ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພໍ່​ແມ່ ອະ​ດີດ​ທະ​ຫານ​ມາ​ຣີນ ອາເມຣິກັນ ທີ່ຖືກຂັງຢູ່ໃນຣັດເຊຍ ຢາກ​ຮູ້​ຂ່າວ​ຄາວ ກ່ຽວກັບລູກຊາຍເຂົາ​ເຈົ້າ


ແຟ້ມຮູບ- ໂຈ ແລະພອລລາ ຣີດ ຖ່າຍຮູບກັບຮູບຖ່າຍຂອງລູກຊາຍ ທີ່ເປັນທະຫາມາຣີນ ແລະຖືກ​ຈັບ​ຢູ່ຣັດເຊຍ ທ້າວເທຣເວີ ຣີດ, ຢູ່ທີ່ເຮືອນຂອງພວກເຂົາເຈົ້າໃນເມືອງຝອດເວີດທ໌, ລັດເທັກຊັສ, ເມື່ອວັນທີ 15 ກຸມພາ 2022.
ແຟ້ມຮູບ- ໂຈ ແລະພອລລາ ຣີດ ຖ່າຍຮູບກັບຮູບຖ່າຍຂອງລູກຊາຍ ທີ່ເປັນທະຫາມາຣີນ ແລະຖືກ​ຈັບ​ຢູ່ຣັດເຊຍ ທ້າວເທຣເວີ ຣີດ, ຢູ່ທີ່ເຮືອນຂອງພວກເຂົາເຈົ້າໃນເມືອງຝອດເວີດທ໌, ລັດເທັກຊັສ, ເມື່ອວັນທີ 15 ກຸມພາ 2022.

ພໍ່ ແລະແມ່ ຂອງອະດີດທະຫານມາຣີນສະຫະລັດ ທີ່ຖືກຈັບຢູ່ໃນຣັດເຊຍ ໄດ້ຮ້ອງຂໍຂໍ້ມູນກ່ຽວກັບລູກຊາຍຂອງພວກເຂົາເຈົ້າ ໃນມື້ວັນພຸດວານນີ້, ໂດຍໄດ້ສະແດງຄວາມກັງວົນນໍາລູກຊາຍກ່ຽວກັບ “ສຸຂະພາບທີ່ຊຸດ​ໂຊມລົງຢ່າງໄວວາ” ຂອງລາວ ແລະ “ບາງສິ່ງທີ່ບໍ່ດີ” ອາດຈະເກີດຂຶ້ນກັບລາວໄດ້.

ທ້າວໂຈ ແລະນາງພອລລາ ຣີດ (Joe, Paula Reed) ຜູ້ທີ່ໄດ້ເຂົ້າພົບກັບປະທານາທິບໍດີ ໂຈ ໄບເດັນ ກ່ຽວກັບຊະຕາກໍາ ຂອງລູກຊາຍພວກເຂົາເຈົ້າ ທ້າວເທຣເວີ (Trevor) ອາຍຸ 30 ປີ, ໂດຍໄດ້ກ່າວຢູ່ໃນຖະແຫຼງການວ່າ ມັນເປັນເວລາ 5 ມື້ແລ້ວທີ່ບໍ່ໄດ້ຍິນຫຍັງຈາກລາວເລີຍ ນັບຕັ້ງແຕ່ໄດ້ຍິນຂ່າວຈາກລາວເທື່ອສຸດທ້າຍ ໂດຍການຕິດຕໍ່ທາງໂທລະສັບ ກັບເພື່ອນຍິງຂອງລາວ.

“ດ້ວຍເວລາທີ່ຜ່ານໄປໃນທຸກໆຊົ່ວໂມງ, ພວກເຮົາຍິ່ງມີຄວາມກັງວົນຫຼາຍ ແລະຫຼາຍຂຶ້ນວ່າຈະມີແນວບໍ່ດີເກີດຂຶ້ນກັບລາວ,” ເຊິ່ງ ພໍ່ ແລະແມ່ຂອງທ້າວເທຣເວີ ກ່າວຢູ່ໃນຖະແຫຼງການ. “ພວກເຮົາເຊື່ອວ່າ ລັດຖະບານຂອງທ່ານໄບເດັນຕ້ອງ ຫາທາງອອກຢ່າງຮີບດ່ວນ ເພື່ອນໍາເອົາລູກຊາຍຂອງພວກເຮົາ ກັບຄືນບ້ານໃຫ້ໄດ້.”

ອົງການຂ່າວຂອງຣັດເຊຍ ໄດ້ລາຍງານໃນມື້ວັນຈັນແລ້ວນີ້ວ່າ ທ້າວເທຣເວີ ຣີດ ໄດ້ຢຸດອົດອາຫານປະທ້ວງກ່ຽວກັບການຂັງລາວໃຫ້ຢູ່ຢ່າງໂດດດ່ຽວ, ແລະກໍໄດ້ຮັບການປິ່ນປົວ ຢູ່ທີ່ສູນກັກຂັງທາງການແພດແລ້ວ.

ທ້າວເທຣເວີ ຣີດ ຜູ້ເປັນ​ລູກ ຖືກຕິດຄຸກເປັນເວລາ 9 ປີ ລຸນຫຼັງທີ່ຖືກຕັດສິນວ່າ ເປັນອັນຕະລາຍຕໍ່ຊີວິດຂອງເຈົ້າໜ້າຕໍາຫຼວດສອງຄົນ ໃນຂະນະທີ່ຂັບລົດດ້ວຍອາການທີ່ມືນເມົາ ເມື່ອເວລາທີ່ເດີນທາງໄປຢ້ຽມຢາມນະຄອນຫຼວງມົສກູ ໃນປີ 2019. ທ້າວຣີດ ໄດ້ປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວ. ສະຫະລັດໄດ້ຮ້ອງການພິຈາລະນາ ກ່ຽວກັບຄະດີຂອງລາວວ່າ “ເປັນການສະແດງລະຄອນທີ່ໄຮ້ສາລະ.”

ພາຍຫຼັງທີ່ພໍ່ ແລະແມ່ຂອງລາວ ໄດ້ພົບປະກັບປະທານາທິບໍດີໄບເດັນ ແລ້ວ, ໂຄສົກຂອງທໍານຽບຂາວ ທ່ານນາງເຈັນ ຊາກີ ກ່າວວ່າ ປະທານາທິບໍດີໄດ້ກ່າວຊໍ້າແລ້ວຊໍ້າອີກເຖິງຄໍາໝັ້ນສັນຍາທີ່ຈະສືບຕໍ່ດໍາເນີນງານ ເພື່ອຮັບປະກັນໃນການປ່ອຍໂຕຂອງທ້າວຣີດ ແລະປະຊາຊົນຊາວອາເມຣິກັນອື່ນໆ “ທີ່ຖືກຈັບແບບບໍ່ມີເຫດຜົນຢູ່ໃນຣັດເຊຍ ແລະບ່ອນອື່ນໆ.”

ຢ່າງໃດກໍຕາມ, ຄວາມສໍາພັນລະ​ຫວ່າງ ສະຫະລັດ ແລະ ຣັດເຊຍ ໄດ້​ຊຸດ​ໂຊມ​ລົງ ລຸນຫຼັງທີ່ມົສກູ ໄດ້ຮຸກຮານ ຢູເຄຣນ, ແລະການວາງຂໍ້ກໍານົດ ໃນການລົງ ໂທດທາງເສດຖະກິດຕ່າງໆຂອງສະຫະລັດ, ເຊິ່ງລວມເຖິງການລົງໂທດຄັ້ງໃໝ່ໃນມື້ວັນພຸດວານນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG