ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫົວໜ້າສືບລັບສະຫະລັດ ຢ້ຽມຢາມປາກິສຖານ


ຫົວໜ້າສືບລັບຊີໄອເອຂອງສະຫະລັດ ທ່ານ Leon Panetta
ຫົວໜ້າສືບລັບຊີໄອເອຂອງສະຫະລັດ ທ່ານ Leon Panetta

ຜູ້ອຳນວຍການອົງການສືບລັບຊີໄອເອຂອງສະຫະລັດທ່ານ
Leon Panetta ພວມຢູ່ໃນລະຫວ່າງ ການຢ້ຽມຢາມປາ
ກິສຖານແບບບໍ່ມີການປະກາດໃຫ້ຊາບລ່ວງໜ້າເປັນມື້ທີ 2
ໃນວັນເສົາມື້ນີ້ິ້.

ທ່ານ Panetta ຊຶ່ງໄດ້ຖືກແຕ່ງຕັ້ງໃຫ້ເຂົ້າຮັບຕຳແໜ່ງລັດ
ຖະມົນຕີກະຊວງປ້ອງກັນປະເທດໃນເດືອນໜ້ານີ້ໄດ້ເຈລະ
ຈາຫາລື ກັບຜູ້ບັນຊາການທະຫານປາກິສຖານ ນາຍພົນ
Ashfaq Parvez Kayani ແລະຫົວໜ້າໜ່ວຍສືບລັບປາ
ກິສຖານ ພົນໂທ Ahmed Shuja Pasha.

ການເດີນທາງໄປຢ້ຽມຢາມປາກິສຖານຂອງທ່ານ Panetta ແມ່ນການຢ້ຽມຢາມເທື່ອທຳອິດ ນັບແຕ່ໜ່ວຍກ້າຕາຍຂອງສະຫະລັດໄດ້ບຸກເຂົ້າໄປສັງຫານນາຍ Osama bin-Laden ຫົວ
ໜ້າກຸ່ມກໍ່ການຮ້າຍອາລກາຍດາໃນວັນທີ 2 ພຶດສະພາຜ່ານມາ.

ຄວາມສຳພັນລະຫວ່າງປະເທດທັງສອງແມ່ນມີຄວາມເຄັ່ງຕຶງນັບແຕ່ໄດ້ມີການບຸກໂຈມຕີດັ່ງ
ກ່າວ. ໃນວັນພະຫັດຜ່ານມານີ້ທ່ານ Panetta ໄດ້ກ່າວຕໍ່ບັນດາສະມາຊິກລັດຖະສະພາທີ່
ກຸງວໍຊິງຕັນວ່າ ສະຫະລັດຕ້ອງໄດ້ດຳເນີນການທຸກສິ່ງຢ່າງທີ່ຕົນສາມາດເພື່ອເສີມຂະຫຍາຍ
ຄວາມສຳພັນແບບສະລັບຊັບຊ້ອນກັບປາກິສຖານ.

ທ່ານກ່າວວ່າ ມັນເປັນທີ່ຈະແຈ້ງວ່າ ສະຫະລັດຈະບໍ່ສາມາດປະສົບຄວາມສຳເລັດໃນອັຟກາ
ນິສຖານໄດ້ ຖ້າສະຫະລັດຫາກບໍ່ສຳເລັດຜົນໃນປະເທດປາກິສຖານທີ່ເປັນເພື່ອນບ້ານ ເພື່ອ
ຄວບຄຸມບ່ອນຫຼົບລີ້ຂອງພວກກໍ່ການຮ້າຍແລະການບຸກໂຈມຕີຂ້າມຊາຍແດນນັ້ນ.

XS
SM
MD
LG