ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ຂໍການຊ່ອຍເຫລືອ ໃຫ້ປາກິສຖານຕື່ມອີກ


ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ ຮຽກຮ້ອງໃຫ້​ໂລກ​ຕອບ​ສະໜອງ​ຢ່າງ​ຮີບ​ດ່ວນ​ຕໍ່​ສະພາວະ​ສຸກ​ເສີນທີ່​ເກີດ​ຈາກ​ໄພນໍ້າ​ຖ້ວມໃນ​ປາ​
ກິ​ສຖານ​ນັ້ນ ໃນ​ວັນ​ອາທິດ​ວານ​ນີ້​ ໃນ​ລະຫວ່າງ​ກອງ​ປະຊຸມ​ລະດັບລັດຖະມຸນຕີ​ຂັ້ນ​ສູງ​ຂອງ​ນາໆ​ຊາດ​ທີ່​ປຶກສາ​ຫາລື​ກັນ​ເລື້ອງ​ໄພ​ຫາຍຍະນະດັ່ງ​ກ່າວ ​ທີ່​ນະຄອນ​ນີວຢອກ​ນັ້ນ.

ການ​ພົບ​ປະ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ ປະມານ 25 ທ່ານ ຮວມ ທັງ​ທ່ານ​ນາງ Hillary Clinton ລັດຖະມຸນຕີ​ການ​ຕ່າງປະ​ເທດສະຫະລັດ​ນໍາ ​ໄດ້​ໄຂ​ຂຶ້ນ​ກ່ອນ​ກອງ​ປະຊຸມ​ສຸດ​ຍອດ​ປະ​ຈໍາປີ​ຂອງ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ສະຖານະ​ການ​ໃນ​ປາ​ກິ​ສຖານ ​ຊຶ່ງ​ກໍານົດ​ຈະ​ມີ​ຂຶ້ນໃນ​ທ້າຍ​ ສັບປະດາ​ນີ້.

ແຕ່​ໃ​ນ​ກອງ​ປະຊຸມໃນ​ມື້ວານ​ນີ້ ​ໄດ້ມີພຽງ​ບໍ່​ເທົ່າໃດ​ປະ​ເທດ​ ທີ່ຮັບປາກ​ທີ່​ຈະໃຫ້​ການ​ບໍລິຈາກ​ເງິນ​ກ້ອນ​ໃໝ່ ສົມທົບ​ໃສ່​ກອງ​ທຶນຊ່ອຍ​ເຫລືອ​ດ້ານ​ມະນຸດສະ​ທໍາ​ ຈໍານວນ 2 ພັນລ້ານ​ດອນ​ລາ​ ທີ່​ທາງ​ສະຫະ​ປະ​ຊາ​ຊາດ​ໄດ້ຂໍ​ຮ້ອງ​ໄປ​ໃນ​ອາທິດ​ຜ່ານ​ມາ​ນັ້ນ.
ທ່ານ​ພັນ​ກິ​ມູນ​ກ່າວ​ວ່າ ວັດຖຸ​ປະສົງ​ຂອງ​ການ​ພົບ​ປະກັນ​ໃນ​ວັນ​ອາທິດ​ວານ​ນີ້​ແມ່ນ​ເພື່ອ​ສົ່ງ​ສານ​ອັນ​ຈະ​ແຈ້ງ​ ໄປ​ຍັງ​ປະຊາຊົນ​ປາ​ກິ​ສຖານ​ວ່າ ປະຊາ​ຄົມ
ໂລກ​ຈະ​ກະທໍາ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຕົນ​ສາມາດ​ເຮັດ​ໄດ້​ເພື່ອ​ຊ່ອຍປາ​ກິ​ສຖານ​ໃນ​ທຸກ​ໆ​ບາດກ້າວ​ ນັບ​ແຕ່​ການບັນ​ເທົາ​ທຸກ​ໄປ​ຮອດ​ການ ຟື້ນໂຕ​ຄືນ​ ​ຈົນ​ເຖິງການ​ບູລະນະ​ສ້າງສາ​ປະ​ເທດ​ຄືນ​ໃຫມ່​ນັ້ນ.

ມີ​ປະຊາຊົນ​ຫລາຍ​ກວ່າ 1700 ຄົນ​ໄດ້​ເສຍ​ຊີວິດ​ໄປແລ້ວ​ຍ້ອນໄພ​ນໍ້າຖ້ວມ ທີ່​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ປະຊາຊົນຕື່ມ​ອີກເກືອບ 20 ລ້ານຄົນ​. ​ໄພ​ນໍ້າ​ຖ້ວມ​ດັ່ງກ່າວ​ໄດ້​ກວາດ​ລ້າງໝູ່​ບ້ານ​ໄປ​ຫລາຍ​ແຫ່ງ ​ຕະຫລອດ​ທັງ​ທໍາລາຍ​ໄຮ່ນາ​ຮົ້ວ​ສວນ​ແລະ​ສັດລ້ຽງ ​ທໍາລາຍ​ຖະໜົນຫົນທາງ ຂົວ​ສະພານ​ແລະ​ໂຄງ​ລ່າງ​ພື້ນຖານ​ອື່ນໆ​ອີກ.

ທ່ານ​ນາງຄລິນ​ຕັນ ກ່າວ​ວ່າ ມາ​ຮອດ​ປັດຈຸບັນ​ນີ້ ສະຫະລັດ​ໄດ້​ບໍລິຈາກເງິນ​ຈໍານວນ 345 ລ້ານ​ດອນ​ລ້າ​ ເພື່ອ​ຊ່ອຍ​ບັນ​ເທົາ​ທຸກ​ຈາກ​ໄພ​ຫາຍຍະນະ​ດັ່ງກ່າວ​ແກ່​ປາ​ກິ​ສຖານ.

XS
SM
MD
LG