ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຕໍ່ສູ້ກັບກຸ່ມກໍ່ການຮ້າຍ ອາລກາຍດາ ຈະດໍາເນີນຕໍ່ໄປ(ເບິ່ງ timeline)


ລັດຖະມົນຕີກະຊວງຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ພົບກັບລັດຖະມົນຕີການຕ່າງປະເທດ ອີຕາລີ ທ່ານ Franco Frattini (ບໍ່ໄດ້ຢູ່ໃນຮູບ) ທີ່ກຸງໂຣມ (5 ພຶດສະພາ 2011)
ລັດຖະມົນຕີກະຊວງຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ພົບກັບລັດຖະມົນຕີການຕ່າງປະເທດ ອີຕາລີ ທ່ານ Franco Frattini (ບໍ່ໄດ້ຢູ່ໃນຮູບ) ທີ່ກຸງໂຣມ (5 ພຶດສະພາ 2011)

ລັດຖະມົນຕີກະຊວງຕ່າງປະເທດສະຫະລັດ ທ່ານນາງ
Hillary Clinton ກ່າວວ່າ ການຕໍ່ສູ້ເພື່ອຢຸດເຊົາການ
ປະຕິບັດງານ ຂອງກຸ່ມກໍ່ການຮ້າຍອາລກາຍດາ ແລະ
ເຄືອຂ່າຍບໍ່ໄດ້ສິ້ນສຸດລົງດ້ວຍການເສຍຊີວິດຂອງນາຍ
Osama bin Laden ແລະປາກິສຖານ ເປັນພາຄີທີ່
ສຳຄັນໃນການດຳເນີນຄວາມພະຍາຍາມ ຕໍ່ຕ້ານພວກ
ກໍ່ການຮ້າຍ.

ໃນການຖະແຫຼງທີ່ກຸງໂຣມໃນວັນພະຫັດມື້ນີ້ ທ່ານນາງ
Clinton ກ່າວວ່າຄວາມສຳພັນຂອງສະຫະລັດ ກັບປາ
ກິສຖານບໍ່ໄດ້ດຳເນີນໄປແບບງ່າຍດາຍສະເໝີໄປ ແຕ່ກໍ
ໃຫ້ດອກອອກຜົນແກ່ທັງສອງປະເທດ. ທ່ານນາງເວົ້າວ່າ
ສະຫະລັດຈະສືບຕໍ່ໃຫ້ການຮ່ວມມືກັບລັດຖະບານປາ
ກິສຖານ ກ່ຽວກັບການປະຕິບັດກົດໝາຍ ແລະຕໍ່ປະ
ຊາຊົນຂອງປະເທດດັ່ງກ່າວ.

ໃນວັນພຸດວານນີ້ ສະມາຊິກລັດຖະສະພາສະຫະລັດ
ໄດ້ຕຳໜິຕິຕຽນເພີ່ມຂຶ້ນໂດຍຢາກຮູ້ຈັກວ່າ ເຈົ້າໜ້າທີ່
ປາກິສຖານຮູ້ເລື່ອງຫຍັງແດ່ກ່ຽວກັບນາຍ bin Laden ແລະບ່ອນຫຼົບລີ້ຂອງຜູ້ກ່ຽວທີ່ເມືອງ
Abbottabad. ປາກິສຖານຢືນຢັດວ່າຕົນບໍ່ຮູ້ລ່ວງໜ້າກ່ຽວກັບວ່ານາຍ bin Laden ຢູ່ໃສແທ້.

ສະມາຊິກລັດຖະສະພາສະຫະລັດກ່າວວ່າ ປາກິສຖານມີຄວາມສໍາຄັນທາງຍຸດທະສາດສໍາລັບ
ສະຫະລັດແຕ່ຄວາມໄວ້ເນື້ອເຊື່ອໃຈລະຫວ່າງປະເທດທັງສອງບໍ່ສາມາດດໍາເນີນຕໍ່ໄປໄດ້ໂດຍ
ປາດສະຈາກລາຍລະອຽດຢ່າງຄົບຖ້ວນ ກ່ຽວກັບການເປັນຢູ່ຂອງນາຍ bin Laden ທີ່ຂ້ອນ
ຂ້າງສະບາຍສະບາຍຢູ່ໃນປາກິສຖານມາເປັນເວລາດົນນານນັ້ນ.

ຮູບ timeline ກ່ຽວກັບບິນລາດິນ. ຄລິກບ່ອນຮູບ ແລ້ວຈະເຫັນຄໍາບັນລະຍາຍເປັນພາສາ
ອັງກິດ ກ່ຽວກັບເຫດການຕ່າງໆທີ່ພົວພັນກັບບິນລາດິນ ຕັ້ງແຕ່ເກີດຈົນຕາຍ. ຄລິກຮູບທໍາ
ອິດ ແລ້ວຄລິກລູກສອນ ເພື່ອເບິ່ງແລະອ່ານຮູບຕໍ່ໆໄປ.

XS
SM
MD
LG