົວທີ່ແຕກຕ່າງກວ່າທຳມະດາ ແລະພື້ນຖານການປິ່ນປົວສາມາດເປັນ ອັນຕະລາຍ ທີ່ພວກເຈົ້າໜ້າທີ່ກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG