ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກິສຖານ ປະຕິເສດ ບໍ່ຮັບຜົນການສືບສວນ ຂອງສະຫະລັດ


ການໂຮມຊຸມນຸມປະທ້ວງຕໍ່ຕ້ານເນໂຕ້ແລະສະຫະລັດ ຢູ່ປາກິສຖານ (23 ທັນວາ 2011)
ການໂຮມຊຸມນຸມປະທ້ວງຕໍ່ຕ້ານເນໂຕ້ແລະສະຫະລັດ ຢູ່ປາກິສຖານ (23 ທັນວາ 2011)

ກອງທັບ​ປາ​ກິ​ສຖານ​ໄດ້​ປະຕິ​ເສດ​ບໍ່​ຍອມຮັບ​ເອົາຜົນ​ການ​ສືບສວນ​ຂອງ​ສະຫະລັດກ່ຽວ​ກັບ​
ການ​ໂຈມ​ຕີ​ໃນ​ເດືອນ​ແລ້ວ​ຂອງ​ກຳລັງ​ປະສົມທີ່​ເຮັດ​ໃຫ້​ທະຫານ​ປາ​ກິ​ສຖານ 24 ຄົນ​ເສຍ
ຊີວິດຢູ່​ດ່ານຊາຍ​ແດນ​ຂອງ​ປາ​ກິ​ສຖານ​ຕິດ​ກັບ​ອັຟກາ​ນິສຖານນັ້ນ.

ກອງທັບ​ປາ​ກິ​ສຖານ​ ກ່າວ​ໃນ​ວັນ​ສຸກ​ມື້ນີ້ວ່າ ຜົນ​ຂອງ​ການ​ສືບສວນ​ທີ່​ວ່າ​ນີ້​ແມ່ນ​ຍັງ​ຂາດ
ຄວາມ​ຈິງ​ ​ແລະ​ວ່າ ຕົນ​ຈະ​ໃຫ້​ຄຳ​ຕອບ​ທີ່​ລະອຽດ​ເວລາ​ໃດ​ທີ່​ຕົນ​ໄດ້​ຮັບລາຍ​ງານ​ຢ່າງ​ເປັນ
ທາງ​ການ​ແລ້ວ.

ໃນ​ວັນ​ພະຫັດ​ວານ​ນີ້ ​ເຈົ້າໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ໄດ້​ຖິ້ມ​ໂທດ​ໃສ່​ການ​ປະ
ສານ​ງານ​ທີ່​ບໍ່​ພຽງພໍ ທັງ​ຂອງ​ກຳລັງ​ຂອງ​ປາ​ກິ​ສຖານ​ແລະ​ກຳລັງ​ສະຫະລັດ ​ໃນ​ການ​ໂຈມ​ຕີ​
ທີ່​ມີ​ຂຶ້ນ​ໃນ​ເດືອນ​ແລ້ວ.

ພົນ​ຈັດຕະວາ Stephen Clark ນາຍ​ທະຫານ​ຈາກ​ກອງທັບ​ອາກາດ​ສະຫະລັດ ທີ່​ເປັນ
ຫົວໜ້າ​ໃນ​ການ​ສືບສວນ​ກ່າວ​ວ່າ ການ​ຂາດ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທີ່​ຍັງ​ປົກຄຸມລະຫວ່າງ​
ປະ​ເທດ​ທັງ​ສອງ​ເປັນ​ອຸບປະສັກ​ຂັດຂວາງ​ບໍ່​ໃຫ້​ອີກ​ຝ່າຍ​ນຶ່ງ​ໄດ້​ຮັບຂໍ້​ມູນ​ທີ່​ສະ​ເພາະ​ເຈາະ​ຈົງ​
ກ່ຽວ​ກັບ​ກຳລັງ​ທະຫານ​ແລະ​ສະຖານ​ທີ່ໆ​ມີ​ການ​ສູ້​ລົບເກີດ​ຂຶ້ນ.

ທ່ານ George Little ​ໂຄສົກ​ຂອງ​ທຳ​ນຽບຫ້າ​ແຈ​ກ່າວ​ວ່າ ການ​ສືບສວນ​ພົບ​ວ່າກຳລັງ
ຂອງ​ສະຫະລັດ ອີງ​ຕາມຂໍ້​ມູນ​ທີ່​ພວກ​ເຂົາ​ເຈົ້າມີ​ໃນ​ເວລາ​ນັ້ນ​ໄດ້​ທຳ​ການປ້ອງ​ກັນ​ໂຕ​ແລະ
ໃຊ້​ກຳລັງ​ທີ່​ເໝາະ​ສົມ​ຕອບ​ໂຕ້​ຫຼັງຈາກ​ພວກ​ເຂົາ​ເຈົ້າ​ໄດ້​ຖືກຍິງ​ໂຈມ​ຕີ.

