ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໒ ເມສາ ໒໐໒໓

ປະທານາທິບໍດີປາກິສຖານ ພົບປະກັບປະທານາທິບໍດີ ສຫລ


ປະທານາທິບໍດີ ສະຫະລັດ ທ່ານບາຣັກໂອບາມາ (ຂວາ) ພົບປະກັບ ປະທານາທິບໍດີ ປາກິສຖານ ທ່ານ Asif Ali Zardari ທີ່ທຳນຽບຂາວ ໃນກຸງວໍຊິງຕັນ (14 ມັງກອນ 2011)

ປະທານາທິບໍດີສະຫະລັດທ່ານບາຣັກ​ ໂອບາມາໄດ້​ພົບ​ປະ
ກັບປະທານາທິບໍດີປາກິສຖານ ທ່ານ Asif Ali Zardari
ທີ່ທຳນຽບຂາວໃນວັນສຸກວານນີ້.

ຖະ​ແຫລ​ງການ​ຈາກທຳນຽບຂາວ​ແຈ້ງວ່າທັງ​ສອງ​ທ່ານ​ໄດ້
ເຈລະຈາຫາລືກັນກ່ຽວກັບການດຳເນີນຄວາມພະຍາຍາມ
ຮ່ວມກັນ ໃນການປາບປາມພວກກໍ່ການຮ້າຍ​ແລະການມີ
ຜົນປະໂຫຍດຮ່ວມກັນໃນການສົ່ງ​ເສີມ​ຄວາມໝັ້ນຄົງ​ຢູ່ໃນ​
ຂົງ​ເຂດ ​ຕະຫຼອດທັງການສົນທະນາ​ຫາລື ທີ່​ເພັ່ງ​ເລັງ​ສະ
ເພາະໃສ່ອັຟການິສຖານ.

ຖະ​ແຫລ​ງການ​ເວົ້າຕື່ມວ່າ ທ່ານໂອບາມາ ​ໄດ້ສະ​ແດງອອກໃນການ​ສືບຕໍ່​ໃຫ້ຄວາມສະໜັບ
ສະໜຸນແກ່ປາກິສຖານແລະ​ເວົ້າວ່າ ທ່ານ​ຄາດ​ຫວັງວ່າຈະ​ໄດ້ເດີນທາງໄປຢ້ຽມຢາມ​ນະຄອນ
ຫລວງ Islamabad ໃນ​ປີນີ້.

ທ່ານ Zardari ​ໄດ້​ເດີນທາງ​ມານະ​ຄອນ​ຫລວງ​ວໍ​ຊິງ​ຕັນເພື່ອ​ເຂົ້າຮ່ວມການ​ໄວ້ອາ​ໄລ​ແກ່ທູດ​
ພິ​ເສດ ​ຮັບຜິດຊອບກ່ຽວກັບປາກິສຖານແລະອັຟການິສຖານທ່ານ Richard Holbrooke
ທີ່​ໄດ້​ເສຍ​ຊີວິດ​ຢ່າງ​ກະທັນຫັນ​ ໃນ​ເດືອນທັນວາຜ່ານ​ມານີ້.

XS
SM
MD
LG