ພັກຣີພັບບລີກັນ ກຳລັງກຽມພ້ອມ ທີ່ຈະເຂົ້າຄວບຄຸມທັງສະພາຕ່ຳ
ແລະ ສະພາສູງ ຂອງສະຫະລັດ ໃນເດືອນມັງກອນ ຈະມາເຖິງນີ້
ຫຼັງຈາກໄດ້ກວດ ເອົາໄຊຊະນະ ໃນການເລືອກຕັ້ງກາງສະໄໝ
ເມື່ອໄວໆຜ່ານມານີ້. ພັກເດໂມແຄຣັດ ໄດ້ສູນເສຍສຽງສ່ວນຫຼາຍ
ໃນສະພາສູງ ແລະ ບັດນີ້ຈະຕ້ອງປັບໂຕ ມາເປັນພັກ ທີ່ມີສຽງ
ສ່ວນຫນ້ອຍ ຢູ່ໃນທັງສອງສະພາ. ເຖິງແມ່ນວ່າ ຄວາມສັບສົນ
ທາງການເມືອງ ຍັງຄ່ອຍໆສືບຕໍ່ສະຫງົບລົງ ຈາກການປ່ອນບັດ
ກາງສະໄໝ ເມື່ອບໍ່ດົນມານີ້ ກໍຈິງ ແຕ່ທັງສອງພັກ ແມ່ນພາກັນ
ເລັງໄປຂ້າງໜ້າ ໃສ່ການເລືອກຕັ້ງ ປີ 2016 ເວລາ ຊາວ
ອາເມຣິກັນ ບໍ່ພຽງແຕ່ຈະເລືອກເອົາ ສະມາຊິກສະພາຊຸດໃໝ່
ເທົ່ານັ້ນ ແຕ່ຍັງຈະຕ້ອງເລືອກເອົາ ປະທານາທິບໍດີຄົນໃໝ່ ຂອງປະເທດນຳອີກ. ຜູ້ສື່ຂ່າວ
ວີໂອເອ Jim Malone ມີລາຍງານ ກ່ຽວກັບເລື່ອງນີ້ ຈາກວໍຊິງຕັນ ຊຶ່ງໄຊຈະເລີນສຸກ ຈະ
ນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
ໃນຂະນະທີ່ ພັກຣີພັບບລີກັນ ພວມກຽມພ້ອມ ທີ່ຈະເຂົ້າຄວບຄຸມອຳນາດ ໃນລັດຖະສະພາ ທັງສອງພັກ ກຳລັງໄຈ້ແຍກເບິ່ງຜົນ ຂອງການເລືອກຕັ້ງກາງສະໄໝ ໃນປີ 2014 ແລະ ມອງໄປຂ້າງໜ້າ ເພື່ອ ຈະນຳເອົາບົດຮຽນດັ່ງກ່າວ ໄປໃຊ້ ສຳຫລັບ ການເລືອກຕັ້ງຕໍ່ໄປ ໃນປີ 2016.
ທ່ານ Whit Ayres ນັກສຳຫລວດຫາງສຽງ ຂອງພັກຣີພັບບລີກັນ ກ່າວວ່າ ໄຊຊະນະຕ່າງໆ ຂອງພັກຣີພັບບລີກັນ ໃນລັດຖະສະພານັ້ນ ອາດຈະເປັນການກະກຽມ ເພື່ອໃຫ້ໄດ້ ໄຊຊະນະຍາດເອົາ ທຳນຽບຂາວຄືນມາ ໃນສອງປີຂ້າງໜ້າ ຕັ້ງແຕ່ມື້ນີ້ໄປ.
ທ່ານ Ayres ເວົ້າວ່າ “ພວກເຮົາມີ ບັນດາຜູ້ສະໝັກ ທີ່ດີກວ່າເກົ່າ ແລະ ພວກເຮົາມີ ບັນດາຜູ້ສະໝັກ ຜູ້ທີ່ອາດສາມາດເຕົ້າໂຮມສະມາຊິກ ພັກຣີພັບບລີກັນ ເຂົ້າກັນ
ແລະ ແນ່ນອນແລ້ວອັນນັ້ນ ເປັນສິ່ງທີ່ພວກເຮົາຈະຕ້ອງເຮັດ ໃນປີ 2016.”
ພັກຣີພັບບລີກັນ ບໍ່ມີຄວາມຂາດແຄນ ດ້ານບັນດາຜູ້ສະໝັກແຂ່ງຂັນ ເປັນປະທານາທິບໍດີ ຜູ້ທີ່ມີຄວາມຫວັງສູງ ເຊັ່ນ ອະດີດ ຜູ້ປົກຄອງເມືອງ ລັດຟໍຣີດາ ທ່ານ Jeb Bush ຜູ້ປົກ
ຄອງເມືອງ ລັດນິວ ເຈີຊີ ທ່ານ Chris Christie ແລະ ສະມາຊິກສະພາສູງ ລັດແທກຊັດ ທ່ານ Ted Cruz.
ທ່ານ Ayres ກ່າວວ່າ ແຕ່ຍັງບໍ່ຮູ້ ຢ່າງຈະແຈ້ງເທື່ອວ່າ ຜູ້ໃດ ມີຄະແນນສຽງ ນຳໜ້າ.
ທ່ານ Ayres ເວົ້າວ່າ “ຜູ້ໃດກໍ່ຕາມ ທີ່ໄດ້ໄຊຊະນະ ມັນຈະພິສູດໃຫ້ເຫັນ ເຖິງຄວາມ
ສາມາດ ໃນການເຕົ້າໂຮມກຸ່ມ Tea Party ກຸ່ມ Libertarian ກຸ່ມຈັດຕັ້ງຫຼັກ
ກຸ່ມສັງຄົມອະນຸລັກນິຍົມ ແລະ ກຸ່ມສາກົນນິຍົມ ຂອງພັກຣີພັບບລີກັນ ທັງໝົດ
ໃຫ້ເຂົ້າກັນເປັນແນວໂຮມອັນໜຶ່ງອັນດຽວ ແລະ ອຳນວຍໃຫ້ແຕ່ລະກຸ່ມເຫຼົ່ານັ້ນ
ເປັນທີ່ພຽງພໍ ເພື່ອສ້າງຕັ້ງສຽງສ່ວນຫຼາຍໄດ້.”
ພັກເດໂມແຄຣັດ ມີບັນຫາທ້າທາຍ ທີ່ແຕກຕ່າງອອກໄປ ໃນການເລັງໄປຂ້າງໜ້າ ເຖິງປີ 2016.
ອະດີດ ລັດຖະມົນຕີຕ່າງປະເທດ ທ່ານນາງ Hillary Clinton ແມ່ນເປັນທີ່ຈະແຈ້ງແລ້ວວ່າ ມີຄະແນນສຽງນຳໜ້າ ໃນການເປັນໂຕແທນພັກເດໂມແຄຣັດ ສຳຫລັບປີ 2016 ຄັນທ່ານນາງ ຈະລົງແຂ່ງຂັນ.
ແຕ່ທ່ານນາງ Celinda Lake ນັກວາງແຜນຍຸດທະສາດ ຂອງພັກເດໂມແຄຣັດ ເວົ້າວ່າ
ພັກເດໂມແຄຣັດ ຕ້ອງໄດ້ຊອກຫາຄຳຂວັນທາງດ້ານເສດຖະກິດ ທີ່ຈະພາໃຫ້ຊະນະ.
ທ່ານນາງກ່າວຕື່ມວ່າ: “ແລະ ໃນນາມສະມາຊິກພັກເດໂມແຄຣັດ ສິ່ງທຳອິດທີ່ພວກ
ເຮົາຄວນເຮັດນັ້ນ ແມ່ນ ເປີດເຜີຍອອກມາ ແຜນເສດຖະກິດ ແລະ ນະໂຍບາຍ
ສຳຫລັບອະນາຄົດ ທີ່ຈະຮັບປະກັນໃຫ້ ທຸກໆຄົນພາຍໃນປະເທດ ສາມາດ ມີ
ໂອກາດ ໃນການໄດ້ຮັບຄວາມອຸດົມຮັ່ງມີ ແກ່ເຂົາເຈົ້າ ແລະ ລູກເຕົ້າຂອງເຂົາເຈົ້າ.”
ເພື່ອທີ່ຈະໃຫ້ ທ່ານນາງ Clinton ໄດ້ຮັບຜົນສຳເລັດນັ້ນ ບັນດານັກວິເຄາະ ທຳນາຍວ່າ
ທ່ານນາງ ຈະຕ້ອງຕີຕົວອອກຫ່າງ ໃນລະດັບໃດລະດັບນຶ່ງ ຈາກປະທານາທິບໍດີ ບາຣັກ
ໂອບາມາ ທີ່ຖືກໄດ້ພິສູດໃຫ້ເຫັນແລ້ວວ່າ ບໍ່ເປັນທີ່ນິຍົມຊົມຊອບ ໃນການເລືອກຕັ້ງກາງ
ສະໄໝໃນປີນີ້.
ທ່ານນາງ Celinda Lake ເວົ້າວ່າ “ຂ້າພະເຈົ້າຄິດວ່າ ດຽວນີ້ ຄົນສ່ວນຫຼາຍ ມີຜົນ
ສະລຸບແລ້ວ ອັນທີ່ຖືກຕ້ອງ ຫຼື ບໍ່ຖືກຕ້ອງ ວ່າ ໃນເມື່ອ ທ່ານ ໂອບາມາ ມີການ
ປ່ຽນແປງນັ້ນ ທ່ານ ບໍ່ມີປະສົບປະການຫຼາຍພຽງພໍ ທີ່ພວກເຮົາຕ້ອງການ ເພື່ອ
ເຮັດໃຫ້ທຸກສິ່ງ ທຸກຢ່າງສຳເລັດເສັດສິ້ນໄປ ໃນຕົວຈິງ. ແຕ່ບໍ່ມີຜູ້ໃດ ຕັ້ງຄຳຖາມ
ກ່ຽວກັບ ຄຸນນະສົມບັດ ແລະ ປະສົບປະການຕ່າງໆ ຂອງທ່ານນາງ Hillary
Clinton ເລີຍ.”
ທ່ານ John Fortier ນັກວິເຄາະ ຈາກສູນສຶກສາ ນະໂຍບາຍ ໂຮມສອງຝ່າຍ ກ່າວວ່າ
ເຖິງແມ່ນວ່າ ເປັນຜູ້ນິຍົມຊົມຊອບ ກໍ່ຕາມ ທ່ານນາງ Clinton ຈະປະເຊີນໜ້າ ກັບຄູ່ແຂ່ງ
ຈາກສະມາຊິກເດໂມແຄຣັດ ບາງສ່ວນ ຢ່າງແນ່ນອນ.
ທ່ານ John Fortier ເວົ້າວ່າ “ແລະ ມັນຈະເປັນການຍາກ ທີ່ຈະເອົາຊະນະ ທ່ານ
ນາງ Clinton ແລະ ຖ້າຜູ້ໃດຜູ້ນຶ່ງ ແຂ່ງຂັນກັບທ່ານນາງ ແລະ ຂ້າພະເຈົ້າຄິດວ່າ ແນ່ນອນທີ່ສຸດ ວ່າພວກຄູ່ແຂ່ງຈະອອກມາທ້າທາຍ ທ່ານນາງ ແລະ ບາງທີພວກເຂົາເຈົ້າ ອາດຈະພະຍາຍາມ ຖົກຖຽງ ມາຈາກເບື້ອງຊ້າຍສຸດຂອງພັກ ແລະວ່າ ທ່ານນາງມັກຈະໃຊ້ເລື່ອງທາງທະຫານ ເຂົ້າແກ້ໄຂນະໂຍບາຍການຕ່າງປະເທດ.”
ທ່ານ Ayres ສັງກັດພັກຣີພັບບລີກັນ ກ່າວວ່າ ແຕ່ພັກເດໂມແຄຣັດ ອາດປະເມີນການ
ຕ່ຳເກີນໄປ ກ່ຽວກັບວ່າ ມັນຈະມີຄວາມຍາກລຳບາກຫຼາຍປານໃດ ທີ່ຈະຮັກສາຕຳແໜ່ງ
ໃນ ທຳນຽບຂາວໄວ້ໄດ້ ຫຼັງຈາກປະທານາທິບໍດີ ໂອບາມາ.
ທ່ານ Ayres ເວົ້າວ່າ “ຂ້າພະເຈົ້າ ຈະບອກທ່ານວ່າ ມັນເປັນການຍາກທີ່ສຸດ ສຳຫລັບ ພັກໃດນຶ່ງ ຈະເອົາຊະນະການເລືອກຕັ້ງປະທານາທິບໍດີ 3 ສະໄໝລຽນຕິດ. ປະຫວັດສາດແລ້ວ ແມ່ນແນະໃຫ້ເຫັນວ່າ ມັນເປັນເຫດການ ທີ່ຜິດປົກກະຕິທີ່ສຸດ.”
ຄັ້ງຫລ້າສຸດ ທີ່ມັນໄດ້ເກີດຂຶ້ນ ແມ່ນ ເມື່ອປີ 1988 ໃນເວລາ ທີ່ຮອງປະທານາທິບໍດີ ທ່ານ
George H.W. Bush ໄດ້ຖືກເລືອກຕັ້ງໃຫ້ ເປັນປະທານາທິບໍດີ ຕໍ່ຈາກ ປະທານາທິບໍດີ
ທ່ານ Ronald Reagan ຫຼັງຈາກ ທີ່ທ່ານ ດຳລົງຕຳແໜ່ງມາ 2 ສະໄໝແລ້ວ.