ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປາກິສຖານ ເຕືອນສະຫະລັດ ກ່ຽວກັບ ການກ່າວຫາຕໍ່ ໜ່ວຍສືບລັບຂອງຕົນ (ເບິ່ງວີດີໂອ)


ລັດຖະມົນຕີການຕ່າງປະເທດປາກິສຖານ ທ່ານນາງ Hina Rabbani Khar ແລະເອກອັກຄະລັດຖະ ທູດປາກິສຖານ ປະຈຳອົງການສະຫະປະຊາຊາດ ທ່ານ Abdullah Hussain Haroon ໂອ້ລົມກັບ ເຈົ້າໜ້າທີ່ອັງກິດ ກ່ອນການພົບປະກັບລັດຖະມົນຕີການຕ່າງປະເທດອັງກິດ ທ່ານ William Hague ນອກກອງປະຊຸມສະມັດຊາໃຫຍ່ສະຫະປ
ລັດຖະມົນຕີການຕ່າງປະເທດປາກິສຖານ ທ່ານນາງ Hina Rabbani Khar ແລະເອກອັກຄະລັດຖະ ທູດປາກິສຖານ ປະຈຳອົງການສະຫະປະຊາຊາດ ທ່ານ Abdullah Hussain Haroon ໂອ້ລົມກັບ ເຈົ້າໜ້າທີ່ອັງກິດ ກ່ອນການພົບປະກັບລັດຖະມົນຕີການຕ່າງປະເທດອັງກິດ ທ່ານ William Hague ນອກກອງປະຊຸມສະມັດຊາໃຫຍ່ສະຫະປ

ປາກິສຖານເຕືອນສະຫະລັດວ່າ ສະຫະລັດສ່ຽງຕໍ່ການສູນເສຍພັນທະມິດ ຖ້າສະຫະລັດ
ຫາກຍັງສືບຕໍ່ກ່າວຫາ ໜ່ວຍສືບລັບປາກິສຖານວ່າ ໃຫ້ການສະໜັບສະໜຸນແກ່ພວກຫົວ
ຮຸນແຮງ ທຳການໂຈມຕີທະຫານອະເມຣິກັນໃນອັຟການິສຖານນັ້ນ.

ລັດຖະມົນຕີການຕ່າງປະເທດປາກິສຖານ ທ່ານນາງ Hina Rabbani Khar ໄດ້ກ່າວ
ຕອບຕໍ່ການໃຫ້ຄວາມເຫັນຂອງປະທານຄະນະເສນາທິການຮ່ວມຂອງກອງທັບສະຫະລັດ
ພົນເຮືອເອກ Mike Mullen ທີ່ກ່າວໃນວັນພະຫັດວານນີ້ວ່າ ໜ່ວຍສືບລັບ ISI ຂອງກອງ
ທັບປາກິສຖານມີຄວາມສຳພັນອັນໃກ້ຊິດກັບຕາໜ່າງກໍ່ການຮ້າຍ Haqqani.

ທ່ານນາງ Khar ເວົ້າວ່າ ສະຫະລັດບໍ່ສາມາດທີ່ຈະສ້າງຄວາມບາດໝາງກັບປາກິສຖານໄດ້
ຊຶ່ງທ່ານນາງກ່າວວ່າ ການກະທຳດັ່ງກ່າວຈະສ້າງຄວາມເສຍຫາຍຢ່າງໜັກໃຫ້ແກ່ສະຫະລັດ. ການໃຫ້ຄວາມເຫັນຂອງທ່ານນາງ Khar ໄດ້ອອກ ອາກາດຢູ່ປາກິສຖານໃນວັນສຸກມື້ນີ້.

ທ່ານ Mullen ກ່າວໃນການໃຫ້ການຕໍ່ສະພາສູງສະຫະລັດ ໃນວັນພະຫັດວານນີ້ວ່າ ຕາ
ໜ່າງກໍ່ການຮ້າຍ Haqqani ຊຶ່ງເປັນເຄືອຂ່າຍຂອງກຸ່ມກໍ່ການຮ້າຍອາລກາຍດາ ທີ່ໄດ້ຮັບ ການສະໜັບສະໜຸນຈາກໜ່ວຍສືບລັບປາກິສຖານນັ້ນໄດ້ວາງແຜນແລະທຳການໂຈມຕີໃນ
ສັບປະດາແລ້ວຕໍ່ສະຖານທູດຂອງສະຫະລັດທີ່ນະຄອນຫຼວງຄາບູລ.

ທ່ານເວົ້າວ່າ ໜ່ວຍສືບລັບ ISI ຍັງໃຫ້ການສະໜັບສະໜຸນຕໍ່ການໂຈມຕີດ້ວຍລະເບີດລົດ
ບັນທຸກຂອງພວກກະບົດ Haqqani ທີ່ຖານທັບຂອງອົງການເນໂຕ້ແຫ່ງນຶ່ງ ຢູ່ທີ່ແຂວງ
Wardak ໃນເຂດພາກກາງຂອງອັຟການິສຖານໃນວັນທີ 10 ເດືອນນີ້ ທີ່ເຮັດໃຫ້ທະຫານ
ອະເມຣິກັນ 77 ຄົນບາດເຈັບນັ້ນ.

ພົນເຮືອເອກ Mullen ກ່າວຕື່ມວ່າ ໜ່ວຍສືບລັບ ISI ຂອງປາກິສຖານໃຊ້ຕາໜ່າງກໍການ
ຮ້າຍ Haqqani ເປັນເຄື່ອງມືເພື່ອປະຕິບັດງານຕ້ານກຳລັງອັຟການິສຖານ ແລະກຳລັງປະ
ສົມຢູ່ໃນອັຟການິສຖານ ແລະໄດ້ສະແດງຄວາມວິຕົກກັງວົນກ່ຽວກັບການບໍ່ຖືກລົງໂທດທີ່
ກຸ່ມຫົວຮຸນແຮງດັ່ງກ່າວໄດ້ຮັບອະນຸຍາດໃຫ້ປະຕິບັດງານຈາກປາກິສຖານນັ້ນ.

XS
SM
MD
LG