ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ນຳອະວຸໂສກຸ່ມກໍ່ຮ້າຍ ຖືກຂ້າຕາຍ


ຜູ້ນຳອະວຸໂສກຸ່ມກໍ່ຮ້າຍ ຖືກຂ້າຕາຍ
ຜູ້ນຳອະວຸໂສກຸ່ມກໍ່ຮ້າຍ ຖືກຂ້າຕາຍ

ເຈົ້າໜ້າທີ່ປາກິສຖານກ່າວວ່າ ການໂຈມຕີດ້ວຍລູກສອນໄຟ ທີ່ສົງໄສວ່າເປັນຂອງສະຫະລັດ ຢູ່ໃນເຂດຊົນເຜົ່າທາງພາກ ຕາເວັນຕົກສຽງເໜືອ ຂອງປະເທດນັ້ນ ໄດ້ສັງຫານ Sheik al-Fateh ຜູ້ນຳອະວຸໂສຂອງກຸ່ມກໍ່ການຮ້າຍອາລກາຍດາ.

ກ່າວກັນວ່າ ນາຍ Al-Fateh ທີ່ເຊື່ອວ່າ ມີອາຍຸປະມານ 50 ປີນັ້ນ ເປັນຜູ້ບັນຊາການຝ່າຍປະຕິບັດງານຂອງກຸ່ມກໍ່ ການຮ້າຍອາລກາຍດາ ຢູ່ໃນປາກິສຖານ ແລະອັຟການິສ ຖານ. ລາຍງານຂ່າວ ບາງກະແສແຈ້ງວ່າ ລາວເປັນຜູ້ນຳ ໝາຍເລກ 3 ໃນຄະນະນຳພາ ຂອງກຸ່ມກໍ່ການຮ້າຍອາລ ກາຍດາ ຊຶ່ງເປັນຕຳແໜ່ງ ທີ່ຜູ້ກ່ຽວໄດ້ກຳ ນັບແຕ່ເດືອນພຶດ ສະພາເປັນຕົ້ນມາ ເວລານາຍ Mustafa Abu al-Yazid ຜູ້ບັນຊາການທີ່ສຳຄັນອີກຄົນນຶ່ງ ຂອງກຸ່ມກໍ່ການຮ້າຍອາລ ກາຍດາ ໄດ້ຖືກຂ້າຕາຍ ໃນທຳນອງດຽວກັນນີ້.

ເຈົ້າໜ້າທີ່ປາກິສຖານກ່າວວ່າ ນາຍ Al-Fateh ແລະ ພວກຫົວຮຸນແຮງອື່ນໆ ອີກ 3 ຄົນ ພວມເດີນທາງຜ່ານເຂດຊົນເຜົ່າ Waziristan ເໜືອ ເວລາລົດທີ່ພວກເຂົາຂີ່ໄປນັ້ນ ຖືກລູກສອນໄຟທຳລາຍ. ລາຍງານຂ່າວໃນມື້ວານນີ້ແຈ້ງວ່າ ການໂຈມຕີດັ່ງກ່າວມີຂຶ້ນໃນຕອນແລງຂອງມື້ວັນເສົາ ຫຼືບໍ່ ກໍແມ່ນໃນມື້ວັນອາທິດ.

ສະຫະລັດ ບໍ່ເຄີຍຮັບຮູ້ ຢ່າງເປັນທາງການວ່າ ເຮືອບິນທີ່ບໍ່ມີຄົນຂັບຂອງຕົນ ໄດ້ບິນເຂົ້າໄປ ໃນປາກິສຖານ ເພື່ອຍິງລູກສອນໄຟໂຈມຕີພວກຫົວຮຸນແຮງ. ແຕ່ແນວໃດກໍຕາມ ລາຍງານ ຂ່າວໃນສັບປະດານີ້ ໄດ້ອ້າງຄຳເວົ້າ ຂອງເຈົ້າໜ້າທີ່ສະຫະລັດ ທີ່ຂໍສະຫງວນຊື່ ທີ່ກ່າວວ່າ ນັບແຕ່ຕົ້ນເດືອນນີ້ມາ ອົງການສືບລັບຊີໄອເອໄດ້ທຳການໂຈມຕີ 20 ເທື່ອຢູ່ໃນປາກິສຖານ ຊຶ່ງເປັນການໂຈມຕີ ໜັກທີ່ສຸດ ພາຍໃນເດືອນດຽວ ເທົ່າທີ່ເຄີຍມີມາ.

XS
SM
MD
LG