ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຢຸດຊ່ອຍເຫຼືອບາງກົມກອງ ຂອງປາກິສຖານ


ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ Hillary Clinton (ຊ້າຍ) ແລະລັດຖະມົນຕີ ການຕ່າງປະເທດ ປາກິສຖານ ທ່ານ Mahmood Qureshi ໄປຮອດກະຊວງການຕ່າງປະເທດສະຫະລັດ ເພື່ອເລີ້ມປະຊຸມ ຫາລືຍຸດທະສາດ ລະຫວ່າງສະຫະລັດ ກັບປາກິສຖານ ຮອບສົມບູນ (22 ຕຸລາ 2010)
ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ Hillary Clinton (ຊ້າຍ) ແລະລັດຖະມົນຕີ ການຕ່າງປະເທດ ປາກິສຖານ ທ່ານ Mahmood Qureshi ໄປຮອດກະຊວງການຕ່າງປະເທດສະຫະລັດ ເພື່ອເລີ້ມປະຊຸມ ຫາລືຍຸດທະສາດ ລະຫວ່າງສະຫະລັດ ກັບປາກິສຖານ ຮອບສົມບູນ (22 ຕຸລາ 2010)

ເຈົ້າໜ້າທີ່ອະວຸໂສຄົນນຶ່ງຂອງສະຫະລັດກ່າວວ່າ ລັດຖະ
ບານປະທານາທິບໍດີໂອ ບາມາ ໄດ້ໂຈະການໃຫ້ຄວາມ
ຊ່ອຍເຫຼືອ ແກ່ກຳລັງທະຫານປາກິສຖານ ບາງກົມກອງ
ຍ້ອນມີຄວາມວິຕົກກັງວົນ ຢ້ານວ່າກຳລັງເຫຼົ່ານີ້ ພົວພັນ
ກັບການລ່ວງລະເມີດ ສິດທິມະນຸດທີ່ຮ້າຍແຮງ.

ເຈົ້າໜ້າທີ່ສະຫະລັດກ່າວວ່າ ລັດຖະບານທ່ານໂອບາມາ
ໄດ້ອ້າງກົດໝາຍທີ່ຮັບຜ່ານໃນປີ 1997 ທີ່ຫ້າມບໍ່ໃຫ້ມີ
ການສົ່ງຄວາມຊ່ອຍເຫຼືອທາງທະຫານ ໄປໃຫ້ກຳລັງທະ
ຫານຕ່າງປະເທດ ທີ່ສົງໄສວ່າໄດ້ກໍ່ໂທດກຳນັ້ນ.

ການກ່າວຫາກ່ຽວກັບການລະເມີດສິດທິມະນຸດທີ່ວ່ານີ້ ແມ່ນ
ຮວມທັງການສັງຫານພວກນັກໂທດແລະພົນລະເຮືອນທີ່ບໍ່ມີ
ອາວຸດ ໃນລະຫວ່າງການບຸກໂຈມຕີກວດລ້າງພວກກະບົດ
ທາລີບານເມື່ອບໍ່ດົນມານີ້. ໜັງສືພິມ New York Times
ລາຍງານວ່າ ເຈົ້າໜ້າທີ່ໄດ້ຮັບຂ່າວເຫຼົ່ານີ້ຈາກວີດີໂອໃນອິນ
ເຕີແນັດ ທີ່ສະແດງໃຫ້ເຫັນວ່າພວກຜູ້ຊາຍໃນເຄື່ອງແບບ
ປາກິສຖານຈຳນວນນຶ່ງ ໄດ້ສັງຫານພວກຊາວໜຸ່ມ 6 ຄົນ ທີ່ນຸ່ງເຄື່ອງພົນລະເຮືອນ.

ໜັງສືພິມສະຫະລັດສະບັບນີ້ລາຍງານຕື່ມວ່າ ສະຫະລັດຍັງບໍ່ທັນແຈ້ງໃຫ້ປາກິສຖານຊາບ
ກ່ຽວກັບການຕັດສິນໃຈຂອງຕົນ ເຖິງແມ່ນເຈົ້າໜ້າທີ່ອະວຸໂສ ແລະພວກນາຍທະຫານປາ
ກິສຖານໄດ້ເດີນທາງມາກຸງວໍຊິງຕັນ ເພື່ອເຂົ້າຮ່ວມກອງປະຊຸມຈຳນວນນຶ່ງໃນສັບປະດານີ້.

ການເຈລະຈາຫາລືທີ່ມ້ວນທ້າຍລົງໃນວັນສຸກມື້ນີ້ ຄາດກັນວ່າສະຫະລັດຈະສະເໜີໃຫ້ການ
ຊ່ອຍເຫຼືອຫຼາຍເຖິງ 2 ພັນລ້ານໂດລາໃນໄລຍະ 5 ປີຂ້າງໜ້າ ເພື່ອຊ່ອຍປາກິສຖານປາບ
ປາມກຸ່ມກະບົດຢູ່ຕາມບໍລິເວນຊາຍແດນ ທີ່ຕິດກັບອັຟການິສຖານນັ້ນ.

XS
SM
MD
LG