ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດງົດການຊ່ອຍເຫຼືອ ທາງທະຫານ ມູນຄ່າ 800 ລ້ານໂດລາ ​ແກ່ປາກີສຖານ.


ກອງທະຫານປາກີສຖານໃນທ່າຕຽມພ້ອມ
ກອງທະຫານປາກີສຖານໃນທ່າຕຽມພ້ອມ

ເຈົ້າໜ້າທີ່ຂັ້ນສູງຈາກທໍານຽບຂາວໄດ້ກ່າວໃນວັນອາທິດວານນີ້ວ່າສະຫະລັດໄດ້ຕັດ
ສິນໃຈງົດການຊ່ອຍເຫຼືອທາງທະຫານໃນມູນຄ່າ 800 ລ້ານໂດລາ ​ແກ່ປາກີສຖານ.

ຫົວໜ້າຫ້ອງການປະຈໍາທໍານຽບຂາວ ທ່ານ Wlliam Daley ​ໄດ້ກ່າວຢູ່​ໃນ​ລາຍການ
ອາທິດ​ນີ້ ຫລື This Week ຂອງສະຖານີໂທລະພາບຊ່ອງ ABC ວ່າ ​ເຖິງ​ແມ່ນ​ວ່າ​
ສາຍ​ພົວພັນ​ລະຫວ່າງ​ສະ​ຫະລັດ​ແລະປາກີສຖານ​ຈະ​ຝືດ​ເຄືອງ​ແລະ​ຫຍຸ້ງຍາກ​ສັບສົນ
ແດ່​ໃນໄລຍະ​ນີ້ກໍຕາມ, ​ແຕ່​ທັງ​ສອງ​ຝ່າຍກໍ​ຈະ​ຕ້ອງ​ເຮັດ​ໃຫ້​ສາຍ​ພົວພັນ​ນັ້ນໃຊ້​ການ​ໄດ້​
ໃນ​ຊ່ວງ​ເວລາ​ຕໍ່​ໄປ. ທ່ານ​ຍັງ​ກ່າວ​ວ່າ ປາກີສຖານ​ແມ່ນ​ໄດ້ເປັນພາຄີ​ທີ່​ສໍາ​ຄັນ​ໃນ​ການ​
ຕໍ່ສູ້​ຕ້ານ​ພວກກໍ່​ການ​ຮ້າຍ ​ແຕ່​ວ່າປາກີສຖານໄດ້ດໍາ​ເນີນ​ບາດ​ກ້າວບາງ​ຢ່າງ ທີ່​ເຮັດ​
ໃຫ້ສະຫະລັດຕ້ອງ​ງົດ​ການ​ຊ່ອຍເຫຼືອທາງການທະຫານ​ບາງ​ຢ່າງ​ໄວ້ ​ຊຶ່ງ​ທ່ານ​ບໍ່​ໄດ້​
ອະທິບາຍ​ເພີ່ມ​ຕື່ມ​ແຕ່​ຢ່າງ​ໃດ.

ໄດ້​ມີ​ລາຍ​ງານ​ຂ່າ​ວທີ່ອ້າງຄໍາ​ເວົ້າຂອງພວກເຈົ້າໜ້າທີ່ສະຫະລັດ​ ທີ່ເວົ້າວ່າ ການເຄື່ອນ​
ໄຫວ​ດັ່ງກ່າວ​ນີ້​ແມ່ນເປັນ​ການ​ຕອບ​ໂຕ້​ຕໍ່​ການ​ຕັດສິນໃຈ​ຂອງປາກີສຖານ ທີ່ໄດ້​ຂັບ​ໄລ່​
ພວກ​ເຈົ້າ​ໜ້າ​ທີ່ເຝິກ​ແອບທະຫານ​ຂອງ​ສະຫະລັດອອກຈາກ​ປະ​ເທດ​ແລະ​ຈໍ​າກັດ​ການ
ອອກວີ​ຊາ​ໃຫ້ແກ່​ພວກ​ພະນັກງານ​ຂອງ​ສະຫະລັດ​ນໍາ.

ພວກ​ນັກ​ວິເຄາະກ່າວ​ວ່າ ນອກ​ນີ້​ແລ້ວ ການ​ງົດການ​ຊ່ອຍເຫຼືອທີ່​ວ່ານັ້ນຍັງມີ​ເປົ້າ​ໝາຍ​
ເພື່ອ​ກົດ​ດັນ​ໃຫ້​ທາງກອງທັບປາກີສຖານ​ດໍາ​ເນີນ​ການ​ຫຼາຍ​ກ່ວາ​ນີ້ໃນ​ການ​ຮ່ວມ​ມື​ກັບ​
ທາງ​ການ​ທະຫານສະຫະລັດ​ ໃນ​ການ​ຕໍ່ສູ້ກັບ​ພວກ​ຫົວ​ຮຸນ​ແຮ​ງນັ້ນ.

ໃນ​ວັນ​ອາທິດ​ວານນີ້ເຊັ່ນກັນ ​ທາງປາກີສຖານ​ໄດ້​ຮຽກຮ້ອງ​ໃຫ້​ສະຫະລັດ​ແບ່ງປັນ
ຂໍ້​ມູນກ່ຽວ​ກັບ​ບ່ອນຢູ່​ຂອງຜູ້​ນໍາຄົນ​ໃໝ່​ຂອງກຸ່ມ​ກໍ່​ການ​ຮ້າງ al-Qaida ນາຍ
Ayman al-Zawahri ນັ້ນ. ການ​ຮ້ອງ​ຂໍ​ທີ່​ວ່ານີ້​ ແມ່ນມີ​ຂຶ້ນ​ຫຼັງ​ຈາກທີ່ລັດຖະມົນຕີ
ປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ Leon Panetta ​ໄດ້​ກ່າວ​ໃນລະຫວ່າງ​ການຢ້ຽມ
ຢາມນະຄອນຫລວງ Kabul ຂອງ​ອັຟກາ​ນິສຖານໃນວັນ​ເສົາ​ແລ້ວ​ນີ້ວ່າ ທາງວໍ​ຊີງ​ຕັນ​
ເຊື່ອ​ວ່າ​ນາຍ Zawahri ລົບ​ລີ້​ຢູ່​ໃນ​ປາ​ກີ​ສຖານໃນເຂດເກິ່ງປົກຄອງຕົນ​ເອງ​ຂອງ​ພວກ
ຊົນ​ເຜົ່າ ຢູ່ເລາະຕາມ​ຊາຍ​ແດນຕິດ​ກັບອັ​ຟກາ​ນີສຖານ​ນັ້ນ.

XS
SM
MD
LG