ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ທັນວາ ໒໐໒໕

ສະຫະລັດ ກົດດັນປາກິສຖານ ໃຫ້ເອົາມາດຕະການ ຕໍ່ພວກຫົວຮຸນແຮງ


ຜູ້ບັນຊາການທະຫານບົກປາກິສຖານ ນາຍພົນ Ashfaq Parvez Kayani (ຂວາ)
ຜູ້ບັນຊາການທະຫານບົກປາກິສຖານ ນາຍພົນ Ashfaq Parvez Kayani (ຂວາ)

ພວກເຈົ້າໜ້າທີ່ອະວຸໂສຂອງສະຫະລັດ ຮວມທັງ ລັດຖະມົນຕີການຕ່າງປະເທດ ທ່ານນາງ
Hillary Clinton ແລະນາຍພົນ David Petraeus ຫົວໜ້າອົງການສືບລັບຊີໄອເອມີກຳ
ນົດເດີນທາງໄປຢ້ຽມຢາມປາກິສຖານເພື່ອກົດດັນໃຫ້ພວກຜູ້ນຳຂອງປະເທດດັ່ງກ່າວທຳການ
ປາບປາມພວກຫົວຮຸນແຮງໃນເຂດຊົນເຜົ່າທາງພາກຕາເວັນຕົກສຽງເໜືອຂອງປາກິສຖານ.

ຄະນະຜູ້ແທນຂອງສະຫະລັດ ທີ່ໄປຮ່ວມການເຈລະຈາທີ່ນະຄອນຫຼວງອິສລາມາບັດໃນວັນ
ພະຫັດມື້ນີ້ ແມ່ນຍັງຈະຮວມທັງປະທານຄະນະເສນາທິການຮ່ວມ ຂອງກອງທັບສະຫະລັດ
ນາຍພົນ Martin Dempsey ນຳດ້ວຍ.

ສະຫະລັດໄດ້ຊຸກຍູ້ໃຫ້ປາກິສຖານເປີດສາກທຳການບຸກໂຈມຕີທາງທະຫານຕໍ່ພວກຫົວຮຸນ
ແຮງໃນເຂດຊົນເຜົ່າ Waziristan ເໜືອ ຊຶ່ງມີລາຍງານວ່າເປັນຖານປະຕິບັດງານຂອງຕາ
ໜ່າງຫົວຮຸນແຮງຮັກການີທີ່ເປັນເຄືອຂ່າຍຂອງກຸ່ມກໍ່ການຮ້າຍອາລກາຍດານັ້ນໄດ້ທຳການ
ໂຈມຕີກຳລັງຂອງສະຫະລັດແລະອົງການເນໂຕ້ຢູ່ໃນອັຟການິສຖານ.

ຜູ້ບັນຊາການກອງທັບປາກິສຖານກ່າວໃນວັນອັງຄານຜ່ານມານີ້ວ່າ ສະຫະລັດຄວນຈະເພັ່ງ
ເລັງໃສ່ການສ້າງສະຖຽນລະພາບຢູ່ໃນອັຟການິສຖານ ແລະປາກິສຖານສາມາດເອົາມາດຕະ
ການຢູ່ໃນເຂດ Waziristan ເໜືອມື້ອື່ນນີ້ກໍໄດ້ ຖ້າຫາກມີຄວາມໝັ້ນໃຈວ່າ ການກະທຳດັ່ງ ກ່າວຈະແກ້ໄຂບັນຫາທັງໝົດໄດ້. ນາຍພົນ Ashfag Kayani ກ່າວຕື່ມວ່າ ການເປີດສາກ
ບຸກໂຈມຕີໃດໆກໍຕາມຈະເປັນຕັດສິນໃຈຂອງປາກິສຖານ.

XS
SM
MD
LG