ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄຸນພໍ່ ຈາກ ສຫລ ຖືກດຳເນີນຄະດີ ຖານ ພົວພັນກັບ ກຸ່ມກໍ່ການຮ້າຍ ແລະເປັນສາຍລັບ


ພາບຖ່າຍນີ້ ບໍ່ໄດ້ລະບຸ ວັນເວລາ ຂອງທ່ານ ແອນດຣູ ບຣັນສັນ ຄຸນພໍ່ສອນສາສະໜາຄຣິສ ຈາກສະຫະລັດ, ຢືນຢູ່ໃນເມືອງ ອິສເມຍ, ຂອງເທີກີ.
ພາບຖ່າຍນີ້ ບໍ່ໄດ້ລະບຸ ວັນເວລາ ຂອງທ່ານ ແອນດຣູ ບຣັນສັນ ຄຸນພໍ່ສອນສາສະໜາຄຣິສ ຈາກສະຫະລັດ, ຢືນຢູ່ໃນເມືອງ ອິສເມຍ, ຂອງເທີກີ.

ຄຸນພໍ່ສາສະໜາຄຣິສ ຊາວອາເມຣິກັນ ຜູ້ທີ່ຖືກຂັງຄຸກ ຢູ່ໃນປະເທດເທີກີ ນັບຕັ້ງແຕ່
ເດືອນທັນວາ ປີ 2016 ເປັນຕົ້ນມາ ຈະໄປຂຶ້ນສານ ໃນວັນຈັນມື້ນີ້ ໂດຍຈະປະເຊີນໜ້າ
ກັບໂທດຈຳຄຸກເຖິງ 35 ປີ.

ຄຸນພໍ່ ແອນດຣູ ບຣັນສັນ ຂອງສະຫະລັດ ຈະຖືກດຳເນີນຄະດີ ໃນວັນທີ 16 ເມສາ ມື້ນີ້
ໃນຂໍ້ຫາ “ການກໍ່ອາຊະຍາກຳ ໃນນາມຂອງພວກກຸ່ມກໍ່ການຮ້າຍ ໂດຍປາດສະຈາກ
ການເປັນສະມາຊິກຂອງກຸ່ມ”
ແລະ “ການເປັນສາຍລັບ”. ຄຸນພໍ່ດັ່ງກ່າວ ໄດ້ຖືກຈັບກຸມ
ເມື່ອດົນກວ່ານຶ່ງປີ ໃນຂໍ້ຫາມີສ່ວນກ່ຽວຂ້ອງກັບທັງ ກຸ່ມກະບົດນອກກົດໝາຍຊາວເຄີດ
ແລະ ເປັນລູກສິດຂອງນັກສອນສາສະໜາອິສລາມ ເຟີທູລາ ກູເລນ ຜູ້ທີ່ລີ້ໄພໃນຕ່າງປະເທດ
ເຊິ່ງເທີກີ ໄດ້ໝາຍຫົວຜູ້ກ່ຽວວ່າເປັນຜູ້ກໍ່ການຮ້າຍ.

ຄຸນພໍ່ ບຣັນສັນ ໄດ້ປະຕິເສດທຸກຂໍ້ຫາ ຕໍ່ຜູ້ກ່ຽວ. ສະຫະລັດ ໄດ້ຂໍໃຫ້ເທີກີ ປ່ອຍໂຕຜູ້ກ່ຽວ
ຊ້ຳແລ້ວຊ້ຳອີກ ລວມທັງການຮຽກຮ້ອງຈາກປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ
ໃຫ້ສົ່ງຄຸນພໍ່ກັບຄືນປະເທດ “ຢ່າງຮີບດ່ວນ.”

ໃນເດືອນກັນຍາ ປີກາຍນີ້ ເທີກີ ໄດ້ກ່າວວ່າ ຕົນຈະປ່ອຍຄຸນພໍ່ ບຣັນສັນ ຖ້າຫາກ
ສະຫະລັດ ສົ່ງຜູ້ຮ້າຍຂ້າມແດນ ຄື ທ່ານ ກູເລນ ຜູ້ທີ່ອາໄສຢູ່ໃນຖານະເປັນຜູ້ລີ້ໄພ ຢູ່ໃນ
ລັດເພັນຊີລເວເນຍໃຫ້ແກ່ຕົນ.

ປະທານາທິບໍດີ ເທີກີ ທ່ານ ຣີເຊັບ ໄຕຢິບ ເອີໂດອານ ໄດ້ກ່າວໃນຄຳປາໄສທີ່ຖ່າຍທອດ
ທາງໂທລະພາບ ວ່າ “ພວກເຂົາເວົ້າວ່າ ‘ເອົາຄຸນພໍ່ໃຫ້ພວກເຮົາ’. ເຈົ້າມີນັກສອນສາ
ສະໜາ ຢູ່ແຫ່ງນັ້ນ. ເອົາລາວໃຫ້ພວກເຮົາ ແລະ ພວກເຮົາຈະດຳເນີນຄະດີ ຄຸນພໍ່
ບຣັນສັນ ແລະ ເອົາລາວ ຄືນໃຫ້.”

ຄຸນພໍ່ບຣັນສັນ ຜູ້ທີ່ ອາໄສຢູ່ໃນເທີກີ ມາໄດ້ 23 ປີແລ້ວ ແລະ ພັນລະຍາຂອງເພິ່ນ ທ່ານ
ນາງ ໂນຣີນ ໄດ້ຖືກຈັບກຸມ ໃນຂໍ້ຫາລະເມີດກົດໝາຍຄົນເຂົ້າເມືອງ ໃນເດືອນຕຸລາ ປີ
2016. ທ່ານນາງ ໄດ້ຖືກປ່ອຍໂຕ ໃນຂະນະທີ່ຂໍ້ຫາຕ່າງໆຕໍ່ຄຸນພໍ່ບຣັນສັນ ໄດ້ຖືກຍົກ
ລະດັບຂຶ້ນ ໃຫ້ເປັນການສະໜັບສະໜູນ ເຄືອຂ່າຍຂອງທ່ານກູເລນ ເຊິ່ງເທີກີ ໄດ້ລະບຸ
ວ່າ ເປັນອົງການກໍ່ການຮ້າຍ.

ຜົວເມຍຄູ່ນີ້ ໄດ້ທຳກິດຈະການ ໂບດຄຣິນຕຽນ ໃນເມືອງ ອິສເມຍ ຢູ່ເຂດທະເລເອຈຽນ
ຂອງເທີກີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG