ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫລ ແລະ ກະຊວງ ສາທາລະນະສຸກ ຂອງ​ລາວ ເປີດ ສະຖາບັນ ໂພຊະນາການ ແຫ່ງຊາດ ແລະໂຄງການລິເລີ່ມ ດ້ານໂພຊະນາການ ລາວ-ອາເມຣິກາ


ທ່ານ ຮສ. ດຣ. ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງ ສາທາລະນະສຸກ, ທ່ານ ໂຄລິນ ຄຣອສບີ, ອຸປະທູດ ສະຫະລັດ ອາເມຣິກາ ປະຈຳລາວ, ແລະ ທ່ານ ພົົນ ຈັດຕະວາ ໂທມາສ ເຈ ທິກເນີ, ເຂົ້າ​ຮ່ວມ​ພິ​ທີ​ຕັດ​ແຖ​ບ​ຜ້າ.
ທ່ານ ຮສ. ດຣ. ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງ ສາທາລະນະສຸກ, ທ່ານ ໂຄລິນ ຄຣອສບີ, ອຸປະທູດ ສະຫະລັດ ອາເມຣິກາ ປະຈຳລາວ, ແລະ ທ່ານ ພົົນ ຈັດຕະວາ ໂທມາສ ເຈ ທິກເນີ, ເຂົ້າ​ຮ່ວມ​ພິ​ທີ​ຕັດ​ແຖ​ບ​ຜ້າ.

ສະຫະລັດອາເມລິກາ ແລະ ກະຊວງສາທາລະນະສຸກຂອງ ສປປ ລາວ ໄດ້ຮ່ວມມືກັນຢ່າງໃກ້ຊິດ ໃນການເປີດສະຖາບັນໂພຊະນາການແຫ່ງຊາດ ແລະ ໂຄງການລິເລີ່ມດ້ານໂພຊະນາການ ລາວ-ອາເມຣິກາ ໃນວັນທີ 14 ພະຈິກ 2019 ທີ່ນະຄອນຫຼວງວຽງຈັນ ເພື່ອຊ່ວຍປັບປຸງວຽກງານ ໂພຊະນາການຂອງປະຊາຊົນລາວໂດຍສະເພາະເດັກນ້ອຍ. ສະຖາບັນໃຫມ່ແຫ່ງນີ້ ປະກອບ ມີຫ້ອງກວດພະຍາດ ແລະ ຫ້ອງຮຽນ ເຊິ່ງໄດ້ຖືກສ້າງຂື້ນໂດຍຄວາມພະຍາຍາມຂອງ ກອງວິສະ ວະກອນ ກອງທັບສະຫະລັດ (USACE) ລວມມີມູນຄ່າ 3.9 ລ້ານໂດລາສະຫະລັດ.

ໃນພິທີເປີດທີ່ນະຄອນຫລວງວຽງຈັນ ມີ ທ່ານ ຮສ. ດຣ. ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງ ສາທາລະນະສຸກ, ທ່ານ ດຣ. ເນົາ ບຸດຕາ, ຫົວໜ້າຫ້ອງວ່າການ ກະຊວງສາທາລະນະສຸກ, ທ່ານ ໂຄລິນ ຄຣອສບີ, ອຸປະທູດ ສະຫະລັດ ອາເມຣິກາ ປະຈຳລາວ, ແລະ ທ່ານ ພົນ ຈັດຕະວາ ໂທມາສ ເຈ ທິກເນີ, ຜູ້ບັນຊາການ ແລະ ວິສະວະກອນຂັ້ນກອງພົນ ສຳລັບພະແນກມະຫາ ສະໝຸດປາຊິຟິກ ຂອງກອງວິສະວະກອນກອງທັບສະຫະລັດ (USACE) ເຂົ້າຮ່ວມພິທີຕັດແຖບ ຜ້າ ເພື່ອເປີດສະຖາບັນໂພຊະນາການແຫ່ງຊາດ ແລະ ໂຄງການລິເລີ່ມດ້ານໂພຊະນາການ ລາວ-ອາເມຣິກາ ດັ່ງກ່າວຢ່າງເປັນທາງການ.

ໃນລະຫວ່າງການເປີດພິທີ, ທ່ານ ອຸປະທູດ ສະຫະລັດ ອາເມຣິກາ ປະຈຳລາວ ກ່າວໃນຕອນ ໜຶ່ງວ່າ “ສະຖາບັນນີ້ ແມ່ນໄດ້ມອບໃຫ້ໃນນາມຂອງປະຊາຊົນອາເມຣິກາ ມອບໃຫ້ແກ່ປະຊາ ຊົນ ແລະ ລັດຖະບານ ສປປ ລາວ,”. “ໂຄງການຕ່າງໆເຊັ່ນນີ້ ຈະຊ່ວຍເພີ່ມທະວີສາຍພົວພັນ ລະຫວ່າງສະຫະລັດອາເມຣິກາ ແລະ ສປປ ລາວ ໃຫ້ແໜ້ນແຟ້ນຍິ່ງຂື້ນ, ແລະ ຈະຊ່ວຍປັບປຸງ ຄຸນະພາບຊີວິດຂອງປະຊາຊົນລາວ ໃນທົ່ວປະເທດ ໃຫ້ດີຂື້ນ.”

ການເປີດງານໃນຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມສຳເລັດຂອງໄລຍະທຳອິດຂອງໂຄງການ ຈາກຈຳນວນສອງໄລຍະທີ່ໄດ້ຮັບທຶນຈາກ USACE. ສະຖາບັນແຫ່ງນີ້ປະກອບດ້ວຍໂຄງການ ລິເລີ່ມດ້ານໂພຊະນາການ LANI ເຊິ່ງເປັນໂຄງການຫ້າປີທີ່ໄດ້ຮັບທຶນສະຫນັບສະຫນູນຈາກ ອົງການພັດທະນາສາກົນ ສະຫະລັດ ອາເມຣິກາ USAID ເຊິ່ງຈະປະກອບສ່ວນຊ່ວຍໃນການ ພັດທະນາຄວາມເປັນຜູ້ນຳທາງດ້ານວິຊາການ ແລະ ການຄົ້ນຄວ້າ ໂດຍການເຮັດວຽກຮ່ວມກັນ ແລະ ມີສ່ວນຮ່ວມກັບບັນດາມະຫາວິທະຍາໄລແຖວຫນ້າ. ສະຖານທີ່ແຫ່ງນີ້ຈະເປັນສະຖານ ທີ່ເຮັດວຽກຮ່ວມກັນ ລະຫວ່າງ ສະຖາບັນໂພຊະນາການແຫ່ງຊາດລາວ ແລະ ກິດຈະກຳຂອງ ສູນ LANI ເຊິ່ງເຈົ້າຫນ້າທີ່ຈາກສະຫະລັດອາເມລິກາ ຈະໄດ້ເຮັດວຽກຮ່ວມກັນກັບວິຊາການ ຈາກ ສປປ ລາວ ເພື່ອຈັດຕັ້ງປະຕິວຽກງານເຮັດການຄົ້ນຄວ້າໃນທ້ອງຖິ່ນ ເພື່ອຊອກຫາວິທີ ການແກ້ໄຂຄວາມທ້າທາຍທາງດ້ານໂພຊະນາການ ແລະ ພັດທະນາໝາກຜົນດ້ານວຽກງານ ໂພຊະນາການໃນຊຸມຊົນພາຍໃນປະເທດ ໂດຍສະເພາະບັນດາເດັກນ້ອຍໃນ ສປປ ລາວ. ເປົ້າ ໜາຍອັນສຳຄັນທີ່ສຸດກໍ່ຄືການສ້າງສູນທີ່ມີປະໂຫຍດໃນການສົ່ງເສີມໃຫ້ກະຊວງສາທາລະນະ ສຸກໃນການພັດທະນາທາງດ້ານແຜນງານດ້ານໂພຊະນາການ ແລະ ການພັດທະນາສຸຂະພາບ ໃຫ້ແກ່ປະຊາຊົນໃນທົ່ວປະເທດ.

XS
SM
MD
LG