ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຈົ້າໜ້າທີ່ປາກິສຖານ ກ່າວໂຈມຕີ ຄຳໃຫ້ການ ຂອງນາຍທະຫານ ສະຫະລັດ (ເບິ່ງວີດີໂອ)


ປະທານຄະນະເສນາທິການຮ່ວມຂອງສະຫະລັດ ພົນເຮືອເອກ Mike Mullen
ປະທານຄະນະເສນາທິການຮ່ວມຂອງສະຫະລັດ ພົນເຮືອເອກ Mike Mullen

ພວກເຈົ້າໜ້າທີ່ປາກິສຖານກ່າວວ່າ ສະຫະລັດສ່ຽງຕໍ່ການສູນເສຍພັນທະມິດຖ້າວໍຊິງຕັນ
ຫາກຍັງສືບຕໍ່ກ່າວຫາປາກິສຖານວ່າ ໃຫ້ການສະໜັບສະໜຸນ ແກ່ກຸ່ມຫົວຮຸນແຮງທີ່ເປັນ
ເຄືອຂ່າຍຂອງກຸ່ມກໍ່ການຮ້າຍອາລກາຍດາທີ່ໄດ້ໂຈມຕີເປົ້າໝາຍຂອງສະຫະລັດໃນອັຟ
ການິສຖານນັ້ນ.

ພວກຜູ້ນຳປາກິສຖານຫຼາຍໆຄົນໄດ້ກ່າວໂຈມຕີຢ່າງແຮງຕໍ່ສະຫະລັດໃນມື້ວັນສຸກວານນີ້ກ່ຽວ ກັບການໃຫ້ຄວາມເຫັນ ຂອງຫົວໜ້າຜູ້ບັນຊາການທະຫານສະຫະລັດ ພົນເຮືອເອກ Mike
Mullen.

ປະທານຄະນະເສນາທິການຮ່ວມຂອງກອງທັບສະຫະລັດ ກ່າວໃນການໃຫ້ການຕໍ່ສະພາສູງ
ໃນມື້ວັນພະຫັດຜ່ານມານີ້ວ່າຕາໜ່າງກໍ່ການຮ້າຍ Haqqani ທີ່ດຳເນີນການໂດຍໄດ້ຮັບການ ສະໜັບສະໜຸນຈາກໜ່ວຍສືບລັບ ISI ຂອງປາກິສຖານ ໄດ້ວາງແຜນແລະທຳການໂຈມຕີຕໍ່
ສະຖານທູດສະຫະລັດທີ່ນະຄອນຫຼວງຄາບູລໃນສັບປະດາແລ້ວ.

ກຸ່ມຫົວຮຸນແຮງດັ່ງກ່າວນີ້ເປັນເຄື່ອງມືອັນແທ້ຈິງຂອງໜ່ວຍສືບລັບ ISI.

ທ່ານເວົ້າວ່າ ຕາໜ່າງ Haqqani ຍັງເປັນຜູ້ຮັບຜິດຊອບໃນການໂຈມຕີດ້ວຍລະເບີດລົດເມື່ອ
ວັນທີ 10 ເດືອນນີ້ ຕໍ່ຄ້າຍອົງການເນໂຕ້ແຫ່ງນຶ່ງໃນພາກກາງອັຟການິສຖານ.

ນາຍົກລັດຖະມົນຕີປາກິສຖານ ທ່ານ Yousuf Raza Gilani ໄດ້ສະແດງປະຕິກິລິຍາຕອບ
ໂຕ້ໃນມື້ວັນສຸກວານນີ້ ຕໍ່ການໃຫ້ຄວາມເຫັນດັ່ງກ່າວ ໂດຍເວົ້າວ່າ ສະຫະລັດບໍ່ສາມາດທີ່ຈະ ສູນເສຍປາກິສຖານໃນຖານະທີ່ເປັນພັນທະມິດໄດ້.

ໃນວັນເສົາມື້ນີ້ ສະຖານທູດສະຫະລັດທີ່ນະຄອນຫຼວງອິສລາມາບັດກ່າວວ່າ ຜູ້ບັນຊາການ
ກອງກຳລັງສະຫະລັດໃນເຂດພາກກາງນາຍພົນ James Mattis ໄດ້ເດີນທາງໄປເຖິງປາ
ກິສຖານເພື່ອພົບປະກັບຜູ້ບັນຊາການທະຫານສູງສຸດປາກິສຖານ ນາຍພົນ Ashfaq Per-
vez Kayani.

ນາຍພົນ Kayani ກ່າວໃນມື້ວັນສຸກວານນີ້ ເຖິງການໃຫ້ຄວາມເຫັນ ຂອງພົນເຮືອເອກ
Mullen ວ່າເປັນເກມການໂຍນຄວາມຜິດ. ທ່ານໄດ້ປະຕິເສດຕໍ່ການກ່າວຫາທີ່ວ່າປາກິສ ຖານໃຫ້ການສະໜັບສະໜຸນຕໍ່ຕາໜ່າງ Haqqani ຫຼືເຮັດສົງຄາມຕົວແທນ ຢູ່ໃນອັຟກາ
ນິສຖານ.

ລັດຖະມົນຕີການຕ່າງປະເທດປາກິສຖານທ່ານນາງ Hina Rabbani Khar ກ່າວວ່າ ຖ້າ
ສະຫະລັດເລືອກທີ່ຈະປັດເຂ່ຍປາກິສຖານແລ້ວສະຫະລັດກໍສາມາດເຮັດໄດ້ໂດຍຈະເປັນຝ່າຍ ໄດ້ຮັບຄວາມເສຍຫາຍເອງ.

ໂຄສົກຂອງທຳນຽບຂາວທ່ານ Jay Carney ກ່າວໃນມື້ວັນສຸກວານນີ້ ມັນເປັນເລື່ອງທີ່
ສຳຄັນທີ່ປາກິສຖານຕ້ອງໄດ້ຕັດຂາດທຸກການພົວພັນກັບຕາໜ່າງ Haqqani. ທ່ານໄດ້ ຮຽກຮ້ອງໃຫ້ອິສລາມາບັດເອົາມາດຕະການໃນທັນທີຕໍ່ກຸ່ມຫົວຮຸນແຮງດັ່ງກ່າວເພື່ອເປັນ ການຄໍ້າປະກັນວ່າມັນບໍ່ເປັນໄພຂົ່ມຂູ່ຕໍ່ໄປອີກແລ້ວຕໍ່ປະຊາຊົນຊາວອະເມຣິກັນຫຼືປາກິສ
ຖານ.

XS
SM
MD
LG