ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຈະເພີ່ມການຊ່ອຍເຫຼືອ ແກ່ປາກິສຖານ


ທະຫານປາກິສຖານ
ທະຫານປາກິສຖານ

ລັດຖະບານປະທານາທິບໍດີໂອບາມາ ຈະຮ້ອງຂໍໃຫ້ລັດຖະ
ສະພາສະຫະລັດອະນຸມັດການຊ່ອຍເຫຼືອທາງທະຫານແກ່
ປາກິສຖານໃນມູນຄ່າ 2 ພັນລ້ານໂດລາຕໍ່ປີເພື່ອຊ່ອຍໃຫ້
ປາກິສຖານເພີ່ມການປາບປາມກຸ່ມຫົວຮຸນແຮງ.

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary
Clinton ໄດ້ປະກາດກ່ຽວກັບແຜນການໃຫ້ຄວາມຊ່ອຍເຫຼືອ
ເປັນເວລາ 5 ປີແກ່ປາກິສຖານທີ່ກຸງວໍຊິງຕັນໃນວັນສຸກວານ
ນີ້ໃນຕອນທ້າຍຂອງກອງປະຊຸມການສົນທະນາຫາລືຍຸດທະ
ສາດ ຮອບລ່າສຸດລະຫວ່າງປະເທດທັງສອງ.

ການຊ່ອຍເຫຼືອ ຊຶ່ງຈະຈັດໃຫ້ໃນແຕ່ລະປີ ແຕ່ປີ 2012 ຫາ 2016 ນັ້ນແມ່ນເພີ່ມຂຶ້ນຈາກ
1 ພັນ 500 ລ້ານໂດລາຕໍ່ປີທີ່ວໍຊິງຕັນໄດ້ໃຫ້ແກ່ປາກິສຖານໃນໄລຍະສອງສາມປີຜ່ານມານີ້.

ລຸນຫຼັງການພົບປະກັບ ລັດຖະມົນຕີການຕ່າງປະເທດປາກິສຖານທ່ານ Shah Memood
Qureshi ລັດຖະມົນຕີການຕ່າງປະເທດ Clinton ໄດ້ກ່າວເນັ້ນຢໍ້າ ເຖິງການຢືນຢັນຂອງ
ທ່ານນາງທີ່ວ່າ ສະຫະລັດບໍ່ມີພາຄີ ທີ່ເຂັ້ມແຂງກວ່າປາກິສຖານ ໃນການຕໍ່ສູ້ກັບພວກຫົວ
ຮຸນແຮງ.

ທ່ານ Qureshi ກ່າວວ່າ ທ່ານແນ່ໃຈວ່າ ຈາກໂຄງການໃຫ້ຄວາມຊ່ອຍເຫຼືອດັ່ງກ່າວນີ້ ປາ
ກິສຖານຈະສາມາດທຳການປາບປາມ ໃນວິທີທີ່ມີປະສິດທິຜົນຫຼາຍຂຶ້ນ.

ໃນຕອນເຊົ້າຂອງມື້ວານນີ້ ທ່ານບໍ່ໄດ້ໃຫ້ຄວາມສຳຄັນຕໍ່ການຕຳໜິຕິຕຽນທີ່ວ່າ ປາກິສຖານ
ບໍ່ໄດ້ດຳເນີນການຢ່າງເຕັມທີ່ ໃນການປາບປາມພວກກໍ່ການຮ້າຍໂດຍໃຫ້ຂໍ້ສັງເກດວ່າ ມີພົນ
ລະເຮືອນແລະສະມາຊິກ ຂອງກຳລັງຮັກສາຄວາມສະຫງົບຂອງປາກິສຖານໃນຈຳນວນນັບບໍ່
ຖ້ວນ ໄດ້ລົ້ມຫາຍຕາຍຈາກ ໃນການຕໍ່ສູ້ກັບພວກກໍ່ການຮ້າຍ.

XS
SM
MD
LG