ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປາກິສຖານບໍ່ພໍໃຈການຕັດສິນ ຂອງສານ ສຫລ


ນາງ Aafia Siddiqui
ນາງ Aafia Siddiqui

ປາກິສຖານກ່າວໃນວັນສຸກມື້ນີ້ວ່າ ຕົນຮູ້ສຶກຜິດຫວັງແລະ ເສົ້າໂສກເສຍໃຈ ກ່ຽວກັບການຕັດສິນໂທດ ຂອງສານສະ ຫະລັດໃຫ້ນັກວິທະຍາສາດ ດ້ານເສັ້ນປະສາດຄົນນຶ່ງຂອງ ປາກິສຖານ ຈຳຄຸກເປັນເວລາ 86 ປີ ຍ້ອນຜູ້ກ່ຽວໄດ້ພະ ຍາຍາມສັງຫານເຈົ້າໜ້າທີ່ສະຫະລັດ ໃນອັຟການິສຖານ.

ໂຄສົກກະຊວງການຕ່າງປະເທດປາກິສຖານທ່ານ Abdul Basit ກ່າວວ່າ ປາກິສຖານຈະສືບຕໍ່ ດຳເນີນງານ ເພື່ອ ນຳເອົາໂຕ ນັກວິທະຍາສາດ Aafia Siddiqui ກັບຄືນ ໄປຍັງປາກິສຖານ ຫຼັງຈາກສານ ທີ່ນະຄອນນິວຢອກໄດ້ຕັດ ສິນໂທດຜູ້ກ່ຽວ ໃນວັນພະຫັດວານນີ້.

ການຕັດສິນໂທດຈຳຄຸກ ຂອງສານສະຫະລັດດັ່ງກ່າວ ໄດ້ພາໃຫ້ມີການປະທ້ວງດ້ວຍການ ເດີນຂະບວນ ຮ້ອງຄຳຂວັນ ຕໍ່ຕ້ານສະຫະລັດ.

ເປັນທີ່ຄາດກັນວ່າ ຈະມີການປະທ້ວງຕື່ມອີກ ໃນວັນສຸກມື້ນີ້.

ນາງ Siddiqui ໄດ້ຖືກພົບເຫັນວ່າ ມີຄວາມຜິດ ໃນການພະຍາຍາມ ທີ່ຈະທຳການສັງຫານ ໂຈມຕີ ແລະຂໍ້ຫາອື່ນໆອີກ ໃນເດືອນກຸມພາຜ່ານມາ.

ໃນລະຫວ່າງການດຳເນີນຄະດີນັ້ນ ໄອຍະການກ່າວວ່າ ນັກວິທະຍາສາດ ປາກິສຖານທີ່ໄດ້ ຮັບການສຶກສາ ຈາກສະຫະລັດຄົນນີ້ ໄດ້ຍາດເອົາປືນ ຂອງທະຫານອະເມຣິກັນ ແລ້ວກໍຍິງ ເຈົ້າໜ້າທີ່ສັນຕິບານກາງ FBI ໃນລະຫວ່າງການ ສອບປາກຄຳນາງ ທີ່ອັຟການິສຖານໃນ ປີ 2008.

ທະນາຍຄວາມຂອງນາງ Siddiqui ກ່າວວ່າ ພວກເຂົາເຈົ້າຈະຂໍອຸທອນ ກ່ຽວກັບການຕັດ ສິນທີ່ວ່ານີ້.

XS
SM
MD
LG