ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດ ສະແດງຄວາມເປັນຫ່ວງ ກ່ຽວກັບນາຍໝໍ ທີ່ປາກິສຖານຈັບ


ທ່ານ Leon Panetta ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ
ທ່ານ Leon Panetta ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດທ່ານ Leon Panetta ກ່າວວ່າ ທ່ານ​ມີ​
ຄວາມ​ວິຕົກ​ກັງວົນ ກ່ຽວ​ກັບ​ນາຍ​ໝໍ​ປາ​ກິ​ສຖານ​ຄົນ​ນຶ່ງ ທີ່​ໄດ້​ຊ່ອຍ​ສະຫະລັດ​ຊອກ​ຫາ​ນາຍ
ໂອຊາ​ມາ ບິນ​ລາ​ເດັນ ຜູ້ນຳ​ກຸ່ມ​ກໍ່​ການ​ຮ້າຍ​ອາລກາຍ​ດາ.

ທ່ານ Panetta ກ່າວ​ຕໍ່​ລາຍການ 60 ນາ​ທີ​ຂອງ​ໂທລະພາບ CBS ວ່າ ນາຍໝໍ Shikal
Afridi ​ໄດ້​ໃຫ້​ຂໍ້​ມູນ​ສືບ​ລັບ​ສຳຄັນທີ່​ເປັນ​ປະ​ໂຫຍ​ດຫຼາຍ ໃນ​ການ​ບຸກ​ເຂົ້າ​ໄປ​ສັງຫານ​ນາຍ​ບິນ
ລາ​ເດັນ​ທີ່ປະສົບ​ຄວາມ​ສຳ​ເລັດ ໂດຍ​ໜ່ວຍ​ກ້າ​ຕາຍ Navy Seal ​ໃນ​ວັນ​ທີ 2 ພຶດສະພາ
ປີ​ກາຍຢູ່​ເຮືອນ​ຂອງ​ລາວ ​ໃນ​ເມືອງ Abbottabad ນັ້ນ. ລາຍການ​ສຳພາດ​ທ່ານ Panetta
ຈະ​ອອກ​ອາກາດ​ໃນ​ວັນ​ອາທິດມື້ອື່ນ​ນີ້.

ປາ​ກິ​ສຖານ​ໄດ້​ຈັບ​ນາຍ​ໝໍ Afridi ​ແລະ​ກ່າວ​ຫາ​ທ່ານ​ວ່າທໍລະ​ຍົດ​ຕໍ່​ປະ​ເທດ​ຊາດ. ທ່ານໝໍ
Afridi ຊຶ່ງ​ໄດ້​ເຮັດ​ວຽກ​ໃຫ້​ໜ່ວຍ​ສືບ​ລັບ​ສະຫະລັດ ​ໄດ້​ຈັດ​ໂຄງການ​ສັກຢາ​ວັກ​ຊີ​ນຂຶ້ນເພື່ອ
ເກັບ​ກຳ​ຂໍ້​ມູນ DNA ສຳລັບ​ພິ​ສູດກ່ຽວ​ກັບ​ການ​ມີໜ້າ​ຂອງນາຍ​ບິນ​ລາ​ເດັນຢູ່​ທີ່​ເຮືອນ​ແຫ່ງ​ດັ່ງ
ກ່າວ.

ທ່ານ Panetta ກ່າວ​ວ່າ ການ​ຈັບ​ກຸມ​ບຸກຄົນ ທີ່​ໃຫ້​ຄວາມ​ຊ່ອຍ​ເຫຼືອ​ ໃນ​ການ​ສືບຫາ​ຜູ້​ກໍ່
ການ​ຮ້າຍ​ຂອງ​ປາ​ກິ​ສຖານແມ່ນ​ເປັນຄວາມ​ພິດ​ພາດ​ທີ່​ຮ້າຍ​ແຮງ.

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ກ່າ​ວວ່າ ທ່ານ​ເຊື່ອ​ວ່າບາງ​ຄົນທີ່​ມີ​ອຳນາດ
ໃນ​ປາ​ກິ​ສຖານ​ຮູ້ຈັກ​ວ່ານາຍ​ບິນ​ລາ​ເດັນ​ຫຼົບລີ້ຢູ່​ໃສ. ທ່ານ Panetta ​ເວົ້າວ່າ ມີ​ລາຍ​ງານ​
ສືບ​ລັບ​ແຈ້ງວ່າ ​ເຮືອບິນ​ເຮຣີຄອບ​ເຕີ້ທະຫານ​ຂອງ​ປາ​ກິ​ສຖານ ​ໄດ້​ບິນ​ຜ່ານ​ເຮືອນ​ນາຍ​ບິນ
ລາ​ເດັນ ຊຶ່ງ​ເປັນ​ເຮືອນ​ຫຼັງ​ໃຫຍ່​ທີ່​ສຸດ​ຢູ່​ໃນ​ບໍລິ​ເວນ​ດັ່ງກ່າວ​ແລະ​ອ້ອມ​ດ້ວຍ​ກຳ​ແພງ​ທີ່​ສູງ 5
ແມັດ​ເຄິ່ງ.

ທ່ານ Panetta ຮັບ​ຮູ້​ວ່າ ທ່ານ​ບໍ່​ມີຫຼັກຖານ​ອັນ​ໜັກ​ແໜ້ນຢືນຢັນວ່າລັດຖະບານປາ​ກິ​ສຖານ
ຮູ້​ຈັກ​ ນາຍ​ບິນ​ລາ​ເດັນ​ຢູ່​ໃ​ສ​ ແຕ່​ໃນ​ທັດສະນະ​ສ່ວນ​ໂຕ​ຂອງ​ທ່ານ​ແລ້ວມີ​ບາງ​ຄົນ ຢູ່​ບ່ອນ​ໃດ​
ບ່ອນ​ນຶ່ງ ບາງທີ​ອາດ​ຮູ້ເລື່ອງ​ດັ່ງກ່າວ​ນີ້.

XS
SM
MD
LG