ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ເຕືອນປາກິສຖານ ກ່ຽວກັບພວກຫົວຮຸນແຮງ


ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Leon Panetta
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Leon Panetta

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Leon Panetta ເຕືອນປາກິສຖານ
ໃນມື້ວັນພຸດວານນີ້ວ່າ ສະຫະລັດຈະ “ດຳເນີນການທຸກສິ່ງຢ່າງເທົ່າທີ່ຕົນສາມາດ” ເພື່ອປ້ອງ
ກັນບໍ່ໃຫ້ພວກກໍ່ການຮ້າຍທີ່ມີຖານປະຕິບັດງານຢູ່ໃນປາກິສຖານນັ້ນ ​ເຂົ້າ​ໄປທຳການໂຈມຕີ
ຢູ່ໃນອັຟການິສຖານ.

ການໃຫ້ຄວາມເຫັນດັ່ງກ່າວຂອງທ່ານ Panetta ໄດ້ມີຂຶ້ນຫຼັງຈາກພວກເຈົ້າໜ້າທີ່ສະຫະລັດ ໄດ້ຖິ້ມໂທດໃສ່ຕາໜ່າງກໍ່ການຮ້າຍ Haqqani ທີ່ມີຖານປະຕິບັດງານຢູ່ໃນເຂດຊົນເຜົ່າ Wa
ziristan ເໜືອຂອງປາກິສຖານ ໃນການໂຈມຕີເປັນເວລາ 20 ຊົ່ວໂມງໃນວັນອັງຄານຜ່ານ ມາທີ່ນະຄອນຫຼວງກາບູລຂອງອັຟການິສຖານ. ໃນການໂຈມຕີຄັ້ງນີ້ ພວກຫົວຮຸນແຮງໄດ້​
ແນເປົ້າ​ໝາຍ​ໃສ່​ສະຖານທູດສະຫະລັດ ກອງບັນຊາການໃຫຍ່ຂອງອົງການເນໂຕ້ແລະຈຸດສຳ
ຄັນອື່ນໆ ດ້ວຍຈະ ຫຼວດ RPG ປືນຍາວ ແລະລະເບີດສະລະຊີບ.

ເຈົ້າໜ້າທີ່ອົງການເນໂຕ້ ກ່າວວ່າ ມີພົນລະເຮືອນອັຟການິສຖານ 11 ຄົນເສຍຊີວິດຊຶ່ງຫຼາຍ
ກວ່າເຄິ່ງນຶ່ງແມ່ນເປັນເດັກນ້ອຍພ້ອມກັບຕຳຫຼວດອັຟການິສຖານອີກ 5 ຄົນ. ນອກນັ້ນແລ້ວ ຍັງມີຜູ້ໄດ້ຮັບບາດເຈັບອີກ 20 ກວ່າຄົນຮວມທັງທະຫານອົງການເນໂຕ້ 6 ຄົນ. ບໍ່ມີພະນັກ ງານສະຖານທູດຄົນໃດໄດ້ຮັບບາດ ເຈັບໃນການໂຈມຕີທີ່ວ່ານີ້.

ໃນການຖະແຫຼງຕໍ່ພວກນັກຂ່າວ ຢູ່ເທິງເຮືອບິນທະຫານຂອງທ່ານນັ້ນທ່ານ Panetta ເວົ້າ
ວ່າມັນເປັນສິ່ງທີ່ “ຮັບເອົາບໍ່ໄດ້ເດັດຂາດ” ທີ່ວ່າພວກຫົວຮຸນແຮງສາມາດທຳການໂຈມຕີຢູ່
ໃນອັຟການິສຖານແລ້ວຫຼັງຈາກນັ້ນກໍຫຼົບໜີຂ້າມຊາຍແດນໄປຍັງບ່ອນຫຼົບລີ້ຢູ່ໃນປາກິສຖານ.

ທ່ານ Panetta ກ່າວວ່າວໍຊິງຕັນໄດ້ຮຽກຮ້ອງຊໍ້າແລ້ວຊໍ້າອີກໃຫ້ອິສລາມາບັດໃຊ້ອິດທິພົນ ຂອງຕົນເພື່ອປ້ອງກັນບໍ່ໃຫ້ມີການກະທຳດັ່ງກ່າວເກີດຂຶ້ນ ທ່ານເວົ້າວ່າສະຫະລັດຈະບໍ່ປ່ອຍ ໃຫ້ການບຸກໂຈມຕີໃນທຳນອງນີ້ດຳເນີນຕໍ່ໄປ ແຕ່ທ່ານບໍ່ຍອມໃຫ້ການອະທິບາຍຫຍັງເພີ່ມ
ຕື່ມ.

ອົງການຂ່າວຣອຍເຕີ້ໄດ້ອ້າງຄຳເວົ້າໂຄສົກຍິງຄົນນຶ່ງຂອງກະຊວງການຕ່າງປະເທດປາກິສ
ຖານທີ່ກ່າວວ່າ ຄວາມເຫັນຂອງທ່ານ Panetta ນັ້ນແມ່ນຂັດຕໍ່ຫຼືບໍ່ໄດ້ຢູ່ໃນແນວທາງຂອງ
ການຮ່ວມມື ເພື່ອຕໍ່ຕ້ານພວກກໍ່ການຮ້າຍລະຫວ່າງປະເທດທັງສອງ.

ນອກນັ້ນ ພວກເຈົ້າໜ້າທີ່ອະວຸໂສຂອງປາກິສຖານ ຍັງກ່າວຕໍ່ອົງການຂ່າວຣອຍເຕີ້ວ່າມັນ ເປັນຄວາມຮັບຜິດຊອບຂອງລັດຖະບານອັຟການິສຖານ ແລະກຳລັງປະສົມນາໆຊາດໃນ
ການສະກັດກັ້ນພວກຫົວຮຸນແຮງ ເວລາພວກເຂົາຂ້າມເຂົ້າໄປໃນອັຟການິສຖານ.

XS
SM
MD
LG