ໃນອີກດ້ານນຶ່ງ ໜັງສືພິມສໍາຄັນຂອງສະຫະລັດກ່າວວ່າ ການເຈລະຈາ ລະດັບສູງ
ທີ່ແນເປົ້າໝາຍເພື່ອແກ້ໄຂບັນຫາຂັດແຍ້ງທາງດ້ານການທູດ ລະຫວ່າງສະຫະລັດ
ແລະປາກິສຖານນັ້ນ ໄດ້ສິ້ນສຸດລົງດ້ວຍຄວາມລົ້ມແຫລວ ເພາະວ່າປາກິສຖານ ໄດ້
ຮຽກຮ້ອງໃຫ້ວໍຊິງຕັນທຳການຂໍຂະມາໂທດ ໂດຍທີ່ບໍ່ມີເງື່ອນໃຂໄດໆ ກ່ຽວກັບການ
ໂຈມຕີທາງອາກາດ.
ໜັງສືພິມ New York Times ກ່າວວ່າ ທ່ານ Marc Grossman ທູດພິເສດຂອງ
ສະຫະລັດ ຮັບຜິດຊອບກ່ຽວກັບເລື່ອງອັຟການິສຖານ ແລະປາກິສຖານ ໄດ້ເດີນທາງ
ອອກຈາກກຸງອິສລາມາບັດໃນຕອນແລງວັນສຸກ ຫລັງຈາກການເຈລະຈາເປັນເວລາສອງ
ວັນ. ການເຈລະຈາທີ່ວ່ານີ້ ບໍ່ສາມາດຕົກລົງກັນໄດ້ ໃນການປົວແປງຄວາມເສຍຫາຍ
ຈາກ ການໂຈມຕີທາງອາກາດຂອງສະຫະລັດໃນເດືອນພະຈິກປີກາຍ ທີ່ເຮັດໃຫ້ທະ
ຫານປາກິສຖານເສຍຊີວິດໄປ 24 ຄົນ ໃນເຂດຊາຍແດນຂອງ ອັຟການິສຖານນັ້ນ.
ສະຫະລັດໄດ້ປະຕິເສດບໍ່ຍອມຂໍຂະມາໂທດ ໃນການໂຈມຕີດັ່ງກ່າວ ແລະປາກິສຖານ
ໄດ້ຕອບໂຕ້ ໂດຍຕັດເສັ້ນທາງຂົນສົ່ງຍຸດທະປັດໄຈ ຂອງອົງການ NATO ເຂົ້າໄປສູ່
ອັຟການິສຖານ. ທັງສອງປະເທດບໍ່ສາມາດຕົກລົງກັນໄດ້ ກ່ຽວກັບຜົນທີ່ຕິດຕາມມາ
ໃນການໂຈມຕີຂ້າມ ຊາຍແດນ ທີ່ເຮັດໃຫ້ມີການເສຍຊີວິດຢ່າງຮ້າຍແຮງສຸດ ໃນລະຍະ
ສິບປີຂອງສົງຄາມໃນອັຟການິສຖານ.
ໜັງສືພິມ New York Times ກ່າວວ່າ ສະຫະລັດໄດ້ “ຖົກຖຽງໂຕ້ ແຍ້ງຢ່າງແທ້ຈິງ”
ທີ່ຈະກ່າວຄຳວ່າ “ສະຫະລັດເສຍໃຈ” ຕໍ່ປາກິສຖານ ຫຼືບໍ່ ຈົນຕົກມາເຖິງວັນທີ 15
ເດືອນເມສາ ຊຶ່ງໄດ້ເກີດມີການໂຈມຕີພ້ອມໆກັນຫຼາຍຄັ້ງທີ່ນະຄອນຫຼວງ Kabul ແລະ
ຫົວເມືອງຕ່າງໆໃນ ອັຟການິສຖານ. ທະຫານສະຫະລັດ ແລະເຈົ້າໜ້າທີ່ສືບລັບ ກ່າວ
ວ່າ ການໂຕມຕີເຫຼົ່ານີ້ແມ່ນເປັນນໍ້າມືຂອງຕາໜ່າງກໍ່ການຮ້າຍ Haqqani ທີ່ມີຖານ
ປະຕິບັດງານ ຢູ່ໃນເຂດຊົນເຜົ່າ Waziristan ເໜືອຂອງປາ
ກິສຖານ.
ໜັງສືພິມ The New York Times ກ່າວອີກວ່າ ການໂຈມຕີ “ໄດ້ຜັນປ່ຽນການຖົກຖຽງ
ໂຕ້ແຍ້ງຢ່າງຮຸນແຮງ” ກ່ຽວກັບວ່າ ປະທານາທິບໍ ດີສະຫະລັດ ຫລືວ່າເຈົ້າໜ້າທີ່ຂັ້ນສູງຄົນ
ໃດຄົນນຶ່ງ ຄວນທີ່ຈະສະແດງຫຼາຍໄປກວ່າຄວາມເສົ້າເສຍໃຈທີ່ວໍຊິງຕັນໄດ້ໃຫ້ໄປແລ້ວ
ຫລືຂໍຂະມາໂທດ.
ເຈົ້າໜ້າທີ່ປາກິສຖານກ່າວວ່າ ເຂົາເຈົ້າຈະບໍ່ເປີດເສັ້ນທາງຂົນສົ່ງຂອງ ອົງການ NATO
ໄປສູ່ອັຟການິສຖານ ໂດຍປາສຈາກ ການຂໍຂະມາໂທດ. ເພື່ອເປັນການຕອບໂຕ້ ກ່ຽວກັບ
ເລື່ອງນີ້ ສະຫະລັດກໍໄດ້ໂຈະ ການຊ່ວຍເຫລືອທາງທະຫານ ຊື່ງເປັນຈໍານວນເງິນເຖິງ 3
ພັນລ້ານໂດລາ ທີ່ໄດ້ໃຫ້ຄໍາໝັ້ນສັນຍາໄວ້ນັ້ນ.