ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ແລະ ປາກິສຖານ ສັນຍາ ຈະຍົກລະດັບ ສາຍສໍາພັນ ກັນຂຶ້ນ (ວີດິໂອ)


ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ John Kerry (ຂວາ) ຈັບມືກັບນາຍົກລັດຖະມົນຕີປາກິສຖານ ທ່ານ Nawaz Sharif ທີ່ນະຄອນຫຼວງອິສລາມາບັດ (1 ສິງຫາ 2013)
ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ John Kerry (ຂວາ) ຈັບມືກັບນາຍົກລັດຖະມົນຕີປາກິສຖານ ທ່ານ Nawaz Sharif ທີ່ນະຄອນຫຼວງອິສລາມາບັດ (1 ສິງຫາ 2013)
ທ່ານ John Kerry ລັດຖະມົນຕີການຕ່າງປະເທດສະຫະລັດ
ເວົ້າວ່າ ກຸງວໍຊິງຕັນໄດ້ “ຕັດສິນໃຈຢ່າງເດັດດ່ຽວ” ທີ່ຈະຍົກລະ
ດັບສາຍສໍາພັນກັບປາກິສຖານ ຂຶ້ນສູ່ການ “ເປັນພາຄີກັນຢ່າງ
ເຕັມສ່ວນ” ແລະທັງສອງຝ່າຍຈະທໍາການເຈລະຈາລະດັບສູງ
ຄືນອີກ ກ່ຽວກັບບັນຫາຄວາມໝັ້ນຄົງຂອງຊາດ.

ໃນການຖະ​ແຫຼງ ລຸນຫລັງການເຈລະຈາກັບເຈົ້າໜ້າທີ່ກຸງ
Islamabad ນັ້ນ ທ່ານ Kerry ເວົ້າວ່າ ປະເທດທັງສອງ
ກໍາລັງຊອກຫາ “ວິທີທາງທີ່ມີປະສິດ ທິຜົນ” ໃນການຄຸ້ມ
ຄອງບັນຫາທ້າທາຍ ທີ່ພວກຕົນປະເຊີນຢູ່.

ການເຈລະຈາລະດັບສູງລະຫວ່າງສອງປະເທດໄດ້ຢຸດສະງັກລົງໃນປີ 2011 ລຸນຫລັງ
ການໂຈມຕີທາງອາກາດຂອງອົງການເນໂຕ້ ທີ່ເຮັດໃຫ້ທະຫານປາກິສຖານ 24 ຄົນເສຍ
ຊີວິດໄປນັ້ນ.

ທ່ານ Kerry ເວົ້າອີກວ່າ ການ​ຟື້ນຟູ “ການສົນທະນາດ້ານຍຸດທະສາດ” ຄືນອີກ ກໍແມ່ນ
ເພື່ອເພີ້ມທະວີສາຍພົວພັນໃຫ້ເລິກເຊິ່ງ ແລະຮອບດ້ານຫລາຍຂຶ້ນ.

ທ່ານ Kerry ກ່າວເພີ້ມວ່າ ທ່ານໄດ້ເຊື້ອເຊີນ ​ໃຫ້ທ່ານ Nawaz Sharif ນາຍົກລັດຖະ
ມົນຕີທີ່ຫາກໍ່ໄດ້ຮັບການເລືອກໃໝ່ຂອງປາກິສຖານ ​ເດີນທາງ​ມາພົບປະ​ໂອ້​ລົມ ກັບປະ
ທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ.

ຄວາມ​ຮູ້ສຶກຕໍ່ຕ້ານອາເມຣິກາ ແມ່ນມີສູງຢູ່ໃນປາກິສຖານ ທີ່ເວົ້າວ່າສະຫະລັດບໍ່ ໄດ້ຫລິງ
ເຫັນຄຸນຄ່າທີ່ປະເທດດັ່ງກ່າວໄດ້ເສຍລະສະໃນການຕໍ່ສູ້ກັບພວກກໍ່ການຮ້າຍ.

ແຕ່ວ່າ ບັນດາເຈົ້າໜ້າທີ່ສະຫະລັດເວົ້າວ່າ ພວກເຂົາເຈົ້າຫວັງວ່າການເລືອກ ຕັ້ງຂອງທ່ານ
Sharif ແລະການຖອນທະຫານ ທີ່ນໍາພາໂດຍສະຫະລັດອອກ ຈາກອັຟການິສຖານທີ່
ຫຍັບໃກ້ເຂົ້າມານັ້ນ ອໍານວຍໃຫ້ມີໂອກາດໃໝ່ ໃນການສ້າງສາຍສໍາພັນກັນຄືນ.

ລັດຖະບານຂອງທ່ານໂອບາມາ ບໍ່ເຄີຍສົ່ງລັດຖະມົນຕີກະຊວງການຕ່າງປະເທດໄປຍັງ
ປາກິສຖານ ນັບແຕ່ປີ 2011 ເປັນຕົ້ນມາ.

ເບິ່ງວີດິໂອກ່ຽວກັບຂ່າວນີ້

US, Pakistan Pledge Deeper Dialogue
please wait

No media source currently available

0:00 0:00:30 0:00
XS
SM
MD
LG