ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຍົນໂດຣນ ສັງຫານ ພວກຫົວຮຸນແຮງ 1 ຄົນ ຢູ່ປາກິສຖານ


ຍົນບໍ່ມີຄົນຂັບ ຫລື ຍົນໂດຣນ ທີ່ສົງໄສວ່າເປັນຂອງສະຫະລັດ ຢູ່ໃກ້ຊາຍແດນອັຟການິສຖານ ໄດ້ສັງຫານພວກຫົວຮຸນແຮງ ຢ່າງໜ້ອຍ 1 ຄົນ
ຍົນບໍ່ມີຄົນຂັບ ຫລື ຍົນໂດຣນ ທີ່ສົງໄສວ່າເປັນຂອງສະຫະລັດ ຢູ່ໃກ້ຊາຍແດນອັຟການິສຖານ ໄດ້ສັງຫານພວກຫົວຮຸນແຮງ ຢ່າງໜ້ອຍ 1 ຄົນ
ເຈົ້າໜ້າທີ່ສືບລັບຢູ່ໃນປາກິສຖານເວົ້າວ່າ ການໂຈມຕີຂອງ
ຍົນບໍ່ມີຄົນຂັບ ຫລື ຍົນໂດຣນ ທີ່ສົງໄສວ່າເປັນຂອງສະຫະລັດ ຢູ່ໃກ້ຊາຍແດນອັຟການິສຖານ ໄດ້ສັງຫານພວກຫົວຮຸນແຮງ
ຢ່າງໜ້ອຍ 1 ຄົນ ທີ່ເຊື່ອກັນວ່າ ເປັນຄົນຕ່າງປະເທດ.

ພວກເຈົ້າໜ້າທີ່ເວົ້າວ່າ ຈະຫລວດຈາກຍົນໂດຣນລໍານັ້ນ
ໄດ້ຍິງຖືກພວກຫົວຮຸນແຮງຄົນດັ່ງກ່າວ ໃນວັນອາທິດມື້ນີ້ ໃນຂະນະທີ່ຜູ້ກ່ຽວກໍາລັງຂີ່ມ້າໄປ ຢູ່ໃນເຂດຊົນເຜົ່າ
Waziristan ເໜືອ ຊຶ່ງເປັນທີ່ຮູ້ກັນດີວ່າ ແມ່ນທີ່ໝັ້ນຂອງ
ກຸ່ມຕາລີບັນ ແລະພວກຫົວຮຸນແຮງ al-Qaida.

ຍັງບໍ່ມີໃຜຮູ້ໄດ້ໃນທັນທີນີ້ເທື່ອວ່າ ພວກຫົວຮຸນແຮງຄົນດັ່ງກ່າວ
ເປັນຄົນສັນຊາດໃດກັນແທ້.

ແຕ່ພວກເຈົ້າໜ້າທີ່ຮັກສາຄວາມປອດໄພທ້ອງຖິ່ນເວົ້າວ່າ ການໂຈມຕີຂອງຍົນ ບໍ່ມີຄົນຂັບ ໄດ້ສັງຫານພວກຫົວຮຸນແຮງສອງຄົນ.

ປາກິສຖານໄດ້ຕິຕຽນການໂຈມຕີ ໂດຍຍົນບໍ່ມີຄົນຂັບຂອງສະຫະລັດຢູ່ເລື້ອຍມາວ່າ ເປັນການລ່ວງລໍ້າອະທິປະໄຕຂອງຕົນ.

ທາງເຈົ້າໜ້າທີ່ສະຫະລັດ ເວົ້າວ່າ ການໂຈມຕີດັ່ງກ່າວແມ່ນເປັນເຄື່ອງມືທີ່ ສໍາຄັນອັນນຶ່ງ
ໃນການເອົາຊະນະພວກຫົວຮຸນແຮງ.
XS
SM
MD
LG