ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄູ່ພາຄີຂອງ ສຫລ ຢ້ານວ່າ ຈະເກີດສະພາບການບໍ່ໄປບໍ່ມາ ກັບພວກກຸ່ມລັດອິສລາມ ທີ່ຫຼົງເຫຼືອ ໃນຊີເຣຍ


ພາບຖ່າຍໃນວັນທີ 1 ມີນາ 2017 ນີ້, ເປັນພາບຂອງທະຫານອີຣັກຄົນນຶ່ງກຳລັງກວດກາອຸໂມງ, ທີ່ມີທຸງຂອງກຸ່ມລັດອິສລາມ ຕິດຢູ່ຝາກຳແພງ.
ພາບຖ່າຍໃນວັນທີ 1 ມີນາ 2017 ນີ້, ເປັນພາບຂອງທະຫານອີຣັກຄົນນຶ່ງກຳລັງກວດກາອຸໂມງ, ທີ່ມີທຸງຂອງກຸ່ມລັດອິສລາມ ຕິດຢູ່ຝາກຳແພງ.

ກຸ່ມກໍ່ການຮ້າຍລັດອິສລາມ ປາກົດວ່າໄດ້ສວຍໂອກາດໃນຂະນະທີ່ການຮັກສາຄວາມປອດໄພ ຍັງບໍ່ເຄັ່ງຄັດຢູ່ໃນຊີເຣຍແລະອີຣັກ ຈຶ່ງໄດ້ຕັ້ງກອງກຳລັງຂອງຕົນຂຶ້ນໃໝ່ ແລະເລີ້ມກໍ່ຄວາມຮຸນແຮງຫຼາຍຂຶ້ນທີ່ເຮັດໃຫ້ການຕໍ່ສູ້ແລະພວກສະໜັບສະໜຸນຟື້ນກຳລັງຄືນອີກ.

ພວກເຈົ້າໜ້າທີ່ ໂດຍໄດ້ຮັບການໜຸນຫຼັງຈາກກອງກຳລັງສະຫະລັດ ຢູ່ໃນພາກຕາເວັນອອກສຽງເໜືອຂອງຊີເຣຍ ກ່າວຕໍ່ວີໂອເອວ່າ ການເພີ້ມຂຶ້ນຂອງຄວາມຮຸນແຮງຢູ່ທົ່ວພາກພື້ນເມື່ອບໍ່ດົນມານີ້ ລວມທັງການໂຈມຕີຕໍ່ບັນດາລັດຖະກອນ ແລະການເຂັ່ນຂ້າແບບປະຫານຊີວິດຢູ່ສູນອົບພະຍົບ ຂອງພວກຄົນທີ່ພັດພາກຖິ່ນຖານອາລ-ໂຮລ (al-Hol) ນັ້ນ ແມ່ນໄດ້ເຊື່ອມໂຍງກັບການຫລັ່ງໄຫລເຂົ້າມາ ຂອງພວກສາຍລັບຈາກພາກພື້ນ ທີ່ຢູ່ພາຍໃຕ້ການຄວບຄຸມຂອງປະທານາ ທິບໍດີຊີເຣຍ ບາຊາຣ ອາລ-ອາຊາດ ພ້ອມດ້ວຍພວກທີ່ມາຈາກອີຣັກທີ່ເປັນປະ ເທດເພື່ອນບ້ານ.

ການປະເມີນຜົນຂອງບັນດາຄູ່ພາຄີສະຫະລັດຢູ່ໃນພື້ນທີ່ດັ່ງກ່າວແມ່ນສອດຄ່ອງກັບການພົບເຫັນ ຂອງວໍຊິງຕັນ ໃນບໍ່ເທົ່າໃດເດືອນ ທີ່ຜ່ານມານີ້ ຊຶ່ງເຕືອນວ່າ ພວກນັກລົບຂອງກຸ່ມລັດອິສລາມ ແລະພວກສາຍລັບ ເຄື່ອນໄຫວໄປມາຢ່າງເສ ລີຢູ່ທົ່ວພື້ນທີ່ຂອງຊີເຣຍໃນຂະນະທີ່ຫາທາງເພື່ອກຳນົດສະພາບແວດລ້ອມທີ່ເຮັດ ໃຫ້ກຸ່ມກໍ່ການຮ້າຍດັ່ງກ່າວໄດ້ປຽບ.

ທ່ານມາຊລຸມ ອັບດີ ນາຍພົນຜູ້ບັນຊາການກອງກຳລັງປະຊາທິປະໄຕຊີເຣຍ ຫຼື SDF ທີ່ໄດ້ຮັບການໜຸນຫຼັງໂດຍສະຫະລັດ ໄດ້ກ່າວຕໍ່ວີໂອເອ ພະແນກພາສາເຄີດ ໂດຍໃຊ້ຊື່ຫຍໍ້ ສຳລັບກຸ່ມກໍ່ການຮ້າຍວ່າ “ISIS ນັ້ນ ຍັງບໍ່ທັນໝົດເທື່ອ.”

ກອງກຳລັງ SDF ໄດ້ຕອບໂຕ້ຄືນໃນການສູ້ລົບໂດຍນໍາໃຊ້ການສະໜັບສະໜຸນທາງອາກາດ ແລະຂໍ້ມູນລັບຈາກກຸ່ມພັນທະມິດທີ່ນຳພາໂດຍສະຫະລັດ ເພື່ອຕິດ ຕາມຊອກຫາ ແລະກຳຈັດພວກນັກລົບກຸ່ມລັດອິສລາມ.

ນາຍພົນອັບດີໄດ້ກ່າວຕໍ່ວີໂອເອວ່າ ການປະຕິການໄດ້ເປັນຜົນເຮັດໃຫ້ມີການຈັບ ກຸມຫຼາຍຄົນ.

ໜ່ວຍປະຕິບັດງານຈຸນຶ່ງຂອງກຸ່ມລັດອິສລາມ ທີ່ຮັບຜິດຊອບໃນການລັກພາຕົວ ແລະການສັງຫານຕັດຄໍແມ່ຍິງສອງຄົນ ທີ່ເຮັດວຽກໃຫ້ກອງກຳລັງ SDF ທີ່ສະໜັບສະໜຸນລັດຖະບານປົກຄອງຕົນເອງ ໃນເຂດພາກເໜືອ ແລະຕາເວັນອອກຂອງຊີເຣຍນັ້ນແມ່ນເກືອບຖືກກວດລ້າງຈົນໝົດດັ່ງທີ່ນາຍພົນອັບດີ ໄດ້ກ່າວໄປນັ້ນ. ພວກສະມາຊິກຂອງກອງກຳລັງ SDF ໄດ້ສັງຫານສີ່ຄົນທີ່ຖືກກ່າວຫາວ່າເປັນພວກໂຈມຕີແລະໄດ້ຈັບກຸມຄົນທີຫ້າໄວ້ ເຖິງແມ່ນວ່າອີກຄົນນຶ່ງສາມາດຫຼົບ ໜີໄປໄດ້.

ນາຍພົນອັບດີ ຍັງໄດ້ເຕືອນວ່າ ເຖິງແມ່ນວ່າ ຜົນສຳເລັດຕ່າງໆທີ່ກອງກຳລັງ ເຊັ່ນ SDF ໄດ້ຮັບມານັ້ນ ກໍບໍ່ສາມາດຍັບຍັ້ງກຸ່ມລັດອິສລາມໄດ້ຫຼາຍປານໃດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG