ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໂທລະສັບທີ່ຢຶດໄດ້ ໃຫ້ຮ່ອງຮອຍ ການຕິດຕໍ່ຂອງ bin-Laden


ເຈົ້າໜ້າທີ່ປາກິສຖານ
ເຈົ້າໜ້າທີ່ປາກິສຖານ

ໜັງສືພິມທີ່ສຳຄັນສະບັບນຶ່ງຂອງສະຫະລັດ ລາຍງານວ່າ ໂທລະສັບມືຖືທີ່ພົບເຫັນໃນລະ
ຫວ່າງການບຸກເຂົ້າໄປໂຈມຕີ ທີ່ໄດ້ສັງຫານນາຍ Osama bin-Laden ຜູ້ນໍາກຸ່ມກໍ່ການ
ຮ້າຍອາລກາຍດາຢູ່ທີ່ປາກິສຖານນັ້ນ ບັນຈຸການຕິດຕໍ່ຕ່າງໆຂອງກຸ່ມຫົວຮຸນແຮງກຸ່ມນຶ່ງທີ່
ມີຄວາມສຳພັນ “ຢ່າງແໜ້ນແຟ້ນ” ກັບໜ່ວຍສືບລັບປາກິສຖານ.

ໂດຍການອ້າງຄຳເວົ້າ ຂອງເຈົ້າໜ້າທີ່ສະຫະລັດ ທີ່ຂໍສະຫງວນຊື່ ໜັງສືພິມ New York
Times ກ່າວວ່າ ການພົບເຫັນໂທລະສັບດັ່ງກ່າວນີ້ ສະແດງໃຫ້ເຫັນວ່າ ກຸ່ມ Harakat-
ul-Majahedeen ເປັນພາກສ່ວນນຶ່ງຂອງຕາໜ່າງສະໜັບສະໜຸນຂອງນາຍ bin-Laden
ຢູ່ໃນປາກິສຖານ.

ລາຍງານເວົ້າວ່າໂທລະສັບມືຖືໜ່ວຍນີ້ເປັນຂອງຜູ້ສົ່ງຂ່າວທີ່ນາຍ bin-Laden ໄວ້ໃຈທີ່
ຖືກຂ້າຕາຍ ພ້ອມໆກັນກັບຫົວໜ້າກຸ່ມກໍ່ການຮ້າຍອາລກາຍດາ ໃນວັນທີ 2 ພຶດສະພາ
ຜ່ານມາໂດຍໜ່ວຍກ້າຕາຍ Navy Seals ຢູ່ທີ່ເຮືອນຂອງນາຍ bin-Laden ທີ່ເມືອງ
Abbottabad ໃກ້ໆໂຮງຮຽນທະຫານນັ້ນ.

ໜັງສືພິມ New York Times ກ່າວວ່າ ພວກນັກວິເຄາະຂອງສະຫະລັດ ໄດ້ພິຈາລະ
ນາເຫັນວ່າພວກຜູ້ບັນຊາການຂອງກຸ່ມ Harakat ໄດ້ໂທລະສັບຫຼາຍໆຄັ້ງໄປຫາເຈົ້າໜ້າ
ທີ່ສືບລັບປາກິສຖານ ແຕ່ບໍ່ມີຫຼັກຖານສະແດງໃຫ້ເຫັນວ່າອົງການສືບລັບຂອງປາກິສຖານ
ມີບົດບາດພົວພັນໃນການໃຫ້ຄວາມຄຸ້ມຄອງແກ່ນາຍ bin-Laden.

ມີການອ້າຄຳເວົ້າຂອງເຈົ້າໜ້າທີ່ສະຫະລັດທ່ານນຶ່ງ ທີ່ກ່າວວ່າ ໂທລະສັບດັ່ງກ່າວນີ້ແມ່ນ
ສິ່ງນຳພາທີ່ສຳຄັນໃນການພິຈາລະນາຊັ່ງຊາເບິ່ງວ່າ ນາຍ bin-Laden ສາມາດດຳລົງຊີ
ວິດຢູ່ໄດ້ຈັ່ງໃດມາເປັນເວລາຫຼາຍໆປີ ໃນຫົວເມືອງທີ່ສ່ວນໃຫຍ່ມີແຕ່ພວກທະຫານປາກິສ
ຖານອາໄສຢູ່ນັ້ນ.

XS
SM
MD
LG