ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ແລະ ປາກິສຖານ ຫາທາງ ປັບປຸງ ການຮ່ວມມື ຕໍ່ຕ້ານ ການກໍ່ການຮ້າຍ (ວີດີໂອ)


US, Pakistan Work to Improve Counter-Terror Cooperation
please wait

No media source currently available

0:00 0:02:21 0:00
ລິງໂດຍກົງ

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ Kerry ແລະທ່ານ Aziz ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ແລະກິດຈະການຕ່າງ ປະເທດປາກີສຖານ

ບັນດາເຈົ້າໜ້າທີ່ສະຫະລັດ ແລະປາກີສຖານ ກໍາລັງພົບປະ
ກັນທີ່ກຸງວໍຊີງຕັນ ເພື່ອສົນທະນາຫາລືກັນກ່ຽວກັບການເພີ່ມ
ການຮ່ວມມື ໃນຂອບເຂດທີ່ກ້ວາງຂວາງ ໃນດ້ານຕ່າງໆ ທີ່
ຮວມທັງ ການປະຕິບັດກົດໝາຍ ການຕໍ່ຕ້ານກໍ່ການຮ້າຍ
ແລະດ້ານປ້ອງກັນປະເທດ.

ການໂອ້ລົມສົນທະນາດັ່ງກ່າວນີ້ ແມ່ນນໍາພາໂດຍລັດຖະມົນ
ຕີການຕ່າງປະເທດສະຫະລັດ ທ່ານ John Kerry ແລະທ່ານ
Sartaj Aziz ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດແລະກິດ
ຈະການຕ່າງປະເທດຂອງປາກີສຖານ.

ໃນການໃຫ້ຄວາມເຫັນ ກ່ອນການປະຊຸມຄັ້ງນີ້ ທ່ານ Kerry ໄດ້ກ່າວວ່າ ການໂອ້ລົມ
ດ້ານຍຸດທະສາດນີ້ ແມ່ນຮ່ອງຮອຍອັນຫຼ້າສຸດ ກ່ຽວກັບຄວາມໝັ້ນໝາຍຮ່ວມກັນຂອງ​
ສະຫະລັດແລະປາກີສຖານທີ່ຈະເພີ່ມການ “ແບ່ງປັນຄວາມອຸດົມຮັ່ງມີ” ຊຶ່ງກັນແລະ
ກັນແລະຈະຊ່ອຍແກ້ໄຂ ໃນການທ້າທາຍທາງດ້ານເສດຖະກິດ ທີ່ທາງປາກີສຖານ
ປະເຊີນຢູ່. ທ່ານຍັງໄດ້ກ່າວເພີ່ມຕື່ມວ່າ ການໂອ້ລົມສົນທະນານີ້ ເປັນຫົນທາງທີ່ສໍາຄັນ
ເພື່ອຮັບຮູ້ວ່າ ປະເທດທັງສອງມີຄວາມສຳພັນທາງດ້ານຄວາມໝັ້ນຄົງຮ່ວມກັນ.

ທ່ານ Sartaj ໄດ້ກ່າວວ່າ ການໂອ້ລົມສົນທະນາ ທີ່ເລີ້ມຄືນອີກຫຼັງຈາກ 3 ປີແມ່ນເປັນ ສັນຍາລັກຂອງການປັບຕົວໃນສາຍພົວພັນແລະຄວາມໝັ້ນໝາຍຂອງທັງສອງຝ່າຍ
ທີ່ຈະບໍ່ປ່ອຍໃຫ້ “ຄວາມຂຸນເຄືອງບາດໝາງໃຈກັນ ແລະຄວາມບໍ່ເຫັນພ້ອມກັນ
ຊົ່ວຄາວ”
ໄດ້ ມາບົດບັງການວາງແຜນຍຸດທະສາດ ໃນຄວາມສຳພັນສອງຝ່າຍ.
XS
SM
MD
LG