ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດລົງໂທດຜູ້ນຳກຸ່ມຕາລີບານ ໃນປາກິສຖານ


ແຜນທີ່ ປາກິສຖານ ຊຶ່ງສີແດງນັ້ນ ແມ່ນເຂດພາກຕາເວັນຕົກ ສຽງເໜືອ ທີ່ປະສົບກັບຄວາມວຸ້ນວາຍ
ແຜນທີ່ ປາກິສຖານ ຊຶ່ງສີແດງນັ້ນ ແມ່ນເຂດພາກຕາເວັນຕົກ ສຽງເໜືອ ທີ່ປະສົບກັບຄວາມວຸ້ນວາຍ

ສະຫະລັດ ໄດ້ຈົດຊື່ນາຍ Qari Hussain ສະມາຊິກຄົນ
ສຳຄັນຂອງກຸ່ມຕາລີບານໃນປາກິສຖານ ເຂົ້າໃສ່ບັນຊີດຳ ພວກກໍ່ການຮ້າຍ

ກະຊວງການຕ່າງປະເທດສະຫະລັດ ລະບຸຊື່ນາຍ Hussain ວ່າ ເປັນນຶ່ງໃນບັນດາຜູ້ນຳ
ຂອງກຸ່ມ Tehrik-e Taliban Pakistan ທີ່ເອີ້ນຫຍໍ້ວ່າ TTP ນັ້ນ ແລະເປັນຜູ້ເກັບເກນ
ພວກໂຈມຕີສະຫຼະຊີບທຸກໆໄວ ຮວມທັງພວກເດັກນ້ອຍ.

ກະຊວງການຕ່າງປະເທດສະຫະລັດໄດ້ລະບຸຊື່ນາຍ Hussain ວ່າເປັນຜູ້ກໍ່ການຮ້າຍແລະ
ອະນຸຍາດໃຫ້ສະຫະລັດຢຶດຊັບສິນໃດໆກໍຕາມ ທີ່ຜູ້ກ່ຽວອາດຈະມີຢູ່ໃນຂອບເຂດອຳນາດ
ຂອງທາງການສະຫະລັດ. ການເຄື່ອນໄຫວທີ່ວ່ານີ້ ຍັງເກືອດຫ້າມບໍ່ໃຫ້ປະຊາຊົນອະເມຣິ
ກັນຄົນໃດກໍຕາມທຳການຕົກລົງທາງດ້ານການເງິນກັບຜູ້ກ່ຽວ.

ກະຊວງການຕ່າງປະເທດສະຫະລັດກ່າວວ່າ ນາຍ Hussain ແລະກຸ່ມ TTP ໄດ້ອ້າງເອົາ
ຄວາມຮັບຜິດຊອບ ໃນການໂຈມຕີດ້ວຍລະເບີດສະຫຼະຊີບ ໃນທົ່ວປະເທດປາກິສຖານທີ່
ເຮັດໃຫ້ມີຜູ້ເສຍຊີວິດ ຫຼາຍໆສິບຄົນ. ນອກນັ້ນ ຍັງເປັນທີ່ເຊື່ອກັນວ່າ ນາຍ Hussain ເປັນຜູ້ໃຫ້ການຝຶກແອບສາຍລັບ ທີ່ເຮັດວຽກໃຫ້ສອງຝ່າຍຊາວຈໍແດັນ ນາຍ Humam
Muhammad Abu Mulal al-Badawi ທີ່ໄດ້ທຳການໂຈມຕີສະຫຼະຊີບ ໃນເດືອນທັນ
ວາ ປີ 2009 ຢູ່ທີ່ຖານທັບແຫ່ງນຶ່ງ ທີ່ແຂວງ Khost ໃນພາກຕາເວັນອອກ ຂອງອັຟກາ
ນິສຖານທີ່ເຮັດໃຫ້ເຈົ້າໜ້າທີ່ສືບລັບຊີໄອເອ 7 ຄົນຂອງສະຫະລັດເສຍຊີວິດນັ້ນ.

XS
SM
MD
LG