ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ໃຫ້ການອະນຸມັດຄັ້ງສຸດທ້າຍ ສຳລັບການສັກຢາວັກຊີນກັນ COVID-19 ຕໍ່ເດັກນ້ອຍອາຍຸ 5 ຫາ 11 ປີ


ທ່ານໝໍຄົນນຶ່ງກຽມຢາວັກຊີນ COVID-19 ຂອງບໍລິສັດ Pfizer ຢູ່ໂບດ First Baptist, ເມືອງ ພາຊາເດນາ, ລັດ ຄາລິຟໍເນຍ. 14 ພຶດສະພາ, 2021.
ທ່ານໝໍຄົນນຶ່ງກຽມຢາວັກຊີນ COVID-19 ຂອງບໍລິສັດ Pfizer ຢູ່ໂບດ First Baptist, ເມືອງ ພາຊາເດນາ, ລັດ ຄາລິຟໍເນຍ. 14 ພຶດສະພາ, 2021.

ບັນດາເຈົ້າໜ້າທີ່ສາທາລະນະສຸກ ສະຫະລັດ ໃນວັນອັງຄານວານນີ້ໄດ້ໃຫ້ສັນຍານການສະຫຼຸບຄັ້ງສຸດທ້າຍຕໍ່ຢາວັກຊີນ COVID-19 ຂະໜາດເດັກນ້ອຍຂອງບໍລິສັດ Pfizer, ເຊິ່ງເປັນຄວາມກ້າວໜ້າຄັ້ງໃຫຍ່ຂອງການໂຄສະນາສັກຢາວັກຊີນຂອງປະເທດ.

ອົງການອາຫານ ແລະ ຢາ ແມ່ນໄດ້ອະນຸມັດຢາວັກຊີນສຳລັບເດັກນ້ອຍອາຍຸ 5 ຫາ 11 ປີເຊິ່ງໂດສນຶ່ງແມ່ນມີຂະໜາດພຽງນຶ່ງສ່ວນສາມຂອງໄວລຸ້ນ ແລະ ຜູ້ໃຫຍ່. ແຕ່ສູນກາງເພື່ອການຄວບຄຸມ ແລະ ປ້ອງກັນໂຣກ ສະຫະລັດ ຫຼື CDC ຈະແນະນຳວ່າແມ່ນໃຜຄວນໄດ້ຮັບຢາວັກຊີນທີ່ຖືກອະນຸມັດໂດຍອົງການອາຫານ ແລະ ຢານັ້ນ.

ການປະກາດໂດຍຜູ້ອຳນວຍການຂອງອົງການ CDC ດຣ. ໂຣແຊລ ວາເລັນສກີ ໄດ້ມີຂຶ້ນພຽງບໍ່ເທົ່າໃດຊົ່ວໂມງຫຼັງຈາກຄະນະກຳມະການທີ່ປຶກສາ ໄດ້ຕັດສິນຢ່າງບໍ່ເປັນເອກະສັນວ່າຢາວັກຊີນຂອງ ບໍລິສັດ Pfizer ນັ້ນຄວນເປີດທຳການສັກໃຫ້ເດັກນ້ອຍ 28 ລ້ານຄົນໃນກຸ່ມອາຍຸນັ້ນ.

ດຣ. ວາເລັນສກີ ໄດ້ກ່າວຕໍ່ຄະນະກຳມະການທີ່ປຶກສາ ໃນຂະນະທີ່ເຂົາເຈົ້າໄດ້ເລີ່ມການອະທິບາຍຂອງເຂົາເຈົ້າໃນຕອນເຊົ້າວານນີ້ວ່າ “ມື້ນີ້ແມ່ນວັນທີ່ສຳຄັນຫຼາຍໃນຊ່ວງເວລາຂອງໂຣກລະບາດ.”

ທ່ານນາງໄດ້ກ່າວໃນຂະນະທີ່ຄວາມສ່ຽງຂອງການຕິດໂຣກທີ່ຮ້າຍແຮງ ແລະ ການຕາຍແມ່ນຕໍ່າໃນເດັກນ້ອຍກວ່າຜູ້ໃຫຍ່ນັ້ນວ່າ, ມັນແມ່ນຄວາມຈິງ, ແລະ ວ່າ COVID-19 ແມ່ນໄດ້ສ້າງຜົນກະທົບທີ່ໃຫຍ່ຫຼວງຕໍ່ສັງຄົມ, ສຸຂະພາບຈິດ ແລະ ການສຶກສາຕໍ່ພວກເດັກນ້ອຍ, ລວມທັງຂະຫຍາຍຄວາມບໍ່ເທົ່າທຽມກັນໃນການຮໍ່າຮຽນຢ່າງກວ້າງຂວາງ.

ດຣ. ວາເລັນສກີ ໄດ້ກ່າວວ່າ “ມັນມີເດັກນ້ອຍໃນຊັ້ນປໍ 2 ຜູ້ທີ່ບໍ່ເຄີຍມີປະສົບການໃນປີເຂົ້າໂຮງຮຽນທີ່ປົກກະຕິ. ການສັກຢາວັກຊີນໃຫ້ເດັກນ້ອຍແມ່ນພະລັງທີ່ຈະຊ່ວຍພວກເຮົາປ່ຽນແປງທັງໝົດນັ້ນ.

ຢາວັກຊີນຫຼາຍລ້ານໂດຍທີ່ຜະລິດໂດຍ Pfizer ແລະ ຄູ່ຮ່ວມຂອງເຂົາເຈົ້າ BioNTech ແມ່ນໄດ້ຖືກຂົນສົ່ງໄປໃຫ້ລັດຕ່າງໆ, ຫ້ອງການຂອງແພດໝໍ ແລະ ຮ້ານຂາຍຢາ ໃນຝາສີສົ້ມ, ເພື່ອຫຼີກລ່ຽງການສັບປົນກັບຫຼອດຢາວັກຊີນຝາສີມ້ວງຂອງຜູ້ໃຫຍ່.

XS
SM
MD
LG