ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳມາທິການ ສຫລ ຕື່ມຊື່ 8 ປະເທດ ໃສ່ບັນຊີ ປະເທດທີ່ ລະເມີດ ເສລີພາບ ການຖືສາສະໜາ


ວັດສາສະໜາຄຣີສຕ໌ ນິຍກາຍຄັອບຕິກ ຖືກຈູດ ທີ່ອິຈິບ
ວັດສາສະໜາຄຣີສຕ໌ ນິຍກາຍຄັອບຕິກ ຖືກຈູດ ທີ່ອິຈິບ
ຄະນະກຳມາທິການ ຮັບຜິດຊອບກ່ຽວກັບສິດເສລີພາບໃນການ
ນັບຖືສາສະໜາ ຂອງສະຫະລັດ ຮຽກຮ້ອງໃຫ້ກະຊວງການຕ່າງ
ປະເທດສະຫະລັດຕື່ມຊື່ຂອງ 8 ປະເທດໃສ່ໃນບັນຊີລາຍຊື່ບ່ອນ
ທີ່ການລ່ວງລະເມີດ ສິດເສລີພາບ ໃນການນັບຖືສາສະໜາຢ່າງ
ຮ້າຍແຮງ ໄດ້ຮັບການໂຍະຍານຜ່ອນຜັນໂດຍລັດຖະບານຂອງ
ພວກເຂົາເຈົ້າ.

ໃນລາຍງານປະຈຳປີຂອງຕົນ ທີ່ຫາກໍນຳອອກເຜີຍແຜ່ນັ້ນ ຄະ
ນະກຳມາທິການຂອງສະຫະລັດ ວ່າດ້ວຍສິດເສລີພາບໃນການ
ນັບຖືສາສະໜາຂອງນາໆຊາດ ຫລື USCIRF ໄດ້ລະບຸຊື່ ອິຈິບ
ອີີຣັກ ໄນຈີເຣຍ ປາກິສຖານ ຊີເຣຍ ຕາຈິກກິສຖານ ເທີກເມນິສ-
ຖານ ແລະຫວຽດນາມ ເຂົ້າໃນບັນຊີລາຍຊື່ປະເທດ ທີ່ໜ້າເປັນຫ່ວງພິເສດ.

ນອກນັ້ນ ຄະນະກຳມາທິການນີ້ຍັງໄດ້ຮຽກຮ້ອງໃຫ້ກະຊວງການຕ່າງປະເທດສະຫະລັດຕໍ່ ອາຍຸຖານະດັ່ງກ່າວ ໃຫ້ແກ່ອີກ 8 ປະເທດ ບ່ອນທີ່ສະພາບການລ່ວງລະເມີດສິດເສລີພາບ ໃນການນັບຖືສາສະໜາ ບໍ່ໄດ້ຮັບການປັບປຸງໃຫ້ດີຂຶ້ນເລີຍ ໃນນັ້ນແມ່ນປະກອບດ້ວຍມຽນ ມາ ຈີນ ເອຣີເທຣຍ ອີຣ່ານ ເກົາຫລີີເໜືອ ຊາອຸດີ ອາຣາເບຍ ຊູດານ ແລະ ອຸສເບັກກິສຖານ.

ລາຍງານສະບັບນີ້ຍັງໄດ້ລະບຸວ່າ ມີ 33 ປະເທດຢູ່ໃນທົ່ວໂລກທີ່ມີລາຍງານວ່າ ໄດ້ລ່ວງລະ ເມີດຕໍ່ສິດເສລີພາບ ໃນການນັບຖືສາສະໜາປີກາຍນີ້ ແຕ່ບໍ່ເຖິງຂັ້ນ ທີ່ ຖືວ່າເປັນປະເທດ ທີ່ໜ້າເປັນຫ່ວງພິເສດຊຶ່ງປະກອບດ້ວຍນັບຕັ້ງແຕ່ບັນດາປະເທດປະຊາທິປະໄຕຕ່າງໆເຊັ່ນ ອິນເດຍ ໄປຫາບັນດາປະເທດ ຜະເດັດການ ເຊັ່ນບີລາຣຸສ ຕະຫຼອດທັງບັນດາປະເທດທີ່ປະ ສົບກັບຄວາມຮຸນແຮງ ເຊັ່ນສາທາລະນະລັດ ອາຟຣິກາກາງ ເປັນຕົ້ນ.

ຄະນະກຳມາທິການດັ່ງກ່າວ ໄດ້ແນະນຳໃຫ້ປະທານາທິບໍດີ ລັດຖະມົນຕີການຕ່າງປະເທດ ແລະບັນດາສະມາຊິກສະພາ ເນັ້ນໜັກເຖິງຄວາມສຳຄັນ ກ່ຽວກັບສິດເສລີພາບໃນການນັບ ຖືສາສະໜາ ຢູ່ໃນທຸກໆໂອກາດ ຮວມທັງການພົບປະກັບພວກເຈົ້າໜ້າທີ່ ຕ່າງປະເທດ.

ນອກນັ້ນ ທາງຄະນະກຳມາທິການຍັງໄດ້ຮຽກຮ້ອງໃຫ້ກະຊວງການຕ່າງປະເທດຈຳກັດການ ເດີນທາງ ຂອງພວກທີ່ຮັບຜິດຊອບ ໃນການລ່ວງລະເມີດ ຕໍ່ສິດເສລີພາບໃນການນັບຖືສາສະ ໜານຳດ້ວຍ.
XS
SM
MD
LG