ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ສຫລ ຮັບຮອງເອົາ ທ່ານ Panetta ເປັນ ລມຕ ປ້ອງກັນປະເທດ


ທ່ານ Leon Panetta ລັດຖະມົນຕີປ້ອງກັນປະເທດຄົນໃໝ່
ຂອງສະຫະລັດ, ວັນທີ 21 ມິຖຸນາ 2011
ທ່ານ Leon Panetta ລັດຖະມົນຕີປ້ອງກັນປະເທດຄົນໃໝ່ ຂອງສະຫະລັດ, ວັນທີ 21 ມິຖຸນາ 2011

ສະພາ​ສູງ​ສະຫະລັດ​ໄດ້ອະນຸມັດ​ຕໍ່ການແຕ່ງຕັ້ງໃຫ້​ທ່ານ Leon Panetta ​ເປັນ​ລັດຖະ
ມົນຕີ​ປ້ອງ​ກັນ​ປະ​ເທດ​ຄົນ​ໃໝ່​ຂອງ​ສະຫະລັດ.

ໃນ​ວັນ​ອັງຄານ​ວານ​ນີ້ ພວກ​ສະມາຊິກ​ສະພາ​ສູງ​ໄດ້​ອະນຸມັດ​ໃຫ້​ທ່ານ Panetta ​ເປັນ​
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຢ່າງ​ເປັນ​ເອກ​ກະສັນ ຊຶ່ງເວລາ​ນີ້​ທ່ານ Panetta ​ເປັນ​ຜູ້​
ອໍານວຍ​ການ​ອົງການ​ສືບ​ລັບ CIA ຂອງສະຫະ​ລັດ ​ຈະ​ຂຶ້ນ​ດໍາລົງ​ຕໍາ​ແໜ່​ງ​ແທນ​ທ່ານ
Robert Gates ທີ່​ວາງ​ແຜນ​ອອກ​ກິນ​ເບ້ຍ​ບໍານານ​ໃນ​ສັບປະດາ​ໜ້າ​ນີ້.

ພວກ​ສະມາຊິກ​ສະພາ​ສູງ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ທ່ານ Panetta ກ່ອນ​ການ​ລົງມະຕິ​
ກັນ ​ໂດຍ​ເອີ້ນ​ທ່ານ​ວ່າ ​ເປັນ​ການ​ເລືອກ​ທີ່ສະຫລາດ​ຫລັກ​ແຫລມ​ແລະ​ໜັກ​ແໜ້ນ​ແລະ​
ໃຫ້​ຂໍ້​ສັງ​ເກດ​ເຖິງ​ປະສົບ​ການ​ຢ່າງ​ກວ້າງຂວາງ​ໃນ​ເລື້ອງ​ຂອງ​ປະ​ເທດຊາດ. ທ່ານ Pa
netta ​ເຄີຍ​ເປັນ​ຜູ້​ແທນ​ໃນສະພາ​ຕໍ່າ​ມາ​ແລ້ວ​ມາ​ຈາກ​ລັດ California ​ແລະ​ເຄີຍ​ເປັນ
ປະທານຄະນະ​ກໍາມະການ​ງົບປະມານ​ປະ​ຈໍາ​ສະພາ​ຕໍ່າ. ນອກ​ນັ້ນ​ທ່ານ Panetta ຍັງ
ເຄີຍເປັນ​ຫົວໜ້າ​ກອງ​ເລຂາ​ປະ​ຈໍາທໍານຽບຂາວ​ພາຍ​ໃຕ້​ອະດີດປະທານາທິບໍດີ Bill
Clinton ຕະຫລອດ​ທັງ​ເປັນ​ຜູ້ອຳນວຍການຫ້ອງການບໍລິຫານ​ແລະ​ງົບປະມານແຫ່ງ​
ຊາດ​ນໍາ.

ທ່ານ Panetta ຈະ​ຂຶ້ນ​ດໍາລົງ​ຕໍາ​ແໜ່​ງ​ໃນ​ທໍານຽບຫ້າ​ແຈ ຫລື​ກະຊວງ​ປ້ອງ​ກັນ​ປະ​ເທດ​
ໃນ​ເວລາ​ທີ່​ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ຮຽກຮ້ອງ​ໃຫ້ຫຼຸດ​ຄ່າ​ໃຊ້​ຈ່າຍ​ໃນ​ດ້ານ​ການ​ຮັກ
ສາ​ຄວາມ​ປອດ​ໄພ​ລົງ​ຕື່ມ​ອີກ 400 ຕື້​ໂດລາ​ນັ້ນ.

XS
SM
MD
LG