ທ່ານ​ເວົ້າວ່າ ນາຍ​ທະຫານ​ອະ​ເມຣິກັນ ​ໄດ້​ແຈ້ງ​ຂໍ້​ມູນ​ແຜນ​ທີ່ໆ​ບໍ່​ຖືກຕ້ອງ​ໃຫ້​ແກ່ຝ່າຍ​ປາ​
ກິ​ສຖານ​ຊາບ ຊຶ່ງ​ພາ​ໃຫ້​ມີ​ການ​ເຂົ້າ​ໃຈຜິດ​ກ່ຽວ​ກັບ​ທີ່​ຕັ້ງຂອງ​ດ່ານ​ກວດທະຫານ​ປາ​ກິ​ສ
ຖານ​ໃນ​ບໍລິ​ເວນ​ຊາຍ​ແດນ. ທ່ານ​ເວົ້າວ່າ ດ້ວຍ​ເຫດ​ນັ້ນພ້ອມໆກັບ​ຊ່ອງ​ຫວ່າງ​ອື່ນໆໃນ
ດ້ານ​ຂໍ້​ມູນກ່ຽວ​ກັບ​ການ​ເຄື່ອນ​ໄຫວ ​ແລະ​ທີ່​ຕັ້ງຂອງ​ກຳລັງຕ່າງໆ​ຂອງ​ທັງ​ສອງ​ຝ່າຍ ມີ​
ສ່ວນ​ພາ​ໃຫ້​ເກີດ​ເຫດການ​ທີ່​ໜ້າ​ສະຫຼົດ​ໃຈ​ດັ່ງກ່າວ.

ແຕ່​ການ​ສືບສວນ​ໃນ​ຄັ້ງນີ້ພົບ​ວ່າ ກຳລັງ​ສະຫະລັດ​ບໍ່​ໄດ້​ມີ​ຄວາມ​ຕັ້ງ​ໃຈ​ເລິ​ຍທີ່​ຈະ​ໂຈມ​ຕີ
ເປົ້າໝາຍ​ທາງ​ທະຫານ​ຂອງປາ​ກິ​ສຖານ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ໄດ້​ສະ​ແດງ​ຄວາມເສຍ​ໃຈ​ເປັນ​ທີ່​ສຸດ​ແລະ​ຄວາມ​ເສົ້າ
ສະຫຼົດ​ໃຈ​ຢ່າງແທ້​ຈິງ​ກ່ຽວ​ກັບ​ເຫດ​ຮ້າຍ​ທີ່​ເກີດ​ຂຶ້ນ​ໃນ​ຄັ້ງນີ້ແຕ່​ກໍ​ບໍ່​ເຖິງຂັ້ນທີ່​ຝ່າຍ​ປາ​ກິ​ສ
ຖານຮຽກຮ້ອງຄື​ໃຫ້​ຂໍ​ຂະ​ມາ​ໂທດ​ໂດຍ​ເຕັມ​ນັ້ນ.

ປາ​ກິ​ສຖານ​ໄດ້​ປະຕິ​ເສດ​ບໍ່​ຍອມ​ໃຫ້ການ​ຮ່ວມ​ມື​ໃນ​ການ​ສືບສວນ​ກ່ຽວ​ກັບ​ເລື່ອງ​ນີ້. ​ເຈົ້າ
ໜ້າ​ທີ່​ທຳນຽບຫ້າ​ແຈ​ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ໄດ້​ມີ​ການ​ສົ່ງ​ລາຍ​ງານ​ກ່ຽວກັບ​ຜົນ​
ຂອງ​ການສືບສວນຂອງ​ກອງທັບ​ສະຫະລັດໄປ​ໃຫ້ຜູ້​ບັນຊາ​ການ​ກອງທັບ​ບົກປາ​ກິ​ສຖານ
ນາຍ​ພົນ​ແອັສ​ແຟັກ ກາ​ຢາ​ນີ​ແລ້ວ.

XS
SM
MD
LG