ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຂໍຂະຫຍາຍພື້ນທີ່ ປະຕິບັດງານໃນປາກິສຖານ


ເຮືອບິນບໍ່ມີຄົນຂັບ ຂອງສະຫະລັດ
ເຮືອບິນບໍ່ມີຄົນຂັບ ຂອງສະຫະລັດ

ໜັງສືພິມທີ່ສຳຄັນສະບັບນຶ່ງຂອງສະຫະລັດລາຍງານວ່າ ສະຫະລັດຕ້ອງການຢາກຈະຂະ
ຫຍາຍພື້ນທີ່ ທີ່ເຮືອບິນບໍ່ມີຄົນຂັບຂອງອົງການສືບລັບຊີໄອເອ ສາມາດປະຕິບັດງານໄດ້
ຢູ່ໃນປາກິສຖານ.

ໜັງສືພິມ Washington Post ຊຶ່ງໄດ້ອ້າງຄຳເວົ້າເຈົ້າໜ້າທີ່ ທີ່ບໍ່ໄດ້ລະບຸຊື່ຂອງສະຫະ
ລັດແລະປາກິສຖານ ລາຍງານໃນຕອນແລງຂອງວັນສຸກວານນີ້ວ່າ ການຮ້ອງຂໍຂອງສະ ຫະລັດແມ່ນໄດ້ເພັ່ງເລັງໃສ່ບໍລິເວນອ້ອມແອ້ມເມືອງ Quetta ແລະເຂດຊົນເຜົ່າຂອງປາ
ກິສຖານ.

ໜັງສືພິມສະບັບນີ້ຍັງແຈ້ງໃຫ້ຊາບຕື່ມວ່າ ເຈົ້າໜ້າທີ່ສະຫະລັດເຊື່ອວ່າເມືອງ Quetta ບໍ່ ພຽງແຕ່ເປັນບ່ອນຫຼົບລີ້ຂອງພວກທາລີບານທໍ່ນັ້ນ ແຕ່ຫາກຍັງເປັນຖານປະຕິບັດງານໃນ
ການຈັດສົ່ງເງິນ ກຳລັງທີ່ເກັບເກນໃໝ່ ແລະດິນລະເບີດໄປໃຫ້ພວກກະບົດທາລີບານໃນ
ອັຟການິສຖານນຳດ້ວຍ.

ເຈົ້າໜ້າທີ່ປາກິສຖານຄົນນຶ່ງ ກ່າວໃນວັນເສົາມື້ນີ້ວ່າປາກິສຖານຈະບໍ່ອະນຸຍາດໃຫ້ມີການ
ຂະຫຍາຍພື້ນທີ່ໃນການປະຕິບັດງານໂຈມຕີໂດຍເຮືອບິນບໍ່ມີຄົນຂັບອອກໄປນອກເໜືອ
ຈາກເຂດຊົນເຜົ່າແລະຈະໃຫ້ການອະນຸໂລມຜ່ອນຜັນຕໍ່ການໂຈມຕີຢູ່ພາຍໃນເຂດດັ່ງກ່າວ
ທໍ່ນັ້ນ.

ໜັງສືພິມ Washington Post ແຈ້ງວ່າ ປາກິສຖານໄດ້ປະຕິເສດຕໍ່ການຮ້ອງຂໍຂອງ
ສະຫະລັດແຕ່ໄດ້ຕົກລົງໃຫ້ອົງການສືບລັບຊີໄອເອເພີ່ມການມີໜຢູູ່່ທີ່ ເມືອງ Quetta
ບ່ອນທີ່ອົງການຊີໄອເອແລະໜ່ວຍສືບລັບປາກິສຖານມີຄະນະປະຕິບັດງານເຮັດວຽກຮ່ວມ
ກັນເພື່ອຈັບກຸມບັນດາສະມາຊິກອະວຸໂສຂອງກຸ່ມທາລີບານນັ້ນ.

XS
SM
MD
LG