ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຢືນຢັນກ່ຽວກັບ ການໃຊ້ເຮືອບິນບໍ່ມີຄົນຂັບ ຢູ່ໃນປາກິສຖານ


ສະຫະລັດຢືນຢັນກ່ຽວກັບ ການໃຊ້ເຮືອບິນບໍ່ມີຄົນຂັບ ຢູ່ໃນປາກິສຖານ
ສະຫະລັດຢືນຢັນກ່ຽວກັບ ການໃຊ້ເຮືອບິນບໍ່ມີຄົນຂັບ ຢູ່ໃນປາກິສຖານ

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ​ແຫ່ງ​ສະຫະລັດ​ກ່າວ​ປ້ອງ​ກັນ​ການ​ໃຊ້ ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ​ ທໍາ​ການ​ໂຈມ​ຕີ​ໃນ​ປາ​ກິ​ສຖານ ຊຶ່ງ​ພວກ​ເຈົ້າ​ໜ້າ​ທີ່​ສະຫະລັດ​ບໍ່​ເຄີຍຮັບ​ຮູ້​ຢ່າງ​ເປີດ​ເຜີຍ​ມາ​ກ່ອນ​ຈັກ​ເທື່ອ​ນັ້ນ.

ໃນ​ການ​ກ່າວ​ຖະ​ແຫລ​ງຜ່ານທາງ​ຄອມ​ພີ​ວ​ເຕີ​ລະຫວ່າງການ​ພົບ​ປະ​ສົນທະນາກັບປະຊາຊົນ​ໃນ​ວັນ​ຈັນ​ວານ​ນີ້ ທ່ານ​ໂອ​ບາ​ມາ ກ່າວ​ວ່າ ການ​ໂຈມ​ຕີ​ຕ່າງໆຂອງ​ພວກ​ເຮືອບິນທີ່​ບໍ່​ມີ​ຄົນ​ຂັບ​ນີ້​ແມ່ນ​ໄດ້​ໃຊ້ມາ​ເພື່ອ​ແນ​ເປົ້າ​ໝາຍ​ໃສ່​ກຸ່ມອານ​ກາ​ອິດາ​ ແລະ​ພວກເຄືອ​ຂ່າຍສາຂາ​ຂອງກຸ່ມ​ດັ່ງກ່າວ ​ແລະ​ວ່າການ​ໂຈມ​ຕີ​ເຫລົ່າ​ນີ້​ຫລາຍ​ຄັ້ງ​ແມ່ນ​ມີ​ຂຶ້ນ​ໃນ​ຂົງ​ເຂດເຄິ່ງປົກຄອງ​ຕົນ​ເອງຂອງ​ພວກ​ຊົນ​ເຜົ່າ​ໃນ​ປາ​ກີ​ສຖານ​ທີ່​ມີ​ຊາຍ​ແດນ​ຕິດກັບ​ອັຟກາ​ນິສຖານ​ນັ້ນ.

ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ຕື່ມ​ວ່າ ການ​ປະຕິບັດ​ງານ​ທີ່​ວ່າ​ນີ້​ ແມ່ນໃຊ້​ສໍາລັບ​ການ​ໂຈມ​ຕີໃສ່​ເປົ້າ​ໝາຍທີ່​ແນ່ນອນທີ່​ສຸດ ​ແລະ​ກ່າວ​ຕໍ່​ໄປ​ວ່າ ສະຫະລັດ​ບໍ່​ໄດ້​ອະນຸຍາດ​ໃຫ້​ທໍາ​ການ​ໂຈມ​ຕີ​ໃດໆ​ທີ່​ບໍ່​ມີ​ການ​ຄິດ​ລ່ວງ​ໜ້າ ແລະ​ກ່າວ​ຕື່ມ​ວ່າ ມັນ​ເປັນ​ຄວາມ​ພະຍາຍາມ​ທີ່​ມີ​ເປົ້າ​ໝາຍ ​ແລະຈຸດ​ເພ່ງ​ເລັງ​ຕໍ່ຕ້ານ​ພວກ​ກໍ່ການ​ກໍ່​ການ​ຮ້າຍ​ໃນ​ຂົງ​ເຂດ​ທີ່​ເຂົ້າ​ຫາ​ຍາກ​ນັ້ນ.

ຫລັງ​ຈາກ​ຖ້ອຍ​ຖະ​ແຫລ​ງຂອງ​ປະທານາທິບໍດີ​ໂອ​ບາ​ມາ​ແລ້ວ ​ໂຄສົກ ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ປາ​ກິ​ສຖານ​ທ່ານ​ນຶ່ງ ກ່າວ​ຕໍ່​ອົງການ​ຂ່າວ​ຝຣັ່ງວ່າ ການ​ໂຈມ​ຕີ​ເຫລົ່າ​ນີ້​ຜິດກົດໝາຍ​ ມີ​ຜົນ​ກະທົບ​ໃນ​ທາງ​ລົບ​ແລະ​ເປັນ​ສິ່ງ​ທີ່​ຮັບ​ເອົາ​ບໍ່​ໄດ້​ເຖິງ​ແມ່ນໃນອັນທີ່​ທ່ານ​ເອີ້ນ​ວ່າ ​ເປັນ​ການ​ໄດ້​ປຽບ​ທາງ​ດ້ານກົນລະຍຸດ​ຂອງ​ສະຫະລັດກໍ​ຕາມ.

ລັດຖະບານ​ປາ​ກິ​ສຖານ​ໄດ້​ປະນາມ​ມາ​ເປັນ​ເວລາ​ດົນ​ນານ​ຕໍ່​ການ​ໂຈມ​ຕີ ຂອງ​ພວກ​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ​ນີ້ ວ່າ​ເປັນ​ການ​ຝ່າຝືນ​ອະທິປະ​ໄຕ​ຂອງ​ຕົນ ​ແຕ່​ເຊື່ອ​ກັນ​ວ່າ ການ​ໂຈມ​ຕີ​ເຫລົ່າ​ນີ້ໄດ້​ດໍາ​ເນີນ​ໄປ​ດ້ວຍ​ການ​ຊ່ອຍເຫລືອ​ຈາກ​ໜ່ວຍສືບ​ລັບ​ຂອງ​ປາ​ກິ​ສຖານ​ນັ້ນ.

ມາ​ຮອດ​ວັນ​ຈັນ​ວານ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ບໍ່​ເຄີຍ​ຢືນຢັນ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຕໍ່​ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ໃນ​ຂົງ​ເຂດ​ຊົນ​ເຜົ່າຂອງ​ປາ​ກິ​ສຖານ​ມາ​ກ່ອນ ​ແຕ່​ເຂົາ​ເຈົ້າ​ໄດ້​ຢືນຢັນ ​ໂດຍ​ບໍ່​ໄດ້​ປະກາດ​ຊື່ໃຫ້​ຊາບ​ມາ​ກ່ອນ​ກ່ຽວ​ກັບ​ການ​ໂຈມ​ຕີ​ເຫລົ່າ​ນີ້​ຕໍ່​ອົງການ​ຂ່າວ​ຕ່າງໆ.

XS
SM
MD
LG