ສະຫະລັດແລະພັນທະມິດ 5 ປະເທດ ໄດ້ອອກຖະແຫຼງການຮ່ວມໃນວັນຈັນວານນີ້ ປະນາມການທົດລອງລູກສອນໄຟຂີປະນາວຸດ ຂອງເກົາຫຼີເໜືອ ເມື່ອວັນທີ 5 ມັງກອນຜ່ານມາ.
ທ່ານນາງລິນດາ ໂທມັສ ກຣີນຟິລ ເອກອັກຄະລັດຖະທູດຂອງສະຫະລັດກ່າວໂດຍໃຊ້ຊື່ຫຍໍ້ຂອງສາທາລະນະລັດປະຊາທິປະໄຕ ປະຊາຊົນເກົາຫຼີ ຊຶ່ງເປັນຊື່ ທາງການຂອງເກົາຫຼີເໜືອນັ້ນວ່າ “ການຍິງລູກສອນໄຟຂີປະນາວຸດຂອງ ສປປ ເກົາຫຼີ ເມື່ອວັນທີ 5 ມັງກອນ ແມ່ນເປັນການລະເມີດຢ່າງຈະແຈ້ງຕໍ່ມະຕິຂອງສະພາຄວາມໝັ້ນຄົງຫຼາຍໆຂໍ້.”
ທ່ານນາງໂທມັສ ກຣີນຟິລ ໄດ້ອ່ານຖະແຫຼງການຮ່ວມ ຕໍ່ພວກນັກຂ່າວ ທີ່ຫ້ອມລ້ອມໂດຍເອກອັກຄະລັດຖະທູດຂອງປະເທດອາລບາເນຍ ອັງກິດ ຝຣັ່ງ ໄອຣ໌-ແລນ ແລະຍີ່ປຸ່ນ. ໃນຈຳນວນ 6 ປະເທດເຫຼົ່ານີ້ ມີພຽງແຕ່ຍີປຸ່ນປະເທດດຽວທີ່ບໍ່ໄດ້ເປັນສະມາຊິກຂອງສະພາຄວາມໝັ້ນຄົງຮອບປັດຈຸບັນ.
ສະພາຄວາມໝັ້ນຄົງໄດ້ເປີດກອງປະຊຸມພິເສດຂຶ້ນ ໃນວັນຈັນວານນີ້ ເພື່ອປຶກສາຫາລືກ່ຽວກັບການຍິງລູກສອນໄຟ ທີ່ພຽງຢາງກ່າວອ້າງໃນອາທິດແລ້ວນີ້ວ່າ ເປັນລູກສອນໄຟຄວາມໄວກວ່າສຽງທີ່ໃຊ້ເທັກໂນໂລຈີສູງ.
ທ່ານນາງໂທມັສ ກຣີນຟິລ ກ່າວວ່າ “ການຍິງໃນເທື່ອນີ້ ແມ່ນຄັ້ງຫຼ້າສຸດໃນການຍິງລູກສອນໄຟຂີປະນາວຸດ ທີ່ມີມາເປັນລຳດັບ ແລະການສະແດງອອກໃຫ້ເຫັນເຖິງຄວາມຕັ້ງໃຈ ຂອງ ສປປ ເກົາຫຼີ ທີ່ຈະຂະຫຍາຍຄວາມອາດສາມາດຂອງອາວຸດທີິ່ຜິດກົດໝາຍດັ່ງກ່າວ. ການທົດລອງເຫຼົ່ານີ້ແມ່ນເພີ້ມຄວາມສ່ຽງໃນການຄາດຄະເນທີ່ຜິດພາດ ພ້ອມທັງເພີ້ມທະວີແລະເປັນໄພຂົ່ມຂູ່ທີ່ສຳຄັນຕໍ່ສະຖຽນລະພາບຢູ່ໃນຂົງເຂດ.”
ທ່ານນາງກ່າວຕື່ມວ່າ ເກົາຫຼີເໜືອພວມສ້າງອາວຸດບໍ່ແມ່ນແຕ່ສຳລັບເກົາຫຼີເໜືອເອງເທົ່ານັ້ນ ແຕ່ຍັງເພີ້ມການສ້າງອາວຸດເພື່ອສົ່ງອອກໃຫ້ພວກຂາຍອາວຸດແລະພວກລູກຄ້າລະຫວ່າງປະເທດອື່ນໆ ຊຶ່ງເປັນການລະເມີດ ຕໍ່ການລົງໂທດຂອງລະຫວ່າງປະເທດນັ້ນ.
“ສປປ ເກົາຫຼີ ທຳການລົງທຶນທາງທະຫານເຫຼົ່ານີ້ ໂດຍບໍ່ເອົາຫົວຊາຕໍ່ການເປັນຢູ່ຂອງປະຊາຊົນຊາວເກົາຫຼີເໜືອ” ນັ້ນຄືຄຳເວົ້າຂອງເອກອັກຄະລັດຖະທູດສະຫະລັດ. “ປະຊາຊົນຊາວເກົາຫຼີເໜືອຍັງສືບຕໍ່ໄດ້ຮັບຄວາມທຸກທໍລະມານພາຍໃຕ້ອຳນາດການປົກຄອງຜະເດັດການທີ່ເຂັ້ມງວດແລະຢູ່ພາຍໃຕ້ວິກິດການດ້ານມະນຸດສະທຳທີ່ຮ້າຍແຮງເພີ້ມຂຶ້ນ.”
ການຍິງທົດລອງລູກສອນໄຟຄັ້ງຫຼ້າສຸດຂອງເກົາຫຼີເໜືອມີຂຶ້ນໃນຂະນະທີ່ປະເທດດັ່ງກ່າວໄດ້ປະຕິເສດທີ່ຈະສະໜອງຕອບຕໍ່ການຮ້ອງຂໍຂອງສະຫະລັດ ທີ່ຈະເປີດການເຈລະຈາກັບພຽງຢາງ.
ເກົາຫຼີເໜືອບໍ່ໄດ້ເອົາຫົວຊາຕໍ່ການສະເໜີຊ້ຳແລ້ວຊ້ຳອີກຂອງສະຫະລັດ ເພື່ອໃຫ້ເປີດການເຈລະຈາກ່ຽວກັບອາວຸດໂດຍເວົ້າວ່າ ວໍຊິງຕັນກ່ອນອື່ນໝົດຕ້ອງ “ຍົກເລີກນະໂຍບາຍທີ່ເປັນປໍລະປັກຂອງຕົນ.